ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງໜ້ອຍ 37 ຄົນ ເສຍຊີວິດ ຍ້ອນເຮືອຕໍາກັນ ຢູ່ຮົງກົງ (ສະໄລດ໌)


ເຮືອຂ້າມຝາກ Sea Smooth ໄດ້ຮັບຄວາມເສຍຫາຍນ້ອຍນຶ່ງ
ຫຼັງຈາກທີ່ໄດ້ຕໍາກັບເຮືອ Lamma IV ທີ່ຫລົ້ມ ໃນບໍລິເວນອ່າວ ວິກຕໍເຣຍ ຂອງຮົງກົງ, ຄືນວັນຈັນ ທີ 1 ຕຸລາ 2012.
ເຮືອຂ້າມຝາກ Sea Smooth ໄດ້ຮັບຄວາມເສຍຫາຍນ້ອຍນຶ່ງ ຫຼັງຈາກທີ່ໄດ້ຕໍາກັບເຮືອ Lamma IV ທີ່ຫລົ້ມ ໃນບໍລິເວນອ່າວ ວິກຕໍເຣຍ ຂອງຮົງກົງ, ຄືນວັນຈັນ ທີ 1 ຕຸລາ 2012.
ຕໍາຫລວດຮົງກົງໄດ້ຈັບລູກເຮືອ 6 ຄົນຂອງເຮືອໂດຍສານສອງ
ລໍາທີ່ຕໍາກັນຢູ່ໃນບໍລິເວນອ່າວ Victoria ຂອງຮົງກົງ ເມື່ອຄືນ
ວັນຈັນວານນີ້ ຂະນະທີ່ພວກກູ້ໄພຍັງສືບຕໍ່ຊອກຫາຜູ້ຄົນທີ່
ອາດຍັງມີຊີວິດລອດມາໄດ້ ຈາກອຸບັດຕິເຫດດັ່ງກ່າວ ທີ່ໄດ້ສົ່ງ
ຜົນໃຫ້ຢ່າງໜ້ອຍ 37 ຄົນເສຍຊີວິດ.

ເຈົ້າໜ້າທີ່ຕໍາຫລວດກ່າວ ໃນກອງປະຊຸມຖະແຫລ່ງຂ່າວໃນ
ວັນອັງຄານມື້ນີ້ວ່າ ພວກລູກເຮືອເຫລົ່ານັ້ນ ກໍາລັງຖືກສອບ
ສວນໃນຂໍ້ຫາ “ເຮັດໃຫ້ຊີວິດຂອງຄົນອື່ນຕົກຢູ່ໃນອັນຕະລາຍ
ໃນທະເລ”ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດຫຍັງຫລາຍ ກ່ຽວກັບ
ອຸບປະຕິເຫດທາງທະເລຄັ້ງຮ້າຍແຮງທີ່ສຸດຂອງຮົງກົງ ໃນຮອບ
ຫຼາຍທົດສະວັດ.

ເຮືອ ferry ຫລືເຮືອຂ້າມຟາກລໍານຶ່ງ ທີ່ເປັນຂອງບໍລິສັດໄຟຟ້າຂອງຮົງກົງ ໄດ້ຕໍາກັນກັບ
ເຮືອໂດຍສານອີກລໍານຶ່ງໃນຄືນວັນຈັນວານນີ້ ແລະຫຼົ້ມລົງພາຍໃນບໍ່ເທົ່າໃດນາທີ. ເຮືອດັ່ງ
ກ່າວໄດ້ບັນທຸກຜູ້ໂດຍສານປະມານ 120 ຄົນ ຊຶ່ງເປັນພະນັກງານບໍລິສັດແລະຍາດພີ່ນ້ອງ
ຂອງພວກເຂົາເຈົ້າ ທີ່ພາກັນເດີນທາງໄປຊົມບັ້ງໄຟດອກ ສະຫລອງບຸນລະດູໃບໄມ້ຫລົ່ນ
ປະຈໍາປີ.

ມີຜູ້ຄົນຈໍານວນຫຼວງຫຼາຍ ພາກັນຟ້າວຟັ່ງໄປຊອກຫາ ຢູ່ຕາມໂຮງໝໍແລະສະຖານທີ່ເກັບ
ສົບໃນເຂດທ້ອງຖິ່ນ ໃນມື້ນີ້ ເພື່ອຊອກຫາຍາດຕິພີ່ນ້ອງແລະສະມາຊິກຄອບຄົວທີ່ໄດ້ຂຶ້ນ
ເຮືອໄປທ່ຽວນັ້ນ. ຂະນະດຽວກັນ ຕໍາຫລວດກໍທໍາການສອບປາກຄໍາພວກທີ່ລອດຊີວິດ
ມາໄດ້ ເພື່ອໃຫ້ຮູ້ວ່າ ຍັງມີຜູ້ຫາຍສາບສູນຢູ່ຫລືບໍ່?

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງເປັນສາເຫດຂອງອຸບປະຕິເຫດຄັ້ງນີ້ ເນື່ອງຈາກ
ສະພາບອາກາດກໍແຈ່ມໃສ ໃນເວລານັ້ນ ແລະໂດຍສ່ວນໃຫຍ່ແລ້ວ ການຂົນສົ່ງມວນຊົນ
ທາງນໍ້າ ໃນຮົງກົງ ກໍແມ່ນປອດໄພດີ.
XS
SM
MD
LG