ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮົງກົງພົບຄົນເປັນໄຂ້ຫວັດນົກ ລາຍທໍາອິດໃນຮອບ 7 ປີ


ທຳການກວດກາຫາການຕິດເຊື້ອໄຂ້ຫວັດສັດປີກ ຫລືໄຂ້ຫວັດນົກຕາມຕະຫຼາດສັດປີກ ແຫ່ງຕ່າງໆ
ທຳການກວດກາຫາການຕິດເຊື້ອໄຂ້ຫວັດສັດປີກ ຫລືໄຂ້ຫວັດນົກຕາມຕະຫຼາດສັດປີກ ແຫ່ງຕ່າງໆ

ຮົງກົງ​ໄດ້ໃຫ້ການຢືນຢັນ ກ່ຽວກັບກໍລະນີຄົນ​ຕິດເຊື້ອໄຂ້ຫວັດສັດປີກ ຫລື​ໄຂ້ຫວັດ​ນົກ ລາຍ​ທໍາ​ອິດ ນັບແຕ່ປີ 2003 ເປັນຕົ້ນມາ.
ຫົວໜ້າສາທາລະນະສຸກຂອງຮົງກົງ ທ່ານ York Chow ກ່າວວ່າ ແມ່ຍິງອາຍຸ 59 ປີ ຄົນນຶ່ງ ໄດ້ຖືກກັກບໍລິເວນຢູ່ທີ່ໂຮງພະຍາບານ ຫຼັງຈາກກວດພົບວ່າຕິດ ເຊື້ອໄຂ້ຫວັດ ສັດປີກ. ແມ່ຍິງຄົນນີ້ໄດ້ລົ້ມປ່ວຍຫຼັງຈາກໄດ້ເດີນທາງກັບຄືນມາ ແຕ່ໄປຢ້ຽມຢາມຈີນ ແຜ່ນດິນໃຫຍ່.
ທ່ານ Chow ເວົ້າວ່າເຂດປົກຄອງຕົນເອງຮົງກົງ ໄດ້ຍົກລະດັບການເຕືອນກ່ຽວ ກັບໄຂ້ ຫວັດສັດປີກຂຶ້ນສູ່ຂັ້ນຮ້າຍແຮງ ແລະຈະເລີ້ມທຳການກວດກາຕາມຕະຫຼາດສັດປີກ ແຫ່ງ ຕ່າງໆ.
ມີຜູ້ເສຍຊີວິດ 6 ຄົນຢູ່ຮົງກົງໃນປີ 1997 ໃນລະຫວ່າງການລະບາດຂອງໄຂ້ຫວັດສັດ ປີກ ທີ່ພາໃຫ້ມີການຂ້າສັດປີກ ຖິ້ມເປັນຈຳນວນຫຼວງຫຼາຍ.

XS
SM
MD
LG