ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຜູ້ນຳ ປະຊາທິປະໄຕ ໃນຮົງກົງ ຍອມຮັບວ່າ ການຮຽກຮ້ອງ ອາດບໍ່ປະສົບ ຜົນສຳເລັດ (ວີດີໂອ)


ການປະທ້ວງຢູ່ນອກໂຮງແຮມ ບ່ອນທີ່ ທ່ານ Li Fei ຮອງເລຂາທິການໃຫຍ່ ຄະນະກຳມາທິການຖາວອນ ປະຈຳສະພາປະຊາຊົນແຫ່ງຊາດ ຂອງຈີນ ພັກເຊົາຢູ່ທີ່ຮົງກົງ.

ບັນດາ​ຜູ້ນຳຂະບວນການປະທ້ວງນິຍົມປະຊາທິປະ​ໄຕໃນຮົງ​ກົງ
ຍອມຮັບ​ວ່າ ​ເຂົາ​ເຂົ້າ​ອາດ​ຈະ​ບໍ່​ປະສົບ​ຜົນສຳ​ເລັດໃນ​ການ​ຮຽກ
ຮ້ອງ​ໃຫ້​ຈີນປະຕິຮູບ​ການ​ເລືອກ​ຕັ້ງ.

ການ​ຍອມຮັບ ຂອງຜູ້​ນຳພາ​ຂັ້ນ​ສູງ​ສອງ​ຄົນ ​ໄດ້​ມີ​ຂື້ນ​ຫລັງ​ຈາກ
ປັກ​ກິ່ງ ​ໄດ້​ປະ ກາດ​ໃນ​ວັນ​ອາ​ທິດທີ່​ຜ່ານ​ມານີ້​ວ່າ ຕົນ​ຈະ​ກວດ
ສອບ​ບັນດາ​ຜູ້​ສະມັກ ທີ່ເຂົ້າຮ່ວມ ​ການເລືອກຕັ້ງ​ຂອງ ​ໃນ​ປີ 2017.

ຜູ້ຮ່ວມນຳ​ພາ​ການ​ປະ​ທ້ວງ ທ່ານ Chan Kin-man ກ່າວໃນ​ວັນ
​ອັງຄານ​ມື້​ນີ້​ວ່າ ປັກ​ກິ່ງ​ ບໍ່ມີ​ທ່າ​ທີ​ວ່າຈະຕ່າວ​ປີ້ນ​ການ​ຕັດສິນ​ໃຈດັ່ງ
ກ່າວ. ທ່ານ​ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ການບັນລຸ​ຜົນ ສິດທິສາກົນໃນ
ການອອກສຽງປ່ອນບັດນັ້ນ ໃກ້​ທີ່​ຈະ​ລົ້ມ​ແຫລວ.

ທ່ານ Chan ກ່າວ​ວ່າ​ ການ​ປະ​ທ້ວງຈະ​ດຳ​ເນີນ​ຕໍ່​ໄປ ​ໂດຍ​ທີ່​ບໍ່​ມີ​ກຳນົດ​ ​ແຕ່​ວ່າ ທ່ານ ​ແລະ
​ຄູ່​ຕໍາ ​ແໜ່​ງ ທ່ານ Benny Tai ກ່າວ​ວ່າ ການ​ເຂົ້າຮ່ວມ​ປະ​ທ້ວງ​ອາດ​ຈະ​ໜ້ອຍລົງ ບໍ່ຮອດ
​ເປົ້າ​ໝາຍ​ຂອງ​ກຸ່ມ ຄື 10,000 ຄົນນັ້ນ.

ບັນດາ​ຜູ້ນຳ ກ່າວ​ຕໍ່​ຂ່າວສື່​ມວນຊົນວ່າ ນີ້​ອາດເນຶ່ອງມາ​ຈາກ "ທ່າທີກ່ຽວ​ກັບ​ຄວາມ​ເປັນ
​ຈິງ” ​ ​ຂອງ​ພົນ​ລະ​ເມືອງຮົງ​ກົງ.

ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ​ເປັນ​ເວລາ​ຫລາຍ​ເດືອນ​ໄດ້ພະຍາຍາມທີ່​ຈະ​ເອົາ​ຊະນະ
ໂດຍໄດ້ຮັບການສະໜັບສະໜຸນຈາກ​ປະຊາຊົນ ​ໃນ​ການເຄື່ອນ​ໄຫວປະ​ທ້ວງໂດຍ​ມີ
ຄວາມ​ເປັນ​ຫ່ວງກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້ໃນການທີ່ຈະເກີດຄວາມບໍ່​ສະຫງົບທາງ
ການເມືອງ.

CHINA HONG KONG POLITICS VOSOT
please wait

No media source currently available

0:00 0:01:49 0:00

XS
SM
MD
LG