ຕຳຫລວດຢູ່ໃນຮົງກົງໄດ້ຈັບກຸມພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ສຳຄັນ 3 ຄົນ ກ່ອນໜ້າທີ່ຈະມີການເດີນຂະບວນປະທ້ວງໃຫຍ່ທີ່ຖືກວາງແຜນວ່າ ຈະຈັດຂຶ້ນໃນວັນເສົາມື້ອື່ນນີ້. ການເດີນຂະບວນດັ່ງກ່າວໄດ້ຖືກພວກຈັດຕັ້ງການປະທ້ວງບອກໃຫ້ຍົກເລີກໄປແລ້ວ ພາຍຫລັງທີ່ຫ້ອງການຂໍອຸທອນປະຕິເສດບໍ່ອອກໃບອະນຸຍາດໃຫ້.
ທ້າວໂຈວາ ວົງ (Joshua Wong) ຜູ້ສ້າງຕັ້ງພັກການເມືອງໂດມົສຊິສໂຕ (Demosisto) ຖືກຈັບໃນວັນສຸກມື້ນີ້ ຍ້ອນຖືກສົງໄສວ່າເປັນຜູ້ຈັດໃຫ້ມີການປະທ້ວງທີ່ບໍ່ໄດ້ຮັບອະນຸຍາດໃນວັນທີ 21 ມິຖຸນາຜ່ານມາ, ອີງຕາມຕຳຫລວດ.
“ໃນທັນທີທັນໃດລາວກໍຖືກຊຸກໃຫ້ເຂົ້າໄປໃນລົດສ່ວນຕົວຄັນນຶ່ງຢູ່ໃນຖະໜົນຫັ້ນໂລດ" ນັ້ນຄືຄຳເວົ້າຂອງພັກໂດມົສຊິສໂຕ (Demosisto) ທີ່ລະດົມໃຫ້ມີປະຊາທິປະໄຕຫລາຍຂຶ້ນຢູ່ໃນຮົງກົງ ກ່າວຢູ່ໃນບັນຊີທວີດເຕີທາງການຂອງຕົນ.
ນາງ ແອັກເນສ ໂຈວ (Agnes Chow) ທີ່ສັງກັດຢູ່ໃນພັກໂດມົສຊິສໂຕ (Demosisto) ກໍຖືກຈັບເຊັ່ນກັນຢູ່ທີ່ເຮືອນຂອງນາງ.
ຕຳຫລວດເວົ້າວ່າ ທັງທ້າວ ວົງ ແລະນາງ ໂຈວ ທີ່ມີອາຍຸ 22 ປີນັ້ນກຳລັງຖືກສືບສວນ ສອບສວນ ຍ້ອນມີການສົງໄສວ່າພວກກ່ຽວ “ໄດ້ຈັດໃຫ້ມີການໂຮມຊຸມນຸມໂດຍບໍ່ໄດ້ຮັບອະນຸຍາດ" ແລະ "ຮູ້ວ່າໄດ້ເຂົ້າຮ່ວມການໂຮມຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດນັ້ນ".
ທ້າວວົງເປັນຜູ້ສຳຄັນຢູ່ໃນວົງການຂອງການເຄື່ອນໄຫວເພື່ອປະຊາທິປະໄຕຢ່າງເຕັມສ່ວນຂອງຮົງກົງ ໃນໄລຍະທີ່ມີການປະທ້ວງໃນປີ 2014 ທີ່ເຮັດໃຫ້ ຫລາຍພາກຂອງຕົວເມືອງດັ່ງກ່າວ ຢູ່ໃນສະພາບທີ່ບໍ່ເຄື່ອນໄຫວຫຍັງໄດ້ເປັນເວລາ 79 ວັນ. ໃນເດືອນມິຖຸນາຜ່ານມາລາວໄດ້ຖືກປ່ອຍຕົວອອກຈາກຄຸກ ພາຍຫລັງທີ່ໄດ້ຕິດຄຸກເປັນເວລາ 5 ອາທິດ ຍ້ອນໝິ່ນປະໝາດສານ.
ໃນວັນພະຫັດວານນີ້ ຕຳຫລວດກໍໄດ້ຈັບທ້າວ ແອນດີ ຈານ (Andy Chan), ຜູ້ກໍ່ຕັ້ງພັກແຫ່ງຊາດຂອງຮົງກົງ ຫລື Hong Kong National Party ທີ່ສະໜັບສະໜຸນໃຫ້ມີປະຊາທິປະໄຕຍ້ອນຖືກສົງໄສວ່າຜູ້ກ່ຽວ "ໄດ້ເຂົ້າຮ່ວມໃນການສ້າງໃຫ້ມີສະພາບໂກລະຫົນວຸ້ນວາຍ" ແລະ "ໂຈມຕີຕຳຫລວດ" ໃນຂະນະທີ່ມີການປະທ້ວງໃນວັນທີ 13 ກໍລະກົດຜ່ານມາ.
ຕຳຫລວດໄດ້ຈັບກຸມພວກປະທ້ວງປະມານ 900 ຄົນນັບແຕ່ມີການເດີນຂະບວນ ປະທ້ວງ ທີ່ໄດ້ເລີ້ມຂຶ້ນແຕ່ເດືອນມິຖຸນາເປັນຕົ້ນມາ ເພື່ອຄັດຄ້ານຕໍ່ຮ່າງການ ສົ່ງຜູ້ຮ້າຍຂ້າມແດນທີ່ຈະອະນຸຍາດໃຫ້ຜູ້ຕ້ອງສົງໄສວ່າກະທຳຜິດກົດໝາຍອາຍາ ໄປດຳເນີນຄະດີຢູ່ຈີນແຜ່ນດິນໃຫຍ່ ຊຶ່ງປັດຈະບັນນີ້ ໄດ້ຖືກງົດໄວ້ນັ້ນ.