ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກ​ເຄື່ອນ​ໄຫວ ຮົງ​ກົງ ຮຽກ​ຮ້ອງ​ ສະ​ມາ​ຊິກ​ສະ​ພາ ສຫລ ໃຫ້​ສະ​ໜັບ​ສະ​ໜູນ ຜູ້​ປະ​ທ້ວງ


ນັກ​ເຄື່ອນ​ໄຫວ ຮົງ​ກົງ ທ້າວ ຈອ​ສ​ຊົວ ວັອງ, ຊ້າຍ, ແລະ ນາງ ເດັນ​ນ​ີ​ສ ໂຮ, ເຂົາ​ເຈົ້າ​ການ​ໃຫ້​ປາກ​ຄຳຕໍ່​ລັດ​ຖະ​ສະ​ພາ ກ່ຽວ​ກັບ ການ​ປະ​ທ້ວງ​ໃນ ຮົງ​ກົງ. ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄ​ອນຫຼວງ ວໍ​ຊິງ​ຕັນ. 17 ກັນ​ຍາ, 2019.
ນັກ​ເຄື່ອນ​ໄຫວ ຮົງ​ກົງ ທ້າວ ຈອ​ສ​ຊົວ ວັອງ, ຊ້າຍ, ແລະ ນາງ ເດັນ​ນ​ີ​ສ ໂຮ, ເຂົາ​ເຈົ້າ​ການ​ໃຫ້​ປາກ​ຄຳຕໍ່​ລັດ​ຖະ​ສະ​ພາ ກ່ຽວ​ກັບ ການ​ປະ​ທ້ວງ​ໃນ ຮົງ​ກົງ. ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄ​ອນຫຼວງ ວໍ​ຊິງ​ຕັນ. 17 ກັນ​ຍາ, 2019.

ນັກ​ເຄື່ອນ​ໄຫວ​ ຮົງ​ກົງ ຄົນ​ສຳ​ຄັນ ທ້າວ ໂຈສ​ຊົວ ວັອງ ໄດ້​ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​
ສະພາ ສະຫະລັດ ໃນວັນອັງຄານວານນີ້ ໃຫ້ສະໜັບສະໜູນສິດທິມະນຸດ ແລະ ປະຊາ
ທິປະໄຕໃນດິນແດນເຄິ່ງປົກຄອງຕົນເອງຂອງ ຈີນ ນັ້ນ, ໂດຍປະກາດວ່າ “ຜົນປະ
ໂຫຍດແມ່ນບໍ່ເຄີຍສູງກວ່ານີ້.”

ການ​ຮ້ອງ​ຂໍ​ເພື່ອ​ການ​ສະ​ໜັບ​ສະ​ໜູນ​ຈາກ ສະ​ຫະ​ລັດ ຂອງ​ທ້າວ ວັອງ ໄດ້​ມີ​ຂຶ້ນ​ໃນ​ລະ​
ຫວ່າງການຮັບຟັງຄຳໃຫ້ການໃນ ວໍຊິງຕັນ ຕໍ່ຄະນະກຳມາທິການບໍລິຫານລັດຖະສະ
ພາ ກ່ຽວກັບ ຈີນ ເພື່ອທົບທວນຄວບຄືບໜ້າ ໃນ ຮົງກົງ ແລະ ບົດບາດຂອງ ຈີນ ໃນວິ
ກິດການດ້ານການເມືອງຢູ່ທີ່ນັ້ນ.

ທ້າວ ວັອງ ໄດ້​ເຂົ້າ​ຮ່ວມ​ກັບ​ນັກ​ເຄື່ອນ​ໄຫວ​ຄົນ​ດັງ​ຂອງ ຮົງ​ກົງ ນາງ ເດັນ​ນີ​ສ ໂຮ ຜູ້​ທີ່​
ໄດ້ເຕືອນວ່າ ການເຊື່ອມໂຊມຂອງສະຖານະພາບອັນພິເສດຂອງຮົງກົງ ຈະກະຕຸ້ນກຳ
ລັງໃຈໃຫ້ ຈີນ ຖ້າ ສະຫະລັດ ບໍ່ທຳການກົດດັນຕໍ່ ຈີນ ແລະ ສະໜັບສະໜູນ ຮ່າງກົດ
ໝາຍ ສະຫະລັດ ທີ່ແນໃສ່ເພື່ອປົກປ້ອງສິດທິພົນລະເມືອງຂອງຊາວ ຮົງກົງ.

ນາງ ໂຮ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ມີ​ທຸກ​ຢ່າງ​ທີ່​ເຮັດ​ໃຫ້​
ຢ້ານກົວ ຖ້າເຂົາເຈົ້າຢາກຮັກສາໂລກທີ່ເສລີ, ເປີດກວ້າງ ແລະ ສີວິໄລ. ຍ້ອນແນວນັ້ນ,
ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງລັດຖະສະພາ ສະຫະລັດ ໃຫ້ຢືນຄຽງຂ້າງ ຮົງກົງ, ແລະ ສຳ
ຄັນທີ່ສຸດ, ໃຫ້ຮັບຜ່ານຮ່າງກົດໝາຍປະຊາທິປະໄຕ ສິດທິມະນຸດ ຮົງກົງ. ນີ້ບໍ່ແມ່ນການ
ຂໍຮ້ອງ ເພື່ອສິ່ງທີ່ເອີ້ນວ່າ ການແຊກແຊງຂອງຕ່າງປະເທດ. ນີ້ແມ່ນການຂໍຮ້ອງເພື່ອ
ປະຊາທິປະໄຕ. ນີ້ແມ່ນການຂໍຮ້ອງເພື່ອເສລີພາບ.”

ນາງ ໂຮ ໄດ້​ກ່າວ​ຕື່ມ​ວ່າ “ຖ້າ ຮົງ​ກົງ ພັງ​ທະ​ລາຍ, ມັນ​ຈະ​ກາຍ​ເປັນ​ຈຸ​ດ​ເລີ່ມ​ຕົ້ນ​ທີ່​ງ່າຍ
ດາຍສຳລັບລະບອບການປົກຄອງຜະເດັດການຂອງ ຈີນ ທີ່ຈະຜັກດັນກົດລະບຽບ
ຕ່າງໆ ແລະ ບູລິມະສິດໃນຕ່າງປະເທດຂອງເຂົາເຈົ້າ, ໃຊ້ອຳນາດທາງເສດຖະກິດ
ຂອງເຂົາເຈົ້າ ເພື່ອຄວບຄຸມຄົນອື່ນໆ ຕາມມູນເຊື້ອຄອມມູນິສຂອງເຂົາເຈົ້າ.”

ທ້າວ ວັອງ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ ລາວ​ເຊື່ອ​ວ່າບັນ​ດາ​ນັກ​ປະ​ຫວັດ​ສາດ​
ຈະພິຈາລະນະປີ 2019 ເປັນຈຸດຫັນປ່ຽນໃນການຊອກສະແຫວງຫາສິດທິມະນຸດຂອງ
ຮົງກົງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG