ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງ ຮົງກົງ ມີກຳໜົດ ທີ່ຈະຮັບຟັງ ການຂໍອຸທອນ ຂອງພວກນັກເຄື່ອນໄຫວ


ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໄດ້ເຂົ້າຮ່ວມ ການປະທ້ວງ ໃນວັນຊາດຈີນ ທີ່ຮົງກົງ, ຈີນ, 1 ຕຸລາ 2017.
ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໄດ້ເຂົ້າຮ່ວມ ການປະທ້ວງ ໃນວັນຊາດຈີນ ທີ່ຮົງກົງ, ຈີນ, 1 ຕຸລາ 2017.

ໄດ້​ມີ​ໝາຍ​ກຳໜົດ​ວັນ​ຂຶ້ນສານ ຂອງ​ພວກ​ນັກ​ເຄື່ອນ​ໄຫວໜຸ່ມ​ນ້ອຍຊາວ​ຮົງ​ກົງ 3 ຄົນທີ່
ໄປຂໍອຸທອນ ​ຕໍ່​ການພົບເຫັນວ່າ ມີຄວາມຜິດ ຂອງ​ພວກ​ເຂົາ​ເຈົ້າ ພ້ອມ​ທັງ​ການ​ຕັດສິນ
ຈຳຄຸກ ສຳ ລັບບົດບາດໃນການ​ນຳພາ​ປະ​ທ້ວງຂອງພວກ​ເຂົາ​ເຈົ້າ​ ໃນປີ 2014.

ສານອຸທອນ​ຂັ້ນ​ສຸດ​ທ້າຍຂອງຮົງກົງ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ຈະ​ຮັບ​ຟັງ
ການຂໍອຸທອນ ຈາກ​ ທ້າວ Joshua Wong ທ້າວ Nathan Law ແລະ ທ້າວ Alex
Chow ​ໃນ​ເດືອ​ມັງກອນປີ​ໜ້າ.

ທັງ​ສາມ ໃນຂັ້ນຕົ້ນ ​ໄດ້​ຮັບ​ໂທດ ຖານ​ບໍ່​ມີ​ຜູ້​ເບິ່ງ​ແຍງ​ດູ​ແລ ໂດຍ​ສານ​ຊັ້ນຕົ້ນ ​ໃນ​ປີ
​ກາຍ​ນີ້ ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນເດີ່ນ​ຂອງ​ສູນ​ກາງ​ລັດຖະບານ​ໃນ​ເດືອນ​ກັນຍາ ປີ 2014
ທີ່ພາ​ໃຫ້​ເກີດ​ມີ​ຂະບວນປະຕິວັດຄັນຮົ່ມ ຫຼື “Umbrella Revolution” ທີ່​ຍັງ​ຜົນ​ໃຫ້​
ມີ​ການ​ປິດ​ຖະໜົນຫຼັກ​ຫຼາຍ​ເສັ້ນ ​ເປັນ​ເວລາ​ຫຼາຍກວ່າ​ສອງ​ເດືອນ ທີ່​ຮຽກຮ້ອງໃຫ້ມີ​
ການ​ເລືອກ​ຕັ້ງ​ຢ່າງ​ເສລີ ຢ່າງ​ເຕັມ​ສ່ວນນັ້ນ.

​ແຕ່​ວ່າ​ຄະນະ​ໄອຍະ​ການ ​ແມ່ນ​ໄດ້​ເຮັດ​ໃຫ້​ສານ​ຍອມຮັບຢ່າງເປັນສຳ​ເລັດຜົນ ທີ່ວ່າ
​ການ​ລົງ​ຂັ້ນຕົ້ນ ​ນັ້ນ​ແມ່ນ​ເບົາໂພດ ​ໃນ​ຂະນະ​ທີ່​ທຳ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ໃນ​ເດືອນ
​ສິງຫາ ຜ່ານ​ມາ​ນີ້. ທ້າວ Wong ​ໄວ 21 ປີ ​ແມ່ນ​ຖືກ​ໂທດ​ຕິດ​ຄຸກ​ເປັນ​ເວລາ 6 ​ເດືອນ ​
ແລະ​ທ້າວ Law ​ໄວ 24 ປີ ຕິດ​ຄຸກ 8 ​ເດືອນ​ແລະ​ທ້າວ Chow ທີ່​ມີ​ອາຍຸ 27 ປີ​ນັ້ນຖືກ
ຕິດ​ຄຸກ 7 ​ເດືອນ.

ທ້າວ Wong ແລະ​ທ້າວ Law ແມ່ນ​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ເດືອນ​ ດ້ວຍ​ການປະກັນ​ຕົວ​ອອກ​ມາ ​ໃນ​ເດືອນ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ທ້າວ Chow ​ແມ່ນ​ໄດ້​ຖືກ​ປ່ອຍ​ຕົວ​ ດ້ວຍ​ການປະກັນ​ຕົວ​ອອກ​ ໃນຂະນະ​ທີ່​ມີການ​ໃຫ້ປາກຄຳ​ທີ່​ສານ​ໃນ​ວັນ​ອັງຄານ​ມື້​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ.

XS
SM
MD
LG