ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປ​ຊ 'ຕື່ນຕົກໃຈ' ຕໍ່ການກັງຂັງ ທີ່ກ່ຽວຂ້ອງ ກັບວັນຄົບຮອບ ທຽນອັນເໝີນ ຂອງຮົງກົງ


ປະຊາຊົນຄົນນຶ່ງໄດ້ຖືກຕໍາຫຼວດນຳພາໂຕອອກໄປ ຫຼັງຈາກໄດ້ເຍືອງແສງໄຟຈາກໂທລະສັບມືຖື, ໃກ້ກັບສວນສາທາລະນະ ວິກຕໍເຣຍ, ເຊິ່ງເປັນສະຖານທີ່ຈັດງານລະນຶກເຖິງເຫດການສັງຫານໝູ່ ຢູ່ຈະຕຸລັດທຽນອັນເໝີນ ປີ 1989, ໃນວັນຄົບຮອບ 34 ປີ ຂອງການປາບປາມ ຢູ່ທີ່ຈະຕຸລັດທຽນອັນເໝີນຂອງຈີນ ໃນຮົງກົງ ວັນທີ 4 ມິຖຸນາ 2023
ປະຊາຊົນຄົນນຶ່ງໄດ້ຖືກຕໍາຫຼວດນຳພາໂຕອອກໄປ ຫຼັງຈາກໄດ້ເຍືອງແສງໄຟຈາກໂທລະສັບມືຖື, ໃກ້ກັບສວນສາທາລະນະ ວິກຕໍເຣຍ, ເຊິ່ງເປັນສະຖານທີ່ຈັດງານລະນຶກເຖິງເຫດການສັງຫານໝູ່ ຢູ່ຈະຕຸລັດທຽນອັນເໝີນ ປີ 1989, ໃນວັນຄົບຮອບ 34 ປີ ຂອງການປາບປາມ ຢູ່ທີ່ຈະຕຸລັດທຽນອັນເໝີນຂອງຈີນ ໃນຮົງກົງ ວັນທີ 4 ມິຖຸນາ 2023

ຫ້ອງການຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ໄດ້ກ່າວໃນວັນຈັນວານນີ້ວ່າ “ເປັນທີ່ຕື່ນຕົກໃຈ” ຕໍ່ການກັກຂັງໃນຮົງກົງທີ່ພົວພັນເຖິງວັນຄົບຮອບ ການປາບປາມຂອງຈີນ ຕໍ່ພວກປະທ້ວງເພື່ອປະຊາທິປະໄຕ ຢູ່ຈະຕຸລັດທຽນອັນເໝີນ, ແຕ່ລັດຖະບານຮົງກົງ ໄດ້ຕອບໂຕ້ຄືນໃນອັນທີ່ພວກເຂົາເອີ້ນວ່າ ຄວາມພະຍາຍາມ ເພື່ອ "ປ້າຍສີ" ການເຮັດວຽກຂອງຕໍາຫຼວດ ທີ່ຖືກຕ້ອງຕາມກົດຫມາຍ.

ໃນທວີຕ (Tweet), ຫ້ອງການຂອງອົງການສະຫະປະຊາຊາດກ່າວວ່າ "ພວກເຮົາຮຽກຮ້ອງໃຫ້ປ່ອຍຕົວຜູ້ທີ່ຖືກກັກຂັງຍ້ອນໃຊ້ສິດເສລີພາບໃນການສະແດງຄວາມຄິດເຫັນ ແລະການຊຸມນຸມໂດຍສັນຕິ. ພວກເຮົາ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ປະຕິບັດ​ພັນທະ​ສັນຍາ​ສາກົນ ​ກ່ຽວ​ກັບ​ສິດທິ​ພົນລະ​ເມືອງ ​ແລະສິດທິ​ທາງການເມືອງ ຢ່າງ​ຄົບ​ຖ້ວນ.”

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫວັງ ເວິນບິນ (Wang Wenbin) ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ປັກ​ກິ່ງ​ໄດ້​ສະໜັບສະໜູນ​ອຳນາດ​ການ​ປົກຄອງ​ຮົງ​ກົງ​ ຢ່າງ​ໜັກ​ແໜ້ນ ​ໃນ​ຄວາມ​ພະຍາຍາມ​ຮັກສາ​ຄວາມ​ໝັ້ນຄົງ​ ແລະ​ສະຖຽນ​ລະ​ພາບ, ແລະ ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ຖະ​ແຫຼງການ​ໃນວັນອາທິດທີ່ຜ່ານມາ ວ່າ ຮົງ​ກົງ​ທຸກ​ມື້​ນີ້ ​ພວມ​ຫັນປ່ຽນ​ຈາກ​ຄວາມ​ວຸ້ນວາຍ​ໄປ​ສູ່​ຄວາມ​ໝັ້ນຄົງ​ ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ຕາມແນວທາງທີ່ຖືກຕ້ອງຂອງ "ນຶ່ງປະເທດ, ສອງລະບົບ," ອີງຕາມ ອົງການຂ່າວຣອຍເຕີສ໌.

ຕຳຫຼວດ​ຮົງ​ກົງໄດ້​ກ່າວ​ໃນ​ວັນ​ຈັນວານນີ້ ​ວ່າ ​ພວກເຂົາ​ເຈົ້າ​ໄດ້​ກັກຂັງ 27 ຄົນ​ໃນ​ຂໍ້ຫາຖານ​ສົງ​ໄສ​ວ່າ ​ໄດ້​ທຳລາຍຄວາມສະຫງົບຂອງ​ສັງຄົມ ​ໃນ​ໄລຍະ​ເວລາ 2 ມື້ ​ໃນ​ຂະນະ​ທີ່​ພວກ​ນັກ​ເຄື່ອນ​ໄຫວ ​ແລະ ​ປະຊາຊົນ​ທົ່ວໄປ ໄດ້​ລະນຶກເຖິງ​ວັນ​ຄົບຮອບ 34 ປີ​ຂອງ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ຢູ່​ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝີນ​ຂອງ​ປັກ​ກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG