ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກເຄື່ອນໄຫວ ຮົງກົງ ຖືກຕັດສິນຂັງຄຸກ 6 ປີ


ທ້າວ ເອັດເຫວີດ ລຶງ ຜູ້ລົງແຂ່ງຂັນເອົາຕຳແໜ່ງຈາກພັກ ຮົງກົງ ພື້ນເມືອງ, ເຂົ້າຮ່ວມໃນການໂຄສະນາຫາສຽງ ເລືອກຕັ້ງສະພາ
ນິຕິບັນຍັດ, ເກາະ ຮົງກົງ. 28 ກຸມພາ, 2016.
ທ້າວ ເອັດເຫວີດ ລຶງ ຜູ້ລົງແຂ່ງຂັນເອົາຕຳແໜ່ງຈາກພັກ ຮົງກົງ ພື້ນເມືອງ, ເຂົ້າຮ່ວມໃນການໂຄສະນາຫາສຽງ ເລືອກຕັ້ງສະພາ ນິຕິບັນຍັດ, ເກາະ ຮົງກົງ. 28 ກຸມພາ, 2016.

ນັກເຄື່ອນໄຫວທີ່ເປັນອິດສະລະ ທີ່ມີຊື່ສຽງຄົນນຶ່ງ ໃນເກາະ ຮົງກົງ ໄດ້ຖືກຕັດ ສິນຂັງ
ຄຸກ 6 ປີ ຍ້ອນການມີສ່ວນຮ່ວມໃນຄວາມຮຸນແຮງ ໃນການປະທ້ວງຕາມຖະໜົນເມື່ອ
ປີ 2016.

ທ້າວ ເອັດເຫວີດ ລຶງ, ຜູ້ທີ່ຖືກຕັດສິນໂທດ ໃນຂໍ້ກ່າວຫາ ກ່ຽວກັບ ການກໍ່ຈະລາຈົນ,
ໄດ້ຖືກຄວບຄຸມຕົວ ໃນຂໍ້ກ່າວຫາອື່ນຕ່າງຫາກ ກ່ຽວກັບ ການໂຈມຕີເຈົ້າໜ້າທີ່ຕຳ
ຫຼວດຄົນນຶ່ງຢູ່ແລ້ວ ໃນລະຫວ່າງ ການກໍ່ ຈະລາຈົນເມື່ອເດືອນກຸມພາ 2016, ໃນ
ເມືອງ ມົງ ກົກ (Mong Kok) ທີ່ເປັນເຂດການຄ້າຂອງເກາະດັ່ງກ່າວ. ພວກປະທ້ວງ
ໄດ້ພາ ກັນແກວ່ງກ້ອນຫີນໃສ່ບັນດາເຈົ້າໜ້າທີ່ ແລະ ໄດ້ຈູດຖັງຂີ້ເຫຍື້ອເພື່ອປະທ້ວງ
ຈີນ ສຳລັບການຄວບຄຸມການປົກຄອງຕົນເອງຂອງເກາະ ຮົງກົງ ທີ່ເຄັ່ງຄັດຂຶ້ນກວ່າ
ເກົ່າ.

ທ້າວ ລຶງ ອາຍຸ 17 ປີ ໄດ້ກາຍມາເປັນຜູ້ນຳການເຄື່ອນໄຫວອິດສະຫຼະ ທີ່ໄດ້ຮັບແຮງ
ຜັກດັນ ໂດຍຊາວໜຸ່ມຂອງເກາະ ຮົງກົງ, ຫຼັງຈາກ “ການປະຕິວັດຄັນຮົ່ມ” ທີ່ສົ່ງເສີມ
ປະຊາທິປະໄຕໃນປີ 2014, ເຊິ່ງຮຽກຮ້ອງໃຫ້ຈັດການເລືອກຕັ້ງທີ່ເສລີຢ່າງເຕັມປ່ຽມ.
ທ້າວ ລຶງ ໄດ້ລົງແຂ່ງຂັນເອົາບ່ອນນັ່ງໃນສະພານິຕິບັນຍັດໃນປີ 2016, ແຕ່ຫຼັງຈາກ
ນັ້ນກໍຖືກ ຫ້າມຈາກການດຳລົງຕຳແໜ່ງ.

ຈີນ ໄດ້ຮັບການຄວບຄຸມເກາະ ຮົງກົງ ຄືນຈາກ ອັງກິດ ໃນປີ 1997. ເຂົາເຈົ້າໄດ້ສ້າງ
ຕັ້ງຫຼັກເກນ “ນຶ່ງປະເທດ, ສອງລະບົບ” ທີ່ໄດ້ເຮັດໃຫ້ ເກາະ ຮົງກົງ ມີເສລີພາບຫຼາຍ
ຢ່າງ, ແຕ່ ປັກກິ່ງ

ກໍແມ່ນໄດ້ຄວບຄຸມເຄັ່ງຄັດຂຶ້ນກວ່າເກົ່າ ໃນບໍ່ເທົ່າໃດປີ ທີ່ຜ່ານມາ, ຈົນກໍ່ ໃຫ້ເກີດ ມີ
ການເຄື່ອນໄຫວສະໜັບສະໜູນປະຊາທິປະໄຕ ແລະ ເອກະລາດ ນຳໜ້າໂດຍພວກ
ນັກສຶກສາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG