ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮົງກົງ ສະຫຼອງ ການປົກຄອງ ຂອງຈີນ ​ຄົບຮອບ 20 ປີ ​


ທ່ານ​ນາງ Carrie Lam ຫົວໜ້າ​ບໍລິຫານ​ຮົງ​ກົງ​ ສຳພັດມືກັບ ປະທານປະເທດຈີນ ທ່ານ Xi Jinping.
ທ່ານ​ນາງ Carrie Lam ຫົວໜ້າ​ບໍລິຫານ​ຮົງ​ກົງ​ ສຳພັດມືກັບ ປະທານປະເທດຈີນ ທ່ານ Xi Jinping.

ປະທານ​ປະ​ເທ​ດຈີນ ທ່ານ Xi Jinping ​ໄດ້​ສາບານ​ໂຕ​ໃຫ້ແກ່​ຜູ້ນຳ​ຮົງ​ກົງ​ຄົນ​ໃໝ່ ທ່ານ​
ນາງ Carrie Lam ​ໃນ​ຂີດ​ໝາຍວັນ​ຄົບຮອບ 20 ປີ ​ໃນ​ການ​ມອບໂອນ​ການ​ປົກຄອງ
ຮົງ​ກົງ ຂອງອັງກິດ​ ໃຫ້​ແກ່ຈີນ.

ມີ​ການ​ຊັກທຸງຊາດ​ຂອງຈີນ ​ແລະ​ຮົງ​ກົງ​ ​ຂຶ້ນສູ່​ປາຍ​ເສົາ ໃນພິທີ ທີ່​ຈັດ​ຂຶ້ນ​ຂ້າງ​ນອກ​ໃນ​
ວັນ​ເສົາ​ມື້​ນີ້ ຊຶ່ງ​ມີຂຶ້ນ​ໃນ​ເວລາ​ດຽວ​ກັນກັບຢູ່ທີ່​ທ່າ​ເຮືອ​ ບ່ອນທີ່ຜູ້​ປົກຄອງ​ອັງກິດຄົນ​ສຸດ​
ທ້າຍ ​ໄດ້​ມອບ​ຮົງ​ກົງ​ໃຫ້​ແກ່​ການ​ປົກຄອງ​ຂອງ​ຈີນ​ໃນ​ປີ 1997.

ທ່ານ​ນາງ Lam ຫົວໜ້າ​ບໍລິຫານ​ຮົງ​ກົງ​ຄົນ​ໃໝ່ ​ທີ່​ຮັບ​ຮູ້​ໂດຍ​ປັກ​ກິ່ງ ​ໄດ້​ສາບານ​ໂຕ ໃນ
​ວັນ​ເສົາ​ມື້​ນີ້ ​ເພື່ອ​ເຂົ້າ​ຮັບ​ໃຊ້​ປະ​ເທດ​ຈີນ ​ແລະ​ຮົງ​ກົງ. ທ່ານ​ນາງ​ ໄດ້​ຖືກເ​ລື​ອກ ໂດຍຜູ້ມີ​
ສິດ​ປ່ອນ​ບັດ​ຮົງ​ກົງ ບໍ່​ຮອດ 1 ​ເປີ​ເຊັນ ໃນ​ຂັ້ນຕອນການ​ເລືອກ​ຕັ້ງ ​ທີ່ປະນາມໂດຍບັນ
ດານັກ​ເຄື່ອນ​ໄຫວ ​ເພື່ອປະຊາທິປະ​ໄຕ ທີ່​ເຫັນ​ວ່າ ​ໂດຍ​ພື້ນຖານ​ແລ້ວ ​ບໍ່​ມີ​ຄວາມຍຸຕິ
​ທຳ​ເລີຍ.

ມີ​ການ​ສົ່ງຕຳຫລວດ​ຫລາຍ​ຮ້ອຍ​ຄົນ​ ໄປ​ປະຕິບັດ​ໜ້າ​ທີ່ ໃນ​ວັນ​ຄົບຮອບດັ່ງກ່າວ ຊຶ່ງ​
ຕາມ​ປະ​ເພນີ​ແລ້ວ ​ແມ່ນ​ວັນ​ແຫ່ງການ​ປະ​ທ້ວງ​ຢູ່​ໃນ​ຮົງ​ກົງ. ມີ​ການ​ປະ​ທະ​ກັນ​ເລັກ​ນ້ອຍ
​ເກີດ​ຂຶ້ນ ​ລະຫວ່າງບັນດາ​ຜູ້​ສະໜັບສະໜູນ​ປະຊາທິປະ​ໄຕ ​ແລະ​ກຸ່ມທີ່​ສະໜັບສະໜູນ​
ປັກ​ກິ່ງ ຢູ່​ໃນ​ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນປະມານນຶ່ງ​ກິ​ໂລ​ແມັດ ຫ່າງ ຈາກ​ບ່ອນຈັດ​ພິທີ​
ສາບານ​ໂຕ.

ມີ​ການ​ຮັກສາ​ຄວາມ​ປອດ​ໄພຢ່າງ​ເຄັ່ງ​ຄັດ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຮົງ​ກົງຂອງ
ທ່ານ Xi ​ເປັນ​ເວລາ​ສາມວັນ. ທ່ານ Xi ກ່າວ​ວ່າ ທ່ານ​ຈະ​ພົບ​ປະ​ກັບຜູ້​ຄົນ​ທີ່​ມາ​ຈາກ​ທຸກ
ຊົນ​ຊັ້ນໃ​ນລະຫວ່າງ​ການຢ້ຽມຢາມຂອງ​ທ່ານ ​ແຕ່​ວ່າການ​ຮັກສາ​ຄວາມ​ປອດ​ໄພຢ່າງ​
ເຄັ່ງ​ຄັດ ມີທ່າ​ທາງ​ວ່າ ຈະ​ເຮັດ​ໃຫ້​ທ່ານ ​ບໍ່​ມີ​ໂອກາດ​ໄດ້​ເຫັນ ​ການ ​ປະ​ທ້ວງ​ ​ແລະ​ການ
​ຮຽກ​ຮ້ອງໃຫ້​ມີການ​ປະຕິ​ຮູບທາງ​ດ້ານ​ການ​ເມືອງ.

ພວກສະໜັບສະໜູນປະຊາທິປະໄຕ ຕິດຄຳເວົ້າວ່າ "ເຫລັບມືຜີສາດຄອມມິວນິສຈີນ" ໃສ່ໜ້າຮູບປະທານປະເທດຈີນ ທ່ານ Xi Jinping ກ່ອນໜ້າປະທ້ວງ ຕ້ານການປົກຄອງຈີນໃນ Hong Kong ວັນທີ 1 ກໍລະກົດ, 2017.
ພວກສະໜັບສະໜູນປະຊາທິປະໄຕ ຕິດຄຳເວົ້າວ່າ "ເຫລັບມືຜີສາດຄອມມິວນິສຈີນ" ໃສ່ໜ້າຮູບປະທານປະເທດຈີນ ທ່ານ Xi Jinping ກ່ອນໜ້າປະທ້ວງ ຕ້ານການປົກຄອງຈີນໃນ Hong Kong ວັນທີ 1 ກໍລະກົດ, 2017.

ອັງກິດ​ໄດ້​ມອບ​ຮົງ​ກົງ​ ຄືນ​ໃຫ້ຈີນ​ປົກຄອງ ​ໃນ​ວັນ​ທີ 1 ກໍລະກົດ ພາຍ​ໃຕ້ “ປະ​ເທດ​ດຽວ
ສອງ​ລະບອບ​ການປົກຄອງ” ຊຶ່ງ​ເປັນສູດ​ທີ່​ຄໍ້າປະກັນການ​ໃຫ້​ສິດ​ເສລີ​ພາບ​ໃນ​ຂອບ
​ເຂດ​ທີ່​ກວ້າ​ງ​ສຳລັບ​ຮົງ​ກົງທີ່ບໍ່​ໄດ້​ມອບ​ໃຫ້​ແກ່​ປະ​ຊາ​ຊົນໃນຈີນແຜ່ນ ດິນ​ໃຫຍ່.

​ໃນ​ວັນ​ສຸກ​ວານ​ນີ້ ກະຊວງ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ​ເອກ​ກະສາ​ນທີ່​ເຊັນ​ໂດຍ​ອັງ ກິດ
​ແລະ​ຈີນ ​ທີ່ລິ​ເລີ້ມ​ໃນ​ການ​ມອບໂອນ​ດັ່ງກ່າວ “​ໃຊ້​ການ​ບໍ່​ໄດ້​ອີກ​ແລ້ວ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

China Hong Kong
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG