ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເສຍ​ຊີ​ວິດ ຂອງນັກ​ສຶກ​ສາ​ຮົງ​ກົງ ຄົນ​ນຶ່ງ ອາດ​ຈະ​ເຮັ​ດ​ໃຫ້​ເກີດ ຄວາມ​ວຸ້ນ​ວາຍ ເພີ້ມ​ຂຶ້ນ​


ຜູ້​ປະ​ທ້ວງ​ຄົນ​ນຶ່ງຍົກ​ຮູບຂອງ ທ.​ ​ໂຈວ ທ-ລົກ ທີ່​ເສຍ​ຊີ​ວິດ​ໃນ​ວັນ​ສຸກມື້ນີ້ ຂຶ້ນ ຢູ່​ໃກ້​ກັບ​ຕຶກ​ທີ່​ປັກທຸງຮົງ​ກົງ ກັບ​ທຸ​ງ​ຈີນໃນ​ວັນ​ທີ 8 ພະ​ຈິກ 2019
ຜູ້​ປະ​ທ້ວງ​ຄົນ​ນຶ່ງຍົກ​ຮູບຂອງ ທ.​ ​ໂຈວ ທ-ລົກ ທີ່​ເສຍ​ຊີ​ວິດ​ໃນ​ວັນ​ສຸກມື້ນີ້ ຂຶ້ນ ຢູ່​ໃກ້​ກັບ​ຕຶກ​ທີ່​ປັກທຸງຮົງ​ກົງ ກັບ​ທຸ​ງ​ຈີນໃນ​ວັນ​ທີ 8 ພະ​ຈິກ 2019

ນັກ​ສຶກ​ສາ​ຮົງ​ກົງ​ຄົນ​ນຶ່ງທີ່​ຕົກ​ຈາກ​ກາ​ຣາຈອ​ດ​ລົດ ພາຍ​ຫລັງ​ທີ່​ປະ​ທະ​ກັບ​ຕຳ​ຫລວດ ນັ້ນໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ.

ເຈົ້າ​ໜ້າ​ທີ່​ໂຮງ​ໝໍ​ເວົ້າ​ວ່າ ທ້າວ ໂຈວ ທ-ລົກ (Chow Tsz-Lok) ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ວັນ​ສຸກມື້ນີ້ ໂດຍບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ້ມ​ເຕີ​ມ​ແຕ່​ຢ່າງໃດ​ເລີຍ.

ທ້າວ ໂຈ​ວ ໄດ້ຖືກ​ນຳ​ໄປ​ເຂົ້າ​ໂຮງ​ໝໍໃນ​ຕອນ​ເຊົ້າ​ວັນ​ຈັນ​ຜ່ານ​ມາ ພາຍ​ຫລັງ​ທີ່​ມີ​ຄົນ​ພົບ​ລາວນອນ​ສະ​ຫລົບ​ອາບ​ເລືອດ​ຢູ່​ໃນ​ກາ​ຣາຈອ​ດ​ລົດ ທີ່​ຕຳ​ຫລວດ​ໄດ້​ຍິງ​ອາຍ​ແກ​ສນ້ຳ​ຕາໃສ່​ພວກ​ປະ​ທ້ວງ​ທີ່​ແກວ່ງ​ກ້ອນ​ຫີນ​ລົງ​ມາ​ຈາກ​ຕຶກແຫ່ງນັ້ນ.

ທ້າວໂຈ​ຊ​ວາ ວັອງ, ນັກ​ເຄື່ອນ​ໄຫ​ທີ່​ນຳ​ໜ້າ​ໝູ່​ຂອງ​ຮົງ​ກົງ ໄດ້​ຮຽກ​ຮ້ອງ​ໃຫ້ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ດັ່ງ​ກ່າວນຸ່ງ​ເສື້ອ​ຍືດສີ​ດຳ ເພື່ອ​ສະ​ແດງ​ເຖິງ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ກັບ​ຂະ​ບວນ​ການ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ທີ່​ກຳ​ລັງ​ໄວ້​ອາ​ໄລ​ແກ່​ການ​ເສຍ​ຊີ​ວິດ​ຂອງນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ ແລະ​ເທັກ​ໂນ​ໂລ​ຈີ ອາ​ຍຸ 22 ປີ​ຄົນ​ນັ້ນ.

ສູນ​ກາງ​ການ​ເງິນ​ຂອງ​ເອ​ເຊຍ​ແຫ່ງນັ້ນ ໄດ້​ຖືກຖະ​ຫລົ່ມຢູ່​ໃນ​ການປະ​ທ້ວງ​ທີ່​ໃຫຍ່ ແລະ​ມັກ​ມີ​ການກໍ່​ຄວາມ​ຮຸນ​ແຮງຢູ່​ເລື້ອຍໆ ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້​ນ​ມານັ້ນ ທີ່​ເລີ້ມ​ເກີດ​ຂຶ້ນ​ມາ​ຈາກ​ການນຳສະ​ເໜີຮ່າງ​ກົດ​ໝາຍ ທີ່ຈະເຮັດ​ໃຫ້​ສາ​ມາດ​ສົ່ງ​ຕົວຜູ້​ຕ້ອງ​ສົງ​ໄສວ່າ​ກໍ່​ອາດ​ຊະ​ຍາ​ກຳ​ ໄປໃຫ້​ຈີນ​ແຜ່ນ​ດິນ​ໃຫຍ່ໄດ້.

ການ​ປະ​ທ້ວງ​ໄດ້​ກັບ​ກາຍ​ມາ​ເປັນ​ການ​ຮຽກ​ຮ້ອງ​ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ເຕັມ​ສ່ວນແກ່​ດິນ​ແດນ​ແຫ່ງນັ້ນ, ການຂໍໃຫ້​ມີ​ການ​ສືບ​ສວນຢ່າງ​ເປັນ​ອິດ​ສະ​ລະ​ຕໍ່​ຄວາມ​ເປັນ​ໄປ​ໄດ້​ວ່າ​ມີ​ການ​ໃຊ້​ກຳ​ລັງ​ຕຳ​ຫລວດ​ເກີນ​ຂອບ​ເຂດ ແລະ​ນີ​ລະ​ໂທດ​ກຳ​ໃຫ້​ແກ່​ນັກ​ເຄື່ອນ​ໄຫວ​ທຸກ​ຄົນ​ທີ່​ຖື​ຈັບ​ກຸມ​ໃນ​ລະ​ຫວ່າງ​ທີ່​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່ນັ້ນ. ພວກນັກ​ເຄື່ອນ​ໄຫວໄດ້ທຳ​ລາຍ​ຊັບ​ສິນ​ຂອງ​ທຸ​ລະ​ກິດ​ຕ່າງໆ ແລະ​ລະ​ບົບ​ລົດ​ໄຟ​ໃຕ້​ດິນ ແລະ​ໂຈມ​ຕີ​ຕຳ​ຫລວດ​ດ້ວຍ​ການ​ໃຊ້​ດິນ​ຈີ່ ແລະ​ລະ​ເບີດ​ເຮັດ​ເອົາ​ເອງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG