ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ນັກເຄື່ອນໄຫວ 3 ຄົນ ຍອມຮັບຜິດວ່າ ໄດ້ເຂົ້າຮ່ວມການໂຮມຊຸມນຸມຮຽກຮ້ອງໃຫ້ ມີປະຊາທິປະໄຕຫລາຍຂຶ້ນ ໃນຮົງກົງ


ເສດຖີສື່ມວນຊົນຮົງກົງ, ທ່ານ ຈິມມີ ລາຍ (Jimmy Lai), ຜູ້ກໍ່ຕັ້ງໜັງສືພິມ Apple Daily, ຍ່າງອອກຈາກສານອຸທອນຂັ້ນສຸດທ້າຍ

ເສດຖີສື່ມວນຊົນຮົງກົງ, ທ່ານ ຈິມມີ ລາຍ (Jimmy Lai) ແມ່ນຜູ້ນຶ່ງນອນຢູ່ໃນນັກເຄື່ອນໄຫວເພື່ອປະຊາທິປະໄຕ 3 ຄົນ ທີ່ໄດ້ຍອມຮັບຜິດໃນວັນພຸດວານນີ້ ທີ່ໄດ້ເຂົ້າຮ່ວມການໂຮມຊຸມນຸມ ທີ່ບໍ່ໄດ້ຮັບອະນຸຍາດໃນປີ 2019.

ນັກເຄື່ອນໄຫວອີກສອງຄົນ ທີ່ຍອມຮັບຜິດພ້ອມກັບທ່ານລາຍ ແມ່ນທ່ານ ລີ ເຈິກ-ຢານ (Lee Cheuk-yan) ແລະ ເຢງ ຊຸມ (Yeng Sum). ທັງສາມຄົນໄດ້ເຂົ້າຮ່ວມ ໃນການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ ໃນວັນທີ 31 ສິງຫາຂອງປີນັ້ນ, ທີ່ເປັນການປະທ້ວງໃນລະດັບສູງ ທີ່ໄດ້ຈັດຂຶ້ນເກືອບທຸກມື້ ແລະ ມັກຈະເປັນການປະທ້ວງທີ່ມີຄວາມຮຸນແຮງເພື່ອຮຽກຮ້ອງໃຫ້ມີປະຊາທິ ປະໄຕຫລາຍຂຶ້ນ ສຳລັບຕົວເມືອງດັ່ງກ່າວ.

ທ່ານ ລີ ເຈິກ-ຢານ (Lee Cheuk-yan) ກ່າວຕໍ່ບັນດານັກຂ່າວໃນຂະນະທີ່ທ່ານ ແລະທ່ານ ເຢງ (Yeng) ຍ່າງອອກມາຈາກສານວ່າ ເຖິງແມ່ນວ່າພວກເຂົາເຈົ້າໄດ້ຍອມຮັບຜິດກໍຕາມ, ພວກເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດຍ້ອນວ່າພວກເຂົາເຈົ້າຢືນຢັດເຖິງສິດຂອງປະຊາຊົນ ໃນການເຮັດການປະທ້ວງຢ່າງສະຫງົບ.

ທັງສາມຄົນແມ່ນປະເຊີນກັບການຕິດຄຸກ 5 ປີ ໃນຂໍ້ຫາດັ່ງກ່າວ.

ທ່ານຈິມມີ ລາຍ ເປັນຜູ້ຈັດພິມໜັງສືພິມ Apple Daily ທີ່ສົ່ງເສີມປະຊາທິປະ ໄຕນັ້ນ ໄດ້ຖືກຄຸມຂັງຢູ່ແລ້ວ ພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງໃນຂໍ້ສົງໄສວ່າ ມີການສົມຮູ້ຮ່ວມຄິດກັບຕ່າງປະເທດ.

ທ່ານ ລາຍ ໄດ້ຖືກຕັດສິນລົງໂທດໃນຕົ້ນເດືອນນີ້ ພ້ອມກັນກັບນັກເຄື່ອນໄຫວອີກ 6 ຄົນ, ໃນນັ້ນມີນັກຂ່າວທີ່ສໍາຄັນ ໃນດ້ານສົ່ງເສີມປະຊາທິປະໄຕ, ທ່ານ ມາຕິນ ລີ (Martin Lee) ອາຍຸ 82 ປີ ທີ່ໄດ້ຈັດຕັ້ງ ແລະເຂົ້າຮ່ວມການໂຮມຊຸມນຸມແບບຜິດກົດໝາຍ ໃນວັນທີ 18 ສິງຫາ 2019.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG