ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອນ​ດູ​ຣາ​ສ ເປີດ​ສະ​ຖານ​ທູດ ຢູ່​ຈີນ ຫຼັງ​ຈາກ​ຕັດ​ຄວາມສຳ​ພັນ ​ກັບ​ໄຕ້​ຫວັນ

ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຈິນ ກັງ (ຊ້າຍ) ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ຮອນ​ດູ​ຣາ​ສ ທ່ານ​ເອັນ​ຣິກ​ເກ ເຣ​ອີ​ນາ ເປີດ​ແຜ່ນ​ປ້າຍ ໃນ​ລະ​ຫວ່າງ​ພິ​ທີ​ເປີດ​ສະ​ຖານ​ທູດ​ຮອນ​ດູ​ຣາ​ສ ​ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 11ມິ​ຖຸ​ນາ 2023.

ສື່ມວນ​ຊົນ​ຂອງ​ທາງ​ການ​ຈີນ ກ່າວ​ວ່າ ຮອນ​ດູ​ຣາ​ສ​ໄດ້​ເປີດ​ສະ​ຖານ​ທູດ​ຂອງ​ຕົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ປະ​ເທດ​ໃນ​ອາ​ເມ​ຣິ​ກາ​ກາງ​ດັ່ງ​ກ່າວ ໄດ້​ຕັດ​ຄວາມ​ສຳ​ພັນ​ທາງ​ການ​ທູກ​ກັບ​ໄຕ້​ຫວັນ ເພື່ອ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ທາງ​ການ​ທູດ​ກັບ​ປັກິ່ງ​ໃນ​ເດືອນ​ມີ​ນາ​ຜ່ານ​ມາ.

ໂທ​ລະ​ພາບ CCTV ຂອງ​ຈີນ​ ລາຍ​ງານ​ວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ ທ່ານ​ຈິນ ກັງ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ຮອນ​ດູ​ຣາ​ສ ທ່ານ​ເອັນ​ຣິ​ເກ ເຣ​ອີ​ນາ ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທິ​ເປີດ​ສະ​ຖານ​ທູດ​ດັ່ງ​ກ່າວ ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້.​

ສັນ​ຍາ​ລັກ​ໃນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ​ຂອງ​ປະ​ເທດ​ທັງ​ສອງ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ຮອນ​ດູ​ຣາ​ສ ທ່ານ​ຊີ​ໂອ​ມາ​ຣາ ກາ​ສ-ໂຕ​ຣ ຢ້ຽມ​ຢາມ​ຈີນ​ເປັນ​ເວ​ລາ 6 ມື້.

ກ່ອນ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິ່ງນັ້ນ ທ່ານ​ກາ​ສ​ໂຕ​ຣ​ໄດ້​ຢ້ຽມ​ຢາມ​ສຳ​ນັກ​ງານ ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່ ທີ່ນະ​ຄອນ​ຊຽງ​ໄຮ້ ຊຶ່ງ​ເປັນ​ທະ​ນາ​ຄານ​ ທີ່​ສ້າງ​ຂຶ້ນ​ໂດຍ​ກຸ່ມບ​ຣິກ​ສ໌ ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ທີ່​ມີ​ສະ​ມາ​ຊິກ​ປະ​ກອບ​ດ້ວຍ ບ​ຣາ​ຊິ​ລ ຣັດ​ເຊຍ ອິນ​ເດຍ ແລະ​ອາ​ ຟ​ຣິ​ກາ​ໃຕ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG