ຂະບວນຂອງຜູ້ຍົກຍ້າຍຖິ່ນຖານທີ່ໄດ້ເລີ່ມຂຶ້ນໃນເມືອງ ແຊນ ເປໂດຣ ຊູລາ ໃນພາກ
ເໜືອຂອງປະເທດ ຮອນດູຣັສ ນັ້ນ ໄດ້ຂະຫຍາຍໃຫຍ່ຂຶ້ນ ໃນຂະນະທີ່ເຂົາເຈົ້າເດີນ
ທາງຜ່ານປະເທດດັ່ງກ່າວ.
ບາງຄົນແມ່ນເດີນທາງດ້ວຍການຍ່າງ, ບາງຄົນກໍຂີ່ລົດ. ແຕ່ເຂົາເຈົ້າທັງໝົດເບິ່ງຄືວ່າ
ຈະມີເປົ້າໝາຍອັນດຽວກັນ. ເຂົ້າເຈົ້າຢາກມີຊີວິດທີ່ດີຂຶ້ນ. ເຂົາເຈົ້າຫຼາຍຄົນຢາກຈະ
ມາຫາຊີວິດດັ່ງກ່າວນັ້ນຢູ່ໃນ ສະຫະລັດ.
ຜູ້ຈັດການເດີນທາງ ທ້າວ ບາໂຕໂລ ຟູເອັນເຕັສ ໄດ້ກ່າວຕໍ່ໜັງສືພິມ ຣອຍເຕີ ວ່າ ບັນ
ດາຜູ້ເຂົ້າຮ່ວມແມ່ນກຳລັງພາກັນໜີຈາກຄວາມທຸກຍາກ ແລະ ຄວາມຮຸນແຮງຢູ່ບ້ານ
ຂອງເຂົາເຈົ້າ.
ເມືອງ ແຊນ ເປໂດຣ ຊູລາ ແມ່ນນຶ່ງໃນເມືອງທີ່ມີອັດຕາການຄາດຕະກຳຫຼາຍທີ່ສຸດໃນ
ໂລກ.
ຈຳນວນປະຊາກອນຂອງຂະບວນຄົນດັ່ງກ່າວນັ້ນ ໄດ້ຂະຫຍາຍອອກເປັນປະມານ
1,700 ຄົນແລ້ວ ຈາກຕອນທຳອິດ 1,000 ຄົນ ເຊິ່ງແມ່ນຜູ້ທີ່ໄດ້ເດີນທາງອອກຈາກ
ເມືອງ ແຊນ ເປໂດຣ ຊູລາ.
ຂໍ້ຄວາມ ກ່ຽວກັບ ການຍົກຍ້າຍຖິ່ນຖານຄັ້ງໃຫຍ່ ໄດ້ກະຈາຍໄປທົ່ວທ້ອງຖິ່ນ ແລະ
ສື່ສັງຄົມ.
ຫຼາຍຄົນແມ່ນໄດ້ມີແຜນທີ່ຈະເດີນທາງອອກຈາກປະເທດ ຮອນດູຣັສ ຢູ່ແລ້ວ ແລະ ໄດ້
ຮູ້ສຶກວ່າ ການເດີນທາງໃນກຸ່ມທີ່ໃຫຍ່ຈະເຮັດໃຫ້ເຂົາເຈົ້າມີໂອກາດຕົກເປັນຜູ້ເຄາະ
ຮ້າຍຂອງການລັກຂະໂມຍ ແລະ ໂຈມຕີໜ້ອຍລົງ.
ອົງການຂ່າວ AP ໄດ້ລາຍງານວ່າ “ຫຼາຍຄອບຄົວໄດ້ເດີນທາງຮອດພ້ອມກັບເດັກທາ
ຣົກຢູ່ໃນແຂນ ແລະ ເດັກນ້ອຍຮຽນຍ່າງໃໝ່ນັ່ງຢູ່ໃນລໍ້ຍູ້. ຄົນສ່ວນໃຫຍ່ພາກັນຫິ້ວ
ເຄື່ອງບໍ່ຫຼາຍກວ່າກະເປົາເປ້.”
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ເມື່ອບໍ່ດົນມານີ້ໄດ້ບອກໃຫ້ປະທາ
ນາທິບໍດີ ຮອນດູຣັສ, ແອລຊາລວາດໍ ແລະ ກົວເຕມາລາ ຢຸດຂະບວນການຍົກຍ້າຍ
ຖິ່ນຖານຄັ້ງໃຫຍ່ດັ່ງກ່າວ.