ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຟໄໝ້​ຕະຫລາດ​ ໃນ​ເມືອງ​ຫລວງ ຂອງຮອນດູຣັສ.


ພວກເຈົ້າໜ້າທີ່ດັບເພີງ ກໍາລັງມອດໄຟ ທີ່ລຸກໄໝ້ແຜງລອຍຕະຫລາດ ຫລາຍແຫ່ງໃນເມືອງຫລວງ ເຕກູຊິກາລປາ ຂອງປະເທດຮອນດູຣັສ, ວັນເສົາ ທີ່ 18 ເດືອນກຸມພານີ້
ພວກເຈົ້າໜ້າທີ່ດັບເພີງ ກໍາລັງມອດໄຟ ທີ່ລຸກໄໝ້ແຜງລອຍຕະຫລາດ ຫລາຍແຫ່ງໃນເມືອງຫລວງ ເຕກູຊິກາລປາ ຂອງປະເທດຮອນດູຣັສ, ວັນເສົາ ທີ່ 18 ເດືອນກຸມພານີ້

ພວກ​ເຈົ້າໜ້າ​ທີ່​ປະ​ເທດ​ຮອນ​ດູຣັສ ກ່າວ​ວ່າ ​ເຫດ​ໄຟໄໝ້​ຄັ້ງ​ໃຫຍ່ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ທໍາ
ລາຍ​ຕະຫລາດ​ແຫ່ງ​ນຶ່ງ​ໃນ​ເມືອງ​ຫລວງຂອງ​ປະ​ເທດ.

ພວກ​ເຈົ້າໜ້າ​ທີ່ເວົ້າ​ວ່າ ​ແຜງ​ລອຍຂາ​ຍ​ເຄຶ່ອງຫລາຍ​ຮ້ອຍ​ແຫ່ງ​ຖືກໄຟ​ໄໝ້ ທີ່​ເກີດຂຶ້ນ​ເມື່ອ
ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້ ທີ່​ເມືອງ​ຫລວງ Tegucigalpa. ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ້​ເສຍ​ຊີວິດ.

ເຫດ​ໄຟ​ໄໝ້​ຄັ້ງ​ນີ້ ​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ເກີດເຫດ​ໄຟ​ໄໝ້​ຄຸກ​ ຮອນ​ດູ​ຣັສແຫ່ງ​ນຶ່ງ
ເມື່ອວັນ​ອັງຄານ​ທີ່​ຜ່ານ​ມາ​ນີ້ ທີ່ມີ​ນັກ​ໂທດ​ຫລາຍ​ກວ່າ 350 ຄົນເສ​ຍຊີວິດ​ຍ້ອນ​ຖືກ​ໄຟ​ໄໝ້.
ເຫດ​ເກີດ​ຂຶ້ນທີ່​ຄຸກກະສິກໍາ​ແຫ່ງ​ນຶ່ງ​ທີ່​ເມືອງ Comayagua ທາງ​ພາກ​ເໜືອ​ຂອງ​ເມືອງ
ຫລວງຂອງປະ​ເທດ​ນັ້ນ.

ພວກ​ເຈົ້າໜ້າ​ທີ່ດັບ​ເພີງ​ປະຈໍາ​ເມືອງ Camayagua ກ່າວ​ວ່າ ພວກ​ເຈົ້າ ໜ້າ​ທີ່​ຄຸກ​ໄດ້​ຂັດ
ຂວາງ​ບໍ່​ໃຫ້​ພວກ​ດັບເພີງ​ເຂົ້າ​ໄປ​ໃນ​ຄຸກ​ທີ່​ກໍາລັງ​ເກີດ​ໄຟ ​ໄໝ້​ນັ້ນ ​ເປັນ​ເວລາ​ເຄິ່ງຊົ່ວ​ໂມງ.

ຄຸກ​ດັ່ງກ່າວ​ໄດ້​ກັກ​ຂັງ​ພວກ​ນັກ​ໂທດ​ປະມານ 850 ຄົນ ຊຶ່ງ​ເປັນ​ຈໍານວນ​ສອງເທົ່າ​ເກີນ​ອັດ
ຕາ​ບັນຈຸ​ນັກ​ໂທດ.

XS
SM
MD
LG