ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຜົນການເລືອກຕັ້ງ ປະເທດ ຮອນດູຣັສ ມີຜູ້ເສຍຊີວິດນຶ່ງຄົນ


ຕຳຫຼວດປາບປາມຈະລາຈົນຄົນນຶ່ງ ເຕະກະປ໋ອງ ແກ໊ສ
ນໍ້າຕາໃສ່ພວກປະທ້ວງ, ໃນລະຫວ່າງການປະທ້ວງ ຕໍ່ຕ້ານ
ຜົນການເລືອກຕັ້ງປະທານາທິບໍດີ ຮອນດູຣັສ ທ່ານ ຮວນ ອໍແລນໂດ ເຮີນານເດສ ເຂົ້າດຳລົງຕຳແໜ່ງຄືນ, ປະເທດ ຮອນດູຣັສ. 20 ມັງກອນ, 2018.
ຕຳຫຼວດປາບປາມຈະລາຈົນຄົນນຶ່ງ ເຕະກະປ໋ອງ ແກ໊ສ ນໍ້າຕາໃສ່ພວກປະທ້ວງ, ໃນລະຫວ່າງການປະທ້ວງ ຕໍ່ຕ້ານ ຜົນການເລືອກຕັ້ງປະທານາທິບໍດີ ຮອນດູຣັສ ທ່ານ ຮວນ ອໍແລນໂດ ເຮີນານເດສ ເຂົ້າດຳລົງຕຳແໜ່ງຄືນ, ປະເທດ ຮອນດູຣັສ. 20 ມັງກອນ, 2018.

ກຳລັງຮັກສາຄວາມປອດໄພ ຮອນດູຣັສ ໄດ້ປະທະກັບພວກປະທ້ວງ ໃນວັນເສົາວານນີ້
ໃນນະຄອນຫຼວງແລະຢູ່ທົ່ວປະເທດ ຍ້ອນການຄັດຄ້ານຜົນຂອງການເລືອກຕັ້ງ ທີ່ນຳ
ເອົາປະທານາທິບໍດີ ຮວນ ອໍແລນໂດ ເຮີນານເດສ ກັບຄືນໄປເປັນປະທານາທິບໍດີນັ້ນ.

ໄດ້ມີການເອົາທະຫານ ແລະຕຳຫຼວດ ໄປປະຈຳການຢູ່ທົ່ວປະເທດ ບ່ອນທີ່ພວກປະ
ທ້ວງ ໄດ້ຕັນຖະໜົນ ແລະຈູດເຜົາຢາງລົດນັ້ນ.

ພວກເຈົ້າໜ້າທີ່ເວົ້າວ່າ ຢ່າງໜ້ອຍໄດ້ມີຜູ້ເສຍຊີວິດນຶ່ງຄົນ.

ຜູ້ທີ່ຢູ່ໃນຕຳແໜ່ງ ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງ ຫຼຸດ 43 % ໜ້ອຍນຶ່ງ ໃນຂະນະ
ທີ່ຄູ່ແຂ່ງຝ່າຍຊ້າຍ ທ່ານ ຊາລວາດໍ ນາສຣາລລາ ໄດ້ຮັບ ໜ້ອຍກວ່າ 42 %.

ອະດີດປະທານາທິບໍດີ ມານູແອລ ເຊລາຢາ ໄດ້ຮຽກຮ້ອງໃຫ້ພວກປະທ້ວງພາກັນປຸກລະ
ດົມແຮງຂຶ້ນ ໄປສູ່ມື້ວັນ ການສາບານໂຕ ຂອງທ່ານ ເຮີນານເດສ ໃນທ້າຍເດືນນີ້.

ລຸນຫຼັງການເລືອກຕັ້ງແລ້ວ ພວກສັງເກດການທັງຫຼາຍ ຈາກອົງການຈັດຕັ້ງ ຂອງພວກ
ປະເທດອາເມຣິກາ ໄດ້ອອກຄຳແນະນຳຕ່າງໆ ຊຶ່ງມີລວມທັງການໃຫ້ນັບຄະແນນສຽງ
ຄືນໃໝ່ນຳ.

XS
SM
MD
LG