ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ​ຮອນ​ດູຣາສ ຖືກຍ້ອງຍໍ ສຳຫລັບ ອັດຕາ ການຄາຕະກຳ ທີ່ລົດລົງ


ເດັກນ້ອຍຍິງຄົນນຶ່ງ ປິດຕານາງ ຂະນະທີ່ນັ່ງຢູ່ທີ່ ສະຖານທີ່ເກີດຄາຕະກຳ ໃນເມືອງ Tegucigalpa ປະເທດ Honduras, ວັນທີ 1 ທັນວາ 2014.
ເດັກນ້ອຍຍິງຄົນນຶ່ງ ປິດຕານາງ ຂະນະທີ່ນັ່ງຢູ່ທີ່ ສະຖານທີ່ເກີດຄາຕະກຳ ໃນເມືອງ Tegucigalpa ປະເທດ Honduras, ວັນທີ 1 ທັນວາ 2014.

ປະທານາທິບໍດີ​ຮອນ​ດູຣາສ ທ່ານ Juan Orlando Hernandez
ກ່າວ​ວ່າ ການນຳ​ໃຊ້ ໜ່ວຍສາລະວັດທະຫານພິ​ເສດນັ້ນ ​ໄດ້​ຕັດ​
​ອັດຕາ​ການ​ຄາ​ຕະກຳ ຂອງ​ປະ​ເທດລົງ ຊຶ່ງ​ເປັນອັດ​ຕາ​ ທີ່​ສູງ​ສຸດ
​ອັນ​ນຶ່ງ​ຂອງ​ໂລກນັ້ນ.

ຢູ່​ໃນ​ຄຳ​ປາ​ໄສ ຊຶ່ງ​ເປັນຂີດ​ໝາຍ​ ຂອງ​ການ​ດຳລົງ​ຕຳ​ແໜ່​ງ ປີ​
ທຳ​ອິດ​ຂອງ​ທ່ານ ​ເມື່ອ​ວັນ​ອາທິດ​ວານ​ນີ້ ທ່ານ Hernandez
ກ່າວ​ວ່າ ອັດຕາ​ການ​ຄາຕະກຳ ​ໃນ​ປີກາຍ​ນີ້ ລົດ​ລົງ​ຢູ່ 23 ​ເປີ​ເຊັນ
ຈາກ 86 ຄົນຫາ 66 ຄົນຜູ້​ຖືກ​ຄາຕະກຳໃນຈຳນວນ 100,000 ຄົນ.

ທ່ານ​ກ່າວ​ວ່າ ລັດຖະບານ ມີ​ຄວາມ​ສຳ​ເ​ລັດ ​ໃນ​ການ​ສູ້​ລົບ​ກັບພວກ
​ແກ້ງ​ຄ້າ​ຢາ​ເສບ​ຕິດ​ສາກົນ ​ແລະ ພວກ​ກຸ່ມ​ອາ​ຊະ​ຍາກ​ອນ ທີ່​ໄດ້​ເຊື່​ອມຊຶມ​ເຂົ້າໄປໃນ​ປະ​ເທດ.

ປະທານາທິບໍດີ Hernandez ​ໄດ້​ຂອບ​ອົກ​ຂອບ​ໃຈ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລະ ບັນດາ​
ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ສຳ​ຫລັບ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ເປັນ​ບັນດາ​ຜູ້​ກ້າຫານ ​ແລະ
ຜູ້​ເສ​ຍສະລະ ​ແລະ​ກ່າວ​ຕື່ມວ່າ ຊາວ​ຮອນ​ດູຣາສໝົດ​ທຸກ​ຄົນ ຊາບ​ຊຶ້ງນຳ​ຄວາມ​ພະຍາ
ຍາມ​ຂອງ​ພວກ​ເຂົາ​ເຈົ້າ.

​ຮອນ​ດູຣາສ ເປັນປະ​ເທດ​ນຶ່ງ​ ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ. ​ເມືອງ​ໃຫຍ່ໆ​ຂອງ​ປະ​ເທດ ມີເມືອງ Tegucigalpa ​ແລະ San Pedro Sula ​ແມ່ນຕົກ​ຢູ່​ພາຍ​ໃຕ້ອິດທິພົນ​ຂອງ​ພວກ​ແກ້ງ​ ​ແລະ ພວກ​ແກ້ງ​ຄ້າ​ຢາ​ເສບ​ຕິດ Mexican.

XS
SM
MD
LG