ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Honda ຕັດສຳພັນກັບ ບໍລິສັດ Takata ທີ່ເຮັດຖົງປ້ອງກັນອຸບັດເຫດ


ປ້າຍເຄຶ່ອງໝາຍຢູ່ນອກບໍລິສັດ Takata ທີ່ GmbH ໃນເມືອງ Schoenebeck ປະເທດເຢຍຣະມັນ.
ປ້າຍເຄຶ່ອງໝາຍຢູ່ນອກບໍລິສັດ Takata ທີ່ GmbH ໃນເມືອງ Schoenebeck ປະເທດເຢຍຣະມັນ.

ບໍລິສັດ Takata ທີ່ພະ​ລິດ​ຖົງ​ອາກາດ​ປ້ອງ​ກັນ​ອຸປະຕິ​ເຫດ​ລົດ
ພວມປະ​ເຊີນໜ້າ​ກັບ​ບັນຫາ​ໃໝ່​. ຮຸ້ນ​ຂອງ​ບໍລິສັດ​ເຮັດ​ເຄຶ່ອງ
ອາ​ໄຫລ່​ລົດ ຍີ່ປຸ່ນຕົກຕໍ່າ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກບໍລິສັດນີ້
​ໄດ້​ຖືກ​ປັບ​ໃໝ​ຢ່າງ​ໜັກ​ຈາກ ຜູ້​ອອກ​ກົດ​ລະບຽບ​ຂອງ ສະຫະ
ລັດ ​ແລະ​ລູກ​ຄ້າ​ໃຫຍ່ໄດ້ຕົກຢູ່ໃນ ທ່າມກາງ​ຂ່າວຊ່າລື​ກ່ຽວກັບ
ຖົງ​ອາກາດ​ປ້ອງ​ກັນ​ລົດ​ຕຳ​ກັນ ທີ່​ບໍ່​ປະຕິບັດງານ.

ຮຸ້ນ​ຂອງ​ບໍລິສັດ​ຕົກ​ລົງເກືອບ 20 ​ເປີ​ເຊັນ​ໃນ​ຕອນ​ສວຍ​ຂອງ
​ການ​ແລກປ່ຽນ ທີ່ Nekkei ຫລັງ​ຈາກ ບໍລິສັດ Honda
Motors ​ໄດ້​ປະກາດ​ວ່າ ຕົນ​ຈະ​ບໍ່​ຊື້​ ຖົງ​ອາກາດ​ຈາກ ບໍ​ລິ​ສັດ
Takata ​ເພື່ອ​ຕິດ​ຕັ້ງ​ຢູ່​ບ່ອນ​ນັ່ງ​ທາງ​ໜ້າ​ລົດ. ການ​ຕັດສິນ​ໃຈ​
ຂອງ Honda ​ເກີດ​ຂື້ນ​ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກຫ້ອງການ​ຄົມມະ​ນາ​ຄົມ ຄວາມ
​ປອດ​ໄພ​ຮາ​ຍ​ເວ ​ແຫ່ງ​ຊາດ ສະຫະລັດ ​ໄດ້​ປັບໄໝ 200 ລ້ານ​ໂດ​ລາ ຢ່າງບໍ່ເຄີຍ​ມີ​ມາ
​ກ່ອນ ຕໍ່ບໍລິສັດ Takata ​ໃນ​ຄວາມ​ລົ້ມ​ແຫລວ​ຕໍ່ການເຕືອນສາທາລະນະຊົນ ​ແລະ
ລັດຖະບານ​ ກ່ຽວກັບ​ບັນ​ຫາຖົງ​ອາກາດດັ່ງກ່າວ.

​ແປ​ດຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ຖົງ​ອາກາ​ດ
ທີ່ອອກ​ແບບ​ປ້​ອງກັນບັນດາ​ຄົນ​ຂັບ​ລົດ ​ແລະ​ບັນດາ​ຜູ້​ໂດຍສານ ຢູ່​ໃນ​ເວລາເກີ​ດອຸປະ
ຕິເຫດ ທີ່​ບໍ່​ຄາດຝັນໄດ້ເກີດລະ​ເບີດ ສົ່ງ​ຊິ້​ນສ່ວນ​ຂອງ​ເຫ​ລັກ ​ເຂົ້າ​ສູ່​ລົດ ​ແລະ​ຜູ້​ໂດຍ
ສານ. ອຸບັດ​ເຫດ​ທັງ​ໝົ​ດ ​ເກີດ​ຂື້ນ​ຢູ່​ໃນ​ລົດ​ທີ່​ພະ​ລິດ​ໂດຍ ບໍລິສັດ Honda.
ຖົງ​ອາກາດ​ປ້ອງ​ກັນ ທີ່​ບໍ່​ເຮັດ​ວຽກ ​ໄດ້​ເຮັດ​ໃຫ້​ເກີດ​ມີການ​ຮ້ອງ​ເອົາ​ລົດ​ກັບ​ຄືນ ຫລາຍ​
ລ້ານ​ຄັນ​ຢູ່​ທົ່ວ​ໂລກ ຮວມທັງ 19 ລ້ານ​ຄັນ​ພຽງ​ແຕ່ຢູ່​ໃນ ສະຫະລັດ ປະເທດດຽວ.

Takata Airbag
please wait
Embed

No media source currently available

0:00 0:01:55 0:00


XS
SM
MD
LG