ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລະ​ເບີດ​ຜະ​ລິດ​ຂຶ້ນ​ເອງ ໄດ້​ຖືກ​ນຳ​ໃຊ້ ຕໍ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໃນ​ການ​ປະ​ທ້ວງ ຢູ່​ໃນ​ຮົງ​ກົງ


ພວກ​ປະ​ທ້ວງ​ເຜົາ​ເສື້ອ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ລະ​ຫວ່າງ ການ​ໂຮມ​ຊຸມ​ນຸມ ຢ່າງ​ສັນ​ຕິ ໃນ​ໃຈ​ກາງ​ເ​ຂດ​ການ​ເງິນ​ຂອງ​ຮົງ​ກົງ, ​ວັນ​ຈັນ ​ທີ 14 ຕຸ​ລາ 2019.
ພວກ​ປະ​ທ້ວງ​ເຜົາ​ເສື້ອ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ລະ​ຫວ່າງ ການ​ໂຮມ​ຊຸມ​ນຸມ ຢ່າງ​ສັນ​ຕິ ໃນ​ໃຈ​ກາງ​ເ​ຂດ​ການ​ເງິນ​ຂອງ​ຮົງ​ກົງ, ​ວັນ​ຈັນ ​ທີ 14 ຕຸ​ລາ 2019.

ຕຳ​ຫຼວ​ດ​ຮົງ​ກົງ​ກ່າວ​ວ່າ ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ​ລູກ​ນຶ່ງ ໄດ້​ແຕກ​ຂຶ້ນ​ໃກ້ໆ​ລົດ​ຕຳ​ຫຼວດ ໃນ​ຄວາມ​ຮຸນ​ແຮງ​ທີ່​ເພີ້ມທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ການ​ປະ​ທ້ວງ​ທີ່​ດຳ​ເນີນ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ.

ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ທ່ານ​ຖັງ ພິງ-ເກິງ ກ່າວ​ວ່​າ ລະ​ເບີດ​ທີ່​ຄວບ​ຄຸມ​ຈາກ​ໄລ​ຍະ​ໄກ ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ຫຼື​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ໃດໆ ແຕ່​ “ໄດ້​ແນ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ໃຫ້​ຕຳ​ຫຼວດ​ຂອງ​ພວກ​ເຮົາ​ບາດ​ເຈັບ.”

ນີ້​ແມ່ນ​ເທື່ອ​ທຳ​ອິດ ທີ່​ລະ​ເບີດ​ເຮັດ​ຂຶ້ນ​ເອງ ໄດ້​ຖືກ​ນຳ​ມາ​ໃຊ້ ໃນ​ການ​ປະ​ທ້ວງ​ທີ່ທີ່​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນກາຍ​ເປັນການ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ຂະ​ບວນ​ການ​ຕໍ່​ຕ້ານ​ຈີນ.

ລະ​ເບີດ​ນ້ອຍ​ທີ່​ເຮັດ​ຂຶ້ນ​ເອງ ໄດ້​ແຕກ​ຂຶ້ນ​ໃນ​ຕອນ​ແລງ​ຂອງວັນ​ອາ​ທິດ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ພາ​ກັນ​ໄປ​ມ້າງ​ເຄື່ອງ​ກີດ​ຂວາງ ທີ່​ສ້າງ​ຂຶ້ນ​ໂດຍ​ພວກ​ປະ​ທ້ວງ ໃນ​ເຂດ​ມົງ​ກົກ ຂອງ​ເກົາ​ລູນ.

ໃນ​ຂະ​ນະ​ທີ່​ການ​ປະ​ທ້ວງ​ສ່ວນໃຫຍ່ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະ​ຫງົບ ແຕ່​ກໍ​ມີ​ເຫດ​ການ​ທີ່​ຮຸນ​ແຮງ​ເກີດ​ຂຶ້ນ​ຈຳ​ນວນ​ນຶ່ງ ໃນ​ຂະ​ນະ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ໃສ່​ໜ້າ​ກາກບຸກ​ເຂົ້າ​ໄປ​ເອົາ​ເຄື່ອງ​ຂອງ​ໃນ​ຍ່​ານ​ທຸ​ລະ​ກິດ​ແລະລະ​ບົບລົດ​ໄຟ​ໃຕ້​ດິນ ແລະ​ໂຈມຕີ​ຕຳ​ຫຼວດ​ດ້ວຍ​ດິນ​ຈີ່ ແລະ​ລະ​ເບີດ​ນ້ຳ​ມັນ​ທີ່​ເຮັດ​ຂຶ້ນ​ເອງ.

ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG