ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ ​​ຮັກສາ​ຄວາມປອດ​ໄພ​ພາຍ​ໃນ ສຫລ ຖືກຟ້ອງ ຍ້ອນກວດຄົ້ນ ເຄື່ອງອີເລັກໂທຣນິກ ບໍ່ມີໃບອະນຸຍາດ


<span dir="RTL">دھماکے سے مسجد کو شدید نقصان پہنچا حتیٰ کہ مسجد کی چھت کا پلاسٹر بھی کئی جگہ سے اکھڑ گیا</span><span dir="RTL"> اور فرش پر گہرا گڑھا پڑگیا۔ </span>
<span dir="RTL">دھماکے سے مسجد کو شدید نقصان پہنچا حتیٰ کہ مسجد کی چھت کا پلاسٹر بھی کئی جگہ سے اکھڑ گیا</span><span dir="RTL"> اور فرش پر گہرا گڑھا پڑگیا۔ </span>

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ສະຫະລັດ ​ພວມຟ້ອງລັດຖະບານ​ກາງ ກ່ຽວ​ກັບການກວດຄົ້ນ​
ໂທລະສັບ​ແລະ​ເຄື່ອງ​ຄອມພິວ​ເຕີ ໂດຍ​ບໍ່ມີໃບ​ອະນຸຍາດ ຢູ່ຕາມ​ເຂດ​ຊາຍ​ແດນ​ສະຫະ
ລັດ​ນັ້ນ.

ສະຫະພັນເພື່ອ​ເສລີ​ພາບພົນລະ​ເມືອງ​ອາ​ເມຣິກັນ​ແລະ​ມູນ​ນິທິອີ​ເລັກໂທຣນິກ​ຊາຍ​
ແດນຫລື EFF ໄດ້​ປະກາດ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າໄດ້​ທຳ​ການ​ຟ້ອງ​ຮ້ອງ
ກະຊວງຮັກສາ​ຄວາມປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ຕາງໜ້າ​ໃຫ້​ຊາວ​ອາ​ເມຣິກັນ
10 ຄົນ​ແລະ​ຜູ້ນຶ່ງ​ຖື​ບັດອະນຸຍາດ​ໃຫ້ອາ​ໄສ​ຢູ່​ໃນ​ສະຫະລັດ​ໄດ້ຢ່າງ​ຖາ​ວອນ​ນັ້ນ ​ທີ່
ໂທລະສັບ​ ແລະ​ຄອມພິວ​ເຕີຂອງ​ພວກ​ເຂົາ​ເຈົ້າໄດ້​ຖືກ​ກວດຄົ້ນ ​ໂດຍ​ປາດ​ສະ​ຈາກ​
ໃບ​ອະນຸຍາດ​ກວດ​ຄົ້ນ​ໃດ​ໆ.

​ຫຼາຍໆ​ຄົນ ​ແຕ່​ບໍ່​ແມ່ນ​ທັງ​ໝົດ ຂອງ​ລາຍຊື່ທີ່​ທຳ​ການ​ຟ້ອງ​ຮ້ອງ ​ແມ່ນ​ຊາວ​ມຸສລິ​ມ.
ນຶ່ງ​ໃນຈຳນວນນັ້ນ​ ໄດ້​ກ່າວ​ວ່າ ລາວ​ໄດ້​ຖືກ​ກັກ​ຂັງ ​ໃນ​ຂະນະ​ທີ່​ທຳ​ການ​ສອບປາກຄຳ.
ບໍ່​ມີ​ຜູ້​ໃດ​ໃນ​ຈຳນວນນີ້ ຖືກ​ກ່າວ​ຫາ​ວ່າ​ກະທຳ​ຜິດ​.

ສຳນວນ​ຟ້ອງ​ ຮຽກຮ້ອງ​ໃຫ້​ມີ​ການ​ເອົາ​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ທາງ​ດ້ານ​ກົດໝາຍ​ທີ່​
ເຄັ່ງ​ຄັດ ກວ່າ​ເກົ່າ ​ເພື່ອ​ການ​ຄົ້ນ​ເຄື່ອງ electronic.

“ປັດຈຸ​ບັນ​ນີ້ ພວກ​ຜູ້​ຄົນ ​ໄດ້​ເກັບ​ຂໍ້​ມູນ​ທັງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າໄວ້ ​ໃນ​ເຄື່ອງ​ຄອມ
ພິວ​ເຕີ ຊຶ່ງ​ຮວມທັງ ​ເລື່ອງ​ສຳຄັນ​ໃນ​ດ້ານ​ສ່ວນ​ຕົວ​ແລະ​ທຸລະ​ກິດ​ອື່ນໆ ໄວ້​ໃນ​ໂທລະ
ສັບ​, tablets ​ແລະຄອມພິວ​ເຕີ​ ທີ່​ພົກ​ພາ​ໄດ້ ​ແລະມັນ​ກໍ​ ມີ​ເຫດຜົນ​ພຽງພໍ ທີ່ເຮັດ​ໃຫ້
ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຖື​ຕິດ​ຕົວ​ໄປນຳ ໃນ​ເວລາ​ ທີ່​ເດີນທາງ”
ນັ້ນຄື​ຄຳ​ເວົ້າຂອງທ່ານ
​ນາງ Sophia Cope ທະນາຍ ຄວາມ​ຂອງມູນ​ນິທິ EFF ​ໄດ້​ກ່າວ​ໃນ​ຖະ​ແຫຼງການ​.

“ນີ້​ແມ່ນ​ເປັນ​ເວລາ​ສຳຄັນ​ທີ່​ທາງ​ສານ ຈະ​ຕ້ອງ​ບັງຄັບ​ໃຫ້​ລັດຖະບານ​ ຍຸຕິ​ການ​
ປະຕິບັດ​ຕໍ່​ເຂດ​ຊາຍ​ແດນ ແບບ​ທີ່​ເປັນບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ສາມາດ​ຫລົບຫ​ລີກ
ລັດຖະທຳ​ມະນູນ​ໄດ້.”

ສຳນວນ​ຟ້ອງ​ ກ່າວ​ວ່າ ຈຳນວນ​ຂອງການ​ກວດ​ຄົ້ນນີ້​ແມ່ນ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ ​ໃນຮອບ
​ຫຼາຍ​ປີຜ່ານມາ​ນີ້ ​ແລະ​ເບິ່ງ​ຄື​ວ່າ​ ຈະ​ເພີ່ມ​ຂຶ້ນ​ເຖິງ 30 ພັນກໍລະນີ ​ໃນ​ປີ​ນີ້ ປຽບທຽບໃສ່
8 ພັນ 503 ກໍລະນີ ​ໃນ​ປີ 2015 ​ແລະ 19 ພັນ 033 ກໍລະນີ ​ໃນ​ປີ 2016.

ຫ້ອງການພາສີ​ແລະ​ຄຸ້ມຄອງຊາ​ຍ​ແດນຂອງ​ສະຫະລັດ ທີ່​ໄດ້​ເປັນ​ຜູ້​ທຳ​ການ​ຄົ້ນ​ດັ່ງກ່າວ
ຢູ່ຕາມ​ສະໜາມ​ບິນ ​ແລະ​ຕາມ​ເຂດ​ຊາຍ​ແດນ​ສະຫະລັດ ກ່າວ​ວ່າ ການ​ເພີ່ມ​ຂຶ້ນ​ທີ່​ວ່າ​ນີ້
​ແມ່ນ​ເນື່ອງ​ມາ​ຈາ​ກການ​ກົດ​ດັນ​ໃນ​ພາລະກິດ​ໃຫ້ການ “ປົກ​ປ້ອງ​ຊາວ​ອາ​ເມຣິກັນ​ແລະ
ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ ໃນຍຸກ​ສະ​ໄໝ​ digital.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG