ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະ​ໂຍ​ບາຍ ຊາຍແດນ ສ​ຫລ ຖືກ​ຕຳ​ໜິ ຢ່າງ​ໜັກ ໃນ​ການ​ຮັບ​ຟັງ ຄຳໃຫ້ການ ຂອງ ລມຕ ຢູ່ສະພາ


ທ່ານນາງ ເຄີກສຈິນ ນຽລເຊິນ ລັດຖະມົນຕີກະຊວງຮັກສາ ຄວາມປອດໄພພາຍໃນ ກຳລັງໃຫ້ການຕໍ່ ຄະນະກຳມະການ ຮັກສາຄວາມປອດໄພພາຍໃນຂອງ​ສະ​ພາ​ຕ່ຳ ໃນການຮັບຟັງ ເລື້ອງກ່ຽວກັບວ່າ “ທິດທາງກ້າວໄປໜ້າ ໃນເລື້ອງຄວາມປອດໄພຢູ່ຊາຍແດນ” ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 6 ມີນາ 2019.
ທ່ານນາງ ເຄີກສຈິນ ນຽລເຊິນ ລັດຖະມົນຕີກະຊວງຮັກສາ ຄວາມປອດໄພພາຍໃນ ກຳລັງໃຫ້ການຕໍ່ ຄະນະກຳມະການ ຮັກສາຄວາມປອດໄພພາຍໃນຂອງ​ສະ​ພາ​ຕ່ຳ ໃນການຮັບຟັງ ເລື້ອງກ່ຽວກັບວ່າ “ທິດທາງກ້າວໄປໜ້າ ໃນເລື້ອງຄວາມປອດໄພຢູ່ຊາຍແດນ” ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 6 ມີນາ 2019.

ເຈົ້າໜ້າທີ່ຂັ້ນສູງສອງທ່ານ ໃນກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໄດ້
ປ້ອງກັນນະໂຍບາຍຊາຍແດນ ຂອງລັດຖະບານທ່ານທຣຳ ຢູ່ໃນສະພາ ໃນວັນພຸດ
ວານນີ້ ນຶ່ງມື້ລຸນຫຼັງ ການເຜີຍແພ່ຂໍ້ມູນໃໝ່ໆ ທີ່ສະແດງໃຫ້ເຫັນວ່າ ມີຫຼາຍຄອບຄົວ
ເພີ້ມຂຶ້ນ ທີ່ຂ້າມມາສະຫະລັດໂດຍບໍ່ມີເອກະສານຖືກຕ້ອງ.

ທ່ານນາງ ເຄີກສຈິນ ນຽລເຊິນ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ
ກັບ ທ່ານ ເຄວິນ ແມັກກາລິນັນ ຫົວໜ້າກົມພາສີ ແລະປ້ອງກັນຊາຍແດນ ສະຫະລັດ
ຫຼື ຊີບີພີ ໄດ້ປະເຊີນໜ້າກັບ ຄຳຖາມຕ່າງໆ ຈາກສະມາຊິກສະພາ ກ່ຽວກັບວ່າ ພວກ
ຂໍລີ້ໄພ ແລະພວກເຂົ້າມາປະເທດ ທີ່ບໍ່ມີເອກະສານ ໄດ້ຮັບການປະຕິບັດຕໍ່ ແບບໃດ
ຢູ່ໃນຄວາມຄວບຄຸມຂອງສະຫະລັດ ລວມທັງຄຳຖາມກ່ຽວກັບ ຄຳປະກາດ “ພາວະ ສຸກເສີນແຫ່ງຊາດ” ຂອງປະທານາທິບໍດີ ດໍ​ໂນ​ລ ທຣຳ ຢູ່ ເລາະຕາມຊາຍແດນທາງ
ພາກໃຕ້ຂອງສະຫະລັດ ຕາມສະພາບການ ທາງພາກພື້ນດິນນຳ.

ທ່ານນາງ ນຽລເຊິນ ໄດ້ບອກຄະນະກຳມະການສະພາຕໍ່າ ກ່ຽວກັບຄວາມປອດໄພ
ພາຍໃນວ່າ “ນີ້ບໍ່ແມ່ນວິກິດການ ທີ່ເສກສັນປັ້ນແຕ່ງຂຶ້ນມາ. ມັນແມ່ນການສຸກເສີນ
ທີ່ແທ້ຈິງ.”

ຂໍ້ມູນໃໝ່ທີ່ສຸດຈາກ ຊີບີພີ ທີ່ຫາກໍນຳອອກເຜີຍແຜ່ໃນວັນອັງຄານນີ້ ສະແດງໃຫ້ເຫັນ
ຈຳນວນທີ່ເພີ້ມຂຶ້ນເລັກນ້ອຍ ຂອງພວກທີ່ຖືກກັກໄວ້ ຢູ່ຊາຍແດນ ໃນ ເດືອນກຸມພາ
ຜ່ານ​ມາ.

ໃນເດືອນແລ້ວນີ້ ຊີບີພີ ໄດ້ກັກຂັງໄວ້ 76,103 ຄົນ ຊຶ່ງເປັນຈຳນວນນຶ່ງທີ່ສູງສຸດ ໃນພຽງ
ເດືອນດຽວ ເມື່ອບໍ່ຫຼາຍປີຜ່ານມານີ້. ເກືອບເຄິ່ງນຶ່ງຂອງຈຳນວນ ດັ່ງກ່າວແມ່ນຖືກກັກ
ໂຕໄວ້ ຢູ່ກັບຍາດພີ່ນ້ອງຂອງພວກເຂົາເຈົ້າ. ໜ່ວຍກຳກັບ ນຳຄອບຄົວ ໂດຍສະເພາະ
ພວກເດັກນ້ອຍ ທີ່ຍັງເຍົາໄວ ຈະສາມາດຮ້ອງຂໍ ເອົາການຮັກສາປິ່ນປົວພິເສດໄດ້ ລຸນຫຼັງທີ່ໄດ້ເດີນທາງຂ້າມຊາຍແດນມາດ້ວຍ ຕີນເປົ່າ ດ້ວຍຄວາມລຳບາກ.

ໃນວັນພຸດວານນີ້ ສະ​ມາ​ຊິກ​ພັກເດໂມແຄຣັດ ໃນສະພາຕໍ່າ ໄດ້ຕ້ອງຕິທ່ານນາງ ນຽ​ລຊັນ
ຢ່າງແຮງ ກ່ຽວກັບການປະຕິບັດກັບພວກເຂົ້າມາຂໍລີ້ໄພ ຢູ່ໃນເຂດຊາຍແດນຕິດກັບ
ເມັກຊິກໂກ. ສ່ວນໃຫຍ່ສະ​ມາ​ຊິກ​ພັກຣິພັບບລິກັນ ຈະພາກັນສຸມຈິດ ສຸມໃຈໃສ່ບັນຫາ
ການລັກລອບ ຢາເສບຕິດຂ້າມຊາຍແດນ ແລະຜົນກະທົບຂອງມັນ ຕໍ່ເລື້ອງການຫລັ່ງ
ໄຫລຢ່າງໃຫຍ່ ຂອງຢາໂອປີອອຍ ເຂົ້າມາຍັງສະຫະລັດ.

ຢ່າງໃດກໍດີ ການບໍ່ມີຄຳຕອບ ຈາກລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ
ກໍຄືການຮັບຮູ້ ກ່ຽວກັບ ການນຳໃຊ້ນະໂຍບາຍຊາຍແດນ ຂອງກະຊວງດັ່ງກ່າວ ພາຍໃຕ້
ລັດຖະບານທ່ານທຣຳກ່ຽວກັບຈຳນວນຄົນທີ່ວ່ານັ້ນ. ສ່ວນໃຫຍ່ ແລ້ວບັນຫາເລື້ອງຄົນ
ເຂົ້າເມືອງ ແມ່ນເປັນທີ່ເຂົ້າໃຈກັນວ່າ ເປັນຜົນສືບເນື່ອງມາຈາກການ “ຊຸກ” ແລະ
“ແກ່ດຶງ”. ຍົກຕົວຢ່າງເຊັ່ນ ຄວາມຮຸນແຮງ ຢູ່ໃນປະ ເທດອາເມຣິກາກາງ ອາດຕີຄວາມ
ໝາຍໄດ້ວ່າ ເປັນຜົນມາຈາກການ “ຊຸກຍູ້” ໃຫ້ເກີດມີການການເຂົ້າເມຶອງ ໃນຂະນະທີ່
ການຢາກໄປຢູ່ກັບຍາດພີ່ນ້ອງຢູ່ໃນ ສະຫະລັດ ອາດເປັນການ “ແກ່ດຶງມາ” ກໍວ່າໄດ້.

Democrats Set the Stage for Immigration Fight
please wait

No media source currently available

0:00 0:03:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG