ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ກ່າວວ່າ ລັດຖະບານພວມຮັບມື ກັບການໂຈມຕີທາງໄຊເບີ້ ຕໍ່ບໍລິສັດໂຄໂລນຽລ


ລັດຖະມົນຕີຮັກສາຄວາມປອດໄພພາຍໃນ ທ່ານອາເລຮັນໂດຣ ມາຢໍກາ (ຊ້າຍ) ໂອ້ລົມກັບສະມາຊິກສະພາສູງ ທ່ານນາງຊູຊານ ໂຄລລິນ ສັງກັດພັກຣີພັບບລິກກັນ ແລະສະມາຊິກສະພາສູງ ທ່ານນາງເມີໂກສະກີ ສັງກັດພັກຣີພັບບລິກັນ ວັນພຸດ ວັນທີ 12, 2021.
ລັດຖະມົນຕີຮັກສາຄວາມປອດໄພພາຍໃນ ທ່ານອາເລຮັນໂດຣ ມາຢໍກາ (ຊ້າຍ) ໂອ້ລົມກັບສະມາຊິກສະພາສູງ ທ່ານນາງຊູຊານ ໂຄລລິນ ສັງກັດພັກຣີພັບບລິກກັນ ແລະສະມາຊິກສະພາສູງ ທ່ານນາງເມີໂກສະກີ ສັງກັດພັກຣີພັບບລິກັນ ວັນພຸດ ວັນທີ 12, 2021.

ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ຫຼື DHS ເປັນຜູ້ນຳພາລັດຖະບານ
ໃນການຮັບມືກັບການໂຈມຕີທາງໄຊເບີ້ ທີ່ໄດ້ເຮັດໃຫ້ທໍ່ສົ່ງນໍ້າມັນ ໃຫຍ່ສຸດໃນສະຫະລັດ
ປິດລົງ ຊຶ່ງກໍ່ເກີດໃຫ້ມີຄວາມເປັນຫ່ວງກ່ຽວກັບການຂາດ ແຄນນໍ້າມັນ.

ໃນການໃຫ້ການຕໍ່ຄະນະກຳມະການສະພາສູງ ໃນວັນພຸດວານນີ້ ລັດຖະມົນຕີ ກະຊວງ
ຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານອາເລຮັນໂດຣ ມາຢໍ-ກາສ ກ່າວວ່າ ລັດ
ຖະບານທ່ານໄບເດັນກຳລັງພິຈາລະນາທີ່ຈະນຳໃຊ້ອຳນາດສຸກເສີນຫຼາຍຢ່າງ ເພື່ອຄໍ້າ
ປະກັນວ່າ ການສົ່ງນໍ້າມັນໂດຍທາງກຳປັ່ນໄປເຖິງ ຂົງເຂດທີ່ໄດ້ຮັບຜົນກະທົບ ຈາກການ
ປິດທໍ່ສົ່ງນ້ຳມັນຂອງບໍລິສັດໂຄໂລນຽລ ໃນວັນສຸກແລ້ວນີ້.

ທ່ານມາຢໍກາສ ກ່າວວ່າ ”ພວກເຮົາກຳລັງປະຕິບັດງານໄປໃນທິດທາງຂອງປະ ທານາທິບໍ
ດີຢູ່ໃນແນວທາງຂອງລັດຖະບານທັງໝົດ ເພື່ອຮັບມືກັບໄພຂົ່ມຂູ່ທາງ ໄຊເບີ້ ຕໍ່ຄວາມປອດ
ໄພທີ່ບໍລິສັດ Colonial ໄດ້ຮັບຄວາມເສຍຫາຍ ແລະທຸລະກິດອື່ນໆ ແລະ ບັນດາສະຖາ
ບັນຕ່າງໆ ຢູ່ທົ່ວປະເທດຂອງພວກເຮົາທັງໝົດ ຕ່າງກໍຕົກຢູ່ໃນອັນຕະລາຍ.”

ລະບົບທໍ່ສົ່ງນໍ້າມັນ ຂອງບໍລິສັດ Colonial ໄດ້ຖືກບັງຄັບໃຫ້ປິດລົງໝົດທັງຕາໜ່າງຢູ່ຕາມ
ເຂດຊາຍຝັ່ງຕາເວັນອອກຂອງສະຫະລັດ ຫຼັງຈາກໄດ້ມີການໂຈມ ຕີຮຽກຄ່າໄຖ່ ຫຼື
ransomeware ໂດຍແກັ່ງອາດຊະຍາກຳທາງໄຊເບີ ທີ່ຮູ້ກັນໃນຊື່ກຸ່ມ DarkSide. ບໍລິສັດ
Colonial ກ່າວໃນຕອນບ່າຍວັນພຸດວານນີ້ວ່າ ຕົນໄດ້ເລີ້ມເປີດການປະຕິບັດງານແລ້ວ
ແຕ່ທາງບໍລິສັດຄາດວ່າ “ຈະໃຊ້ເວລາ ຫຼາຍມື້ ທີ່ຈະໃຫ້ການສົ່ງຜະລິດຕະພັນຕາມຕາ
ໜ່າງກັບຄືນສູ່ສະພາບເດີມ.”

ກຸ່ມ DarkSide ໄດ້ປາກົດໂຕຂຶ້ນມາໃນເດືອນສິງຫາແລ້ວນີ້ ແລະບັນດາຜູ້ສ້າງກຸ່ມດັ່ງກ່າວ
ແລະພວກທີ່ພົວພັນ ນັບແຕ່ນັ້ນມາ ໄດ້ເລີ້ມກໍ່ອາດຊະຍາກຳທາງໄຊ ເບີ້ ຢູ່ໃນຫຼາຍກວ່າ 15
ປະເທດ ອີງຕາມບໍລິສັດຮັກສາຄວາມປອດໄພທາງໄຊເບີ້ FireEye. ທ່ານນາງແອນ ນິວ
ເບີເກີ ຮອງທີ່ປຶກສາ ຄວາມປອດໄພແຫ່ງ ຊາດ ດ້ານໄຊເບີ້ ແລະເທັກໂນໂລຈີໃໝ່ ໄດ້ກ່າວ
ຕໍ່ບັນດານັກຂ່າວ ໃນວັນຈັນ ທີ່ຜ່ານມາວ່າ ຫ້ອງການສັນຕິບານກາງ ຫຼື FBI ໄດ້ຕິດຕາມ
ກຸ່ມດັ່ງກ່າວ ນັບ ແຕ່ເດືອນຕຸລາເປັນຕົ້ນມາ. ບັນດາອົງການສືບລັບສະຫະລັດ ກຳລັງສືບ
ສວນ ວ່າແກັ່ງດັ່ງກ່າວ ມີຄວາມສໍາພັນກັບລັດຖະບານຣັດເຊຍຫຼືລັດຖະບານປະເທດ ອື່ນໆ
ຫຼືບໍ່ນັ້ນ ຄືຄຳເວົ້າຂອງທ່ານນາງນິວເບີເກີ ທີ່ໄດ້ກ່າວໄວ້.

ອົງການ FBI ກ່າວວ່າ ບໍ່ໄດ້ແນະນຳໃຫ້ຈ່າຍຄ່າໄຖ່ໃຫ້ແກ່ກຸ່ມອາດຊະຍາກຳໄຊເບີ້ ແລະບໍ
ລິສັດn Colonial ຍັງບໍ່ທັນໄດ້ກ່າວວ່າ ຕົນໄດ້ຈ່າຍເງິນຄ່າໄຖ່ແລ້ວຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG