ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າເຂດຊາຍແດນ ຂອງທ່ານ ທຣຳ ສັນຍາວ່າ ຈະປັບປຸງ ດຳລັດຫ້າມການເດີນທາງ ສະບັບ ໃໝ່


ລັດຖະມົນຕີກະຊວງພາຍໃນ ສະຫະລັດ ທ່ານ John Kelly ລົມກັບລັດຖະມົນຕີກະຊວງພາຍໃນ ເຢຍຣະມັນ ທ່ານ Thomas de Maiziere ໃນລະຫວ່າງກອງປະຊຸມຄວາມປອດໄພ Munich ຄັ້ງທີ 53, ນະຄອນ Munich, ປະເທດ ເຢຍຣະມັນ. 18 ກຸມພາ, 2017.
ລັດຖະມົນຕີກະຊວງພາຍໃນ ສະຫະລັດ ທ່ານ John Kelly ລົມກັບລັດຖະມົນຕີກະຊວງພາຍໃນ ເຢຍຣະມັນ ທ່ານ Thomas de Maiziere ໃນລະຫວ່າງກອງປະຊຸມຄວາມປອດໄພ Munich ຄັ້ງທີ 53, ນະຄອນ Munich, ປະເທດ ເຢຍຣະມັນ. 18 ກຸມພາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ຈະເປີດເຜີຍ ໃນໄວໆນີ້ “ສະບັບປັບປຸງຫຼາຍຂຶ້ນ” ດຳລັດ ປະທານາທິບໍດີ ທີ່ຫ້າມພວກຄົນເຂົ້າເມືອງ ມາຈາກປະເທດທັງຫຼາຍທີ່ສ່ວນໃຫຍ່ນັບ ຖືສາສະໜາ ອິສ ລາມ ແຕ່ມັນຈະຖືກຈັດຕັ້ງປະຕິບັດໄດ້ດີກວ່າເກົ່າ ແລະ ຈະຫລີກເວັ້ນ ຄວາມວຸ້ນວາຍ ທີ່ໄດ້ ເປັນຜົນມາຈາກການພະຍາຍາມໃນເບື້ອງຕົນ ເພື່ອຈຳກັດພວກ ຊາວຕ່າງດ້າວ ທີ່ເດີນທາງເຂົ້າ ມາໃນສະຫະລັດ ອີງຕາມການກ່າວຂອງລັດຖະມົນຕີ ຮັກສາຄວາມປອດໄພພາຍໃນ ທ່ານ John Kelly.

ໃນລະຫວ່າງ ການປຶກສາຫາລືພາຍໃນຄະນະກຳມະການ ກ່ຽວກັບການຕໍ່ສູ້ຕ້ານການ ກໍ່ການຮ້າຍ ທ່ານ Kelly ໄດ້ກ່າວຖະແຫລງ ໃນກອງປະຊຸມດ້ານຄວາມປອດໄພປະຈຳ ປີຢູ່ໃນນະ ຄອນ Munich ປະເທດ ເຢຍຣະມັນ ວ່າ ສະບັບໃໝ່ຂອງຄຳສັ່ງກ່ຽວກັບ ການເດີນທາງຈະບໍ່ ຫ້າມຊາວຕ່າງດ້າວ ຜູ້ທີ່ມີວີຊາເຮັດວຽກ ຫຼື ມີ “ບັດ ຂຽວ” ທີ່ຖືວ່າ ອະນຸຍາດໃຫ້ອາໃສຢູ່ໃນ ສະຫະລັດ ໄດ້ຢ່າງຖາວອນ ກັບຄືີນເຂົ້າມາໃນ ສະຫະ ລັດ. ທ່ານ Kelly ໄດ້ກ່າວຕື່ມວ່າ ມັນ ຈະບໍ່ສົ່ງຜົນກະທົບ ຕໍ່ຊາວຕ່າງຊາດ ທີ່ໄດ້ເດີນທາງເຂົ້າ ມາໃນ ດ່ານເຂົ້າເມືອງຂອງສະຫະລັດ ຈາກຖ້ຽວບິນຕ່າງໆ ໃນເວລາຄຳສັ່ງມີຜົນບັງຄັບ ໃຊ້.

ທ່ານ Kelly ໄດ້ກ່າວອີກວ່າ ທ່ານ ທຣຳ ຈະ “ເຮັດໃຫ້ແນ່ໃຈວ່າ ບໍ່ມີຜູ້ໃດຈະຕົກຄ້າງ ໃນລະບົບຂອງການເຄື່ອນຍ້າຍຈາກຕ່າງປະເທດ ມາຍັງສະໜາມບິນຂອງພວກເຮົາ” ໃນລະຫວ່າງການຫ້າມເດີນທາງນີ້.

ຄຳສັ່ງກ່ຽວກັບຄົນເຂົ້າເມືອງສະບັບໃໝ່ ອາດຈະອອກມາໄວທີ່ສຸດ ຄືໃນວັນອັງຄານ ມື້ອື່ນນີ້ ອີງຕາມລາຍງານຂອງອົງການຂ່າວ ສະຫະລັດ ທີ່ໄດ້ສະເໜີແນະໄປນັ້ນ ແລະ ທ່ານ ທຣຳ ເອງກໍໄດ້ຢືນຢັນ ວ່າ ມັນຈະອອກມາ ໃນລະຫວ່າງສັບປະດານີ້.

ຕົ້ນສະບັບຂອງດຳລັດຫ້າມການເດີນທາງ ທີ່ໄດ້ອອກມາ ໃນວັນທີ 27 ມັງກອນຜ່ານ ມານັ້ນ ໃນ ປັດຈຸບັນນີ້ ຖືກໂຈະໄວ້ ໂດຍສານສະຫະລັດຫຼາຍແຫ່ງ. ທຳນຽບຂາວ ໄດ້ ກ່າວວ່າ ມັນເປັນມາດ ຕະການດ້ານຄວາມປອດໄພ ເພື່ອປ້ອງກັນການໂຈມຕີ ໂດຍ ພວກຫົວຮຸນແຮງ ລັດອິສລາມ. ດຳ ລັດຝ່າຍບໍລິຫານຂອງທ່ານທຣຳ ຫ້າມພວກຄົນທີ່ ມາຈາກບັນດາປະເທດ ອີຣ່ານ ອີຣັກ ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະ ເຢເມັນ ເດີນທາງເຂົ້າສະຫະລັດ ເປັນເວລາ ຢ່າງນ້ອຍ 90 ມື້. ຄຳສັ່ງນີ້ ຍັງປະກອບດ້ວຍການ ຫ້າມພວກອົບພະຍົບທັງໝົດ ທີ່ສະແຫວງຫາບ່ອນຕັ້ງຖິ່ນຖານ ໃໝ່ໃນ ສະຫະລັດ ເປັນເວລາ 120 ມື້ ນອກຈາກນັ້ນ ພວກອົບພະຍົບທີ່ມາຈາກ ຊີເຣຍ ແມ່ນໄດ້ຖືກ ຫ້າມຢ່າງບໍ່ມີກຳນົດ.

Kelly Immigration Order
please wait

No media source currently available

0:00 0:01:37 0:00

President Donald Trump will soon release a "more streamlined version" of a presidential order banning immigrants from seven Muslim-majority nations, but it will be better implemented and avoid the chaos that resulted from an earlier attempt to restrict foreign travelers arriving in the U.S., Homeland Security Secretary John Kelly said.

Speaking at the annual Munich Security Conference in Germany, during a panel discussion on combating terrorism, Kelly said the new version of the travel order will not prevent foreign nationals with either work visas or "green card" permanent residency permits from re-entering the United States. Nor will it affect foreign travelers already flying to U.S. ports of entry when the order takes effect, he added.

Trump will "make sure that there's no one caught in the system of moving from overseas to our airports" during the travel ban, Kelly said.

The new immigration order could come as early as Tuesday, U.S. news reports suggested, and Trump himself has confirmed it will be issued during the coming week.

Courts blocked original travel ban

The original travel ban, which has now been set aside by U.S. courts, was issued January 27. It was a security measure meant to prevent attacks by Islamist militants, White House officials said. Trump's executive order barred entry to the United States for at least 90 days by people from Iran, Iraq, Libya, Somalia, Sudan, Syria and Yemen; it also excluded all refugees seeking resettlement in the U.S. for 120 days, except those from Syria, who were banned indefinitely.

XS
SM
MD
LG