ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະມົນຕີ ກະຊວງຮັກສາ ຄວາມປອດໄພພາຍໃນ ສຫຣ ສັນຍາວ່າ ຈະ ປັບປຸງດຳລັດ ຫ້າມການເດີນທາງ


ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John Kelly ກ່າວໃນລະຫວ່າງ ກອງປະຊຸມຄວາມປອດໄພ Munich ໃນນະຄອນ Munich, ປະເທດ ເຢຍຣະມັນ. 18 ກຸມພາ, 2017.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ John Kelly ກ່າວໃນລະຫວ່າງ ກອງປະຊຸມຄວາມປອດໄພ Munich ໃນນະຄອນ Munich, ປະເທດ ເຢຍຣະມັນ. 18 ກຸມພາ, 2017.

ໃນໄວໆນີ້ ປະທານາທິບໍດີ Donald Trump ຈະເປີດເຜີຍດຳລັດຂອງປະທານາທິບໍດີ “ສະບັບປັບປຸງທີ່ມີປະສິດທິພາບຍິ່ງກວ່າເກົ່າ” ກ່ຽວກັບ ການຫ້າມຜູ້ຍົກຍ້າຍຖິ່ນຖານ ຈາກ ບັນດາປະເທດທີ່ມີປະຊາກອນມຸສລິມສ່ວນໃຫຍ່ 7 ປະເທດ, ແຕ່ມັນຈະຖືກປະຕິ ບັດໃຫ້ດີຂຶ້ນ ກວ່າເກົ່າ ແລະ ຫຼີກລ່ຽງການຈະລາຈົນທີ່ໄດ້ເຄີຍເກີດຂຶ້ນ ຈາກການພະຍາ ຍາມກ່ອນໜ້ານີ້ ເພື່ອຫ້າມຜູ້ເດີນທາງຈາກຕ່າງປະເທດເດີນທາງເຂົ້າໃນ ສະຫະລັດ ດັ່ງທີ່ລັດຖະມົນຕີກະຊວງຮັກ ສາຄວາມປອດໄພພາຍໃນໄດ້ກ່າວໃນວັນເສົາວານນີ້.

ໃນການກ່າວຢູ່ກອງປະຊຸມຄວາມປອດໄພປະຈຳປີ Munich ໃນປະເທດ ເຢຍຣະມັນ, ໃນລະ ຫວ່າງການປຶກສາຫາລືຂອງຄະນະກຳມະການ ກ່ຽວກັບ ການຕໍ່ສູ້ຕ້ານລັດທິ ກໍ່ການຮ້າຍນັ້ນ, ທ່ານ Kelly ໄດ້ກ່າວວ່າ ດຳລັດ ກ່ຽວກັບ ການເດີນທາງສະບັບໃໝ່ ຈະບໍ່ກີດກັ້ນຄົນຕ່າງປະເທດ ຜູ້ທີ່ມີວີຊາເຮັດວຽກ ຫຼື “ບັດຂຽວ” ທີ່ເປັນໃບອະນຸຍາດ ອາໄສຢູ່ຖາວອນ ຈາກການເດີນທາງກັບ ເຂົ້າຄືນ ສະຫະລັດ. ທ່ານໄດ້ກ່າວເພີ່ມເຕີມວ່າ ແລະ ມັນຈະບໍ່ສົ່ງຜົນກະທົບຕໍ່ຜູ້ເດີນທາງຈາກ ຕ່າງປະເທດທີ່ໄດ້ເດີນທາງຮອດ ສະໜາມບິນ ສະຫະລັດ ໃນເວລາທີ່ຄຳສັ່ງນັ້ນໄດ້ຖືກບັງຄັບ ໃຊ້ແລ້ວ.

ທ່ານ Kelly ກ່າວວ່າ ທ່ານ ທຣຳ ຈະ “ຮັບປະກັນວ່າ ຈະບໍ່ມີໃຜຖືກຈັບໃນລະບົບ ຂອງການ ເຄື່ອນໄຫວຈາກຕ່າງປະເທດ ຫາ ສະໜາມບິນຂອງພວກເຮົາ” ໃນ ລະຫວ່າງການຫ້າມເດີນ ທາງນີ້.

ດຳລັດ ກ່ຽວກັບ ຄົນເຂົ້າເມືອງສະບັບໃໝ່ນີ້ ອາດມີຂຶ້ນໃນວັນອັງຄານມື້ຮືນີ້, ລາຍ ງານຂ່າວ ສະຫະລັດ ໄດ້ສະເໜີ, ແລະ ທ່ານ ທຣຳ ເອງກໍໄດ້ຢືນຢັນວ່າ ມັນຈະຖືກ ດຳເນີນການໃນສັບປະດາທີ່ຈະມາເຖິງນີ້.

ທຳນຽບຂາວກ່າວວ່າ ການຫ້າມເດີນທາງສະບັບດັ້ງເດີມ, ເຊິ່ງຕອນນີ້ສານ ສະຫະລັດ ງົດໄວ້ ນັ້ນ, ໄດ້ຖືກເປີດເຜິີຍໃນວັນທີ 27 ມັງກອນທີ່ຜ່ານມາ. ມັນເປັນມາດຕະການ ຮັກສາຄວາມປອດ ໄພທີ່ມີເຈຕະນາເພື່ອປ້ອງກັນການໂຈມຕີໂດຍພວກຫົວຮຸນແຮງ ອິສລາມ. ດຳລັດປະທານາທິ ບໍດີຂອງ ທ່ານ ທຣຳ ໄດ້ຫ້າມການເດີນທາງເຂົ້າ ສະຫະລັດ ເປັນເວລາຢ່າງໜ້ອຍ 90 ວັນໂດຍ ປະຊາຊົນຈາກປະເທດ ອີຣ່ານ, ອີຣັກ, ລີເບຍ, ໂຊມາເລຍ, ຊູດານ, ຊີເຣຍ ແລະ ເຢເມນ. ມັນຍັງລວມມີອົບພະຍົບໝົດທຸກຄົນ ຜູ້ທີ່ ຫາທາງມາຕັ້ງຖິ່ນຖານໃນ ສະຫະລັດ ເປັນເວລາ 120 ວັນ, ຍົກເວັ້ນແຕ່ພວກທີ່ມາຈາກ ປະເທດ ຊີເຣຍ, ຜູ້ທີ່ຖືກຫ້າມຢ່າງບໍ່ມີກຳນົດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kelly Immigration Order
please wait

No media source currently available

0:00 0:01:27 0:00

XS
SM
MD
LG