ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ນິ​ລ​ສັນ ໄປ​ຢ້ຽມ​ຢາມ ເຂດ​ຊາຍ​ແດນ ຫຼັງ​ຈາກ ເດັກ​ນ້ອຍ 2 ຄົນ ເສຍ​ຊີ​ວິດ


ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ທ່ານ​ນາງ ເຄີ​ສ​ທ໌​ເຈນ ນີລ​ສັນ ລົມ​ກັບ ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ ທີ່​ເມືອງ​ກາ​ເລັກ​ໂຊ ລັດ​ຄາ​ລີ​ຟໍ​ເນຍ. (26 ຕຸ​ລາ 2018)
ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ທ່ານ​ນາງ ເຄີ​ສ​ທ໌​ເຈນ ນີລ​ສັນ ລົມ​ກັບ ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ ທີ່​ເມືອງ​ກາ​ເລັກ​ໂຊ ລັດ​ຄາ​ລີ​ຟໍ​ເນຍ. (26 ຕຸ​ລາ 2018)

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະ​ຫະ​ລັດໄດ້​ໄປ​ຢ້ຽມ​ຢາມ​ເມືອງ​
ແອ​ລ ປາ​ໂຊ ໃນ​ລັດ​ເທັກ​ຊັ​ສ ໃນ​ວັນ​ສຸກວານນີ້ ຊຶ່ງ​ເປັນ​ເມືອງ​ຊາຍ​ແດນ ບ່ອນ​ທີ່​ເດັກ​ຊາຍ
​ອາຍຸ 8 ປີ​ຈາກ​ກົວ​ເຕ​ມາ​ລາ ຖືກ​ຄຸມ​ຂັງ ກ່ອນ​ທີ່​ຜູ້​ກ່ຽວ​ຈະ​ເສຍ​ຊີ​ວິດ.

ທ່ານ​ນາງນີລ​ສັນຄາດ​ວ່າ ໄດ​້​ໄປ​ຢ້ຽມ​ຢາມ ຫ້ອງ​ການທັງ​ໃຫຍ່​ແລະ​ນ້ອຍ​ຈຳ​ນວນ​ນຶ່ງຂອງ​ພວກ​ເຈົ້າ​ໜ້າ​ທີ່​ພາສີແລະ​ປົກ​ປ້ອງ​ຊາຍ​ແດນທີ່​ເອີ້ນ​ຫຍໍ້ CBP ແຕ່​ພວກ​ນັກ​ຂ່າວ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ
ໃຫ້​ຕິດ​ຕາມ​ທ່ານ​ນາງ.

ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງສະ​ຫະ​ລັດ ບໍ່​ໄດ້​ເປີດ​ເຜີຍ​ລາຍ​ລະ​ອຽດ​ໃດໆ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ທ່ານ​ນາງ​ນິ​ລ​ສັນແຕ່​ໃນ​ຕອນ​ແລງວັນ​ສຸກວານນີ້ ຫ້ອງ​ການ​ເຈົ້າ​ເມືອງ ດີ ມາ​ໂກ (Dee Margo) ຢູ່​ແອ​ລ ປາ​ໂຊ ໄດ້ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງກ່ຽວ​ກັບ​ການ​ພົບ​ປະ ກັບ​ທ່ານ​ນາງ​ນິ​ລ​ສັນ.

ທ່ານມາ​ໂກ ກ່າວ​ຢູ່​ໃນຖ​ະ​ແຫຼງ​ການ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ທີ່​ທ່ານ​ນາງ​ນິ​ລ​ສັນ​ໄດ້​ສະ​ຫຼ​ະ​ເວ​ລາ ມາ​ພົບ​ປະ​ກັບ​ຂ້າ​ພະ​ເຈົ້າ​ເພື່ອ​ປຶກສາ​ຫາ​ລື​ ກ່ຽວ​ກັບ​ເລື້ອງ​ຄວາມ​ຕ້ອງ​ການ​ດ້ານ​ຄົນ​ເຂົ້າ​ເມືອງແລະ​ຊາຍ​ແດນ​ຂອງພວກ​ເຮົາ​ໃນ​ເຂດ​ເມືອງ​ແອ​ລ ປາ​ໂຊ. ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ​ຂອງ​ເຮົາຄວນ​ໄປ​ຢ້ຽມ​ຢາມ​ເຂດ​ຊາຍ​ແດນ ເວ​ລາ​ໃດ​ພວກ​ທ່ານ​ເຮັດ​ການ​ຕັດ​ສິນ​ໃຈ​ ກ່ຽວກັບ​ລະ​ບົບ​ຄົນ​ເຂົ້າ​ເມືອງ​ຂອງ​ພວກ​ເຮົາ.”

ຫ້ອງ​ການ​ຂອງ​ເຈົ້າ​ເມືອງ​ແອ​ລ ປາ​ໂຊ ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ວັນ​ຈັນ​ທີ 24 ທັນ​ວາ​ຜ່ານ​ມາ ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີໄດ້​ປ່ອຍ​ໂຕ​ພວກ​ອົບ​ພະຍົບ ປະ​ມານ 180 ຄົນ ທີ່​ຄິວ​ລົດ​ເມ​ເມືອງ​ແອ​ລ ປາ​ໂຊ ຍ້ອນ​ກຳ​ນົດ​ເວ​ລາ ທີ່ຈຳ​ກັດ ​ກ່ຽວ​ກັບການ​ຄຸມ​ຂັງ 20 ມື້ ໄດ້​ໝົດ​ລົງ. ຫ້ອງ​ການເມືອ​ງ​ແອ​ລ ປາ​ໂຊ​ຍັງ​ກ່າວ​ວ່າ ຕົນ​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ໃນ​ການ​ປ່ອຍ​ໂຕ​ພວກ​ອົບ​ພະ​ຍົບດັ່ງ​ກ່າວ.

ການ​ໄປ​ຢ້ຽມ​ຢາມ​ລັດ​ເທັກ​ຊັ​ສ ຂອງ​ທ່ານ​ນາງ​ນິ​ລ​ສັນ ມີ​ຂຶ້ນ 4 ມື້​ຫລັງ​ຈາກ​ການເສຍ​ຊີ​ວິດ​ຂອງ​ທ້າວຟີ​ລິເປ ອາ​ໂລ​ໂຊ ໂກ​ເມ​ສ ທີ່​ມີ​ອາ​ຍຸ 8 ປີ​ຈາກ​ກົວ​ເຕ​ມາ​ລາ. ທ່ານ​ນາງ​ກ່າວ​ວ່າ ການ​ເສຍ​ຊີ​ວິດ​ ຂອງ​ເດັກ​ນ້ອຍ​ຜູ້ນີ້ ແມ່ນ​ເປັນເລືອງ “ທີ່​ໜ້າ​ກັງ​ວົນແລະ​ສະເທືອນ​ໃຈຢ່າງ​ຍິ່ງ.”

ອົງ​ການ​ຂ່າວ​ເອ​ພີ​ລາຍ​ງານ​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ນິວ​ເມັກ​ຊິ​ໂກ ທ່ານທອມ ຢູ​ດໍ (Tom Udall) ແລະ​ທ່ານ​ມາ​ຕິນ ເຮນ​ຮິ​ຈ (Martin Heinrich) ໄດ້​ສົ່ງ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ວັນສຸກ ວານນີ້ ໄປ​ຫາ​ທ່ານ​ນາງ​ນິ​ລ​ສັນ ເພື່ອ​ຢາກ​ໄດ້​ຄຳ​ຕອບ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຜູ້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG