ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງຮັກສາຄວາມປອດໄພພາຍໃນ ໃຫ້ຂໍ້ສັງເກດ ເຖິງຄວາມກ້າວໜ້າ ຢູ່ຊາຍແດນສະຫະລັດ ຕິດກັບເມັກຊິໂກ


ພວກເດັກນ້ອຍຄົນເຂົ້າເມືອງ ອາຍຸ ແຕ່ 3 ຫາ 9 ປີ ພາກັນເບິ່ງໂທລະພາບ ຢູ່ບ່ອນຫຼິ້ນ ທີ່ປ້ອມຍາມພາສີ ແລະປ້ອງກັນຊາຍແດນສະຫະລັດ ທີ່ເມືອງ Rio Grande Valley ໃນ Donna ລັດເທັກຊັສ ວັນທີ 30 ມີນາ 2021.
ພວກເດັກນ້ອຍຄົນເຂົ້າເມືອງ ອາຍຸ ແຕ່ 3 ຫາ 9 ປີ ພາກັນເບິ່ງໂທລະພາບ ຢູ່ບ່ອນຫຼິ້ນ ທີ່ປ້ອມຍາມພາສີ ແລະປ້ອງກັນຊາຍແດນສະຫະລັດ ທີ່ເມືອງ Rio Grande Valley ໃນ Donna ລັດເທັກຊັສ ວັນທີ 30 ມີນາ 2021.

ລັດຖະບານທ່ານໄບເດັນ ໃຫ້ຄຳໝັ້ນສັນຍາ ທີ່ຈະຮັບມືໃນຂອບເຂດທີ່ກວ້າງ ຂວາງ ຕໍ່ບັນຫາການອົບພະຍົບເຂົ້າມາໃນສະຫະລັດຂອງພວກຊາວໜຸ່ມ ຊຶ່ງ ບັດນີ້ ວິກິດການອັນຮີບດ່ວນຂອງພວກເດັກນ້ອຍບໍ່ມີຜູ້ປົກຄອງທີ່ໄດ້ກາຍເປັນ ບັນຫາໃຫຍ່ສຳລັບດ່ານກວດພາສີແລະລາດຕະເວນຊາຍແດນຂອງສະຫະລັດ ນັ້ນ ປາກົດວ່າ ຢູ່ພາຍໃຕ້ການຄວບຄຸມແລ້ວ.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານອາເລ ຮັນໂດຣ ມາຢໍກາສ ກ່າວຕໍ່ບັນດາສະມາຊິກສະພາໃນວັນພະຫັດວານນີ້ວ່າລັດ ຖະບານທ່ານໄບເດັນ ໄດ້ຫລຸດຈຳນວນພວກເດັກນ້ອຍທີ່ບໍ່ມີຜູ້ປົກຄອງ ທີ່ຖືກກັກຂັງໄວ້ຢູ່ຕາມປ້ອມຍາມຕ່າງໆ ໃນເຂດຊາຍແດນ ຈາກຈຳນວນຫຼາຍພັນຄົນລົງມາເປັນ ຫຼາຍຮ້ອຍຄົນ ແລະຕັດເວລາໃນການກັກຂັງໂດຍສະເລ່ຍລົງຈາກຫຼາຍກວ່າຫ້າ ມື້ ມາເປັນໜ້ອຍກວ່າ 24 ຊົ່ວໂມງ.

ທ່ານມາຢໍກາສ ກ່າວຕໍ່ຄະນະກຳມະການ ຮັກສາຄວາມປອດໄພພາຍໃນ ແລະກິດຈະການ
ລັດຖະບານຂອງສະພາສູງ ໂດຍເວົ້າວ່າ “ການທ້າທາຍຍັງບໍ່ທັນໄດ້ ໝົດໄປເທື່ອ ແຕ່ຜົນທີ່
ໄດ້ຮັບແມ່ນດີຂຶ້ນ” ແລະທ່ານກ່າວຕື່ມວ່າ ຍິ່ງໄປກວ່ານັ້ນ ພວກເດັກນ້ອຍຍົກຍ້າຍຖິ່ນຖານ
ໄດ້ຖືກສົ່ງໃຫ້ໄປຢູ່ຮ່ວມກັນກັບພໍ່ແມ່ແລະຜູ້ປົກ ຄອງເຂົາເຈົ້າໃນສະຫະລັດ ໄວຂຶ້ນກວ່າເກົ່າ.

ພວກເດັກນ້ອທີ່ບໍ່ມີຜູ້ປົກຄອງຫຼາຍພັນສິບຄົນ ໄດ້ຂ້າມຊາຍແດນທາງເຂົ້າມາທາງພາກໃຕ້
ຂອງສະຫະລັດ ຊຶ່ງໃນປີນີ້ ໃນອັນທີ່ຍັງຢູ່ໃນຂັ້ນເລີ້ມຕົ້ນ ແລະໄດ້ກາຍເປັນສ້ຽນໜາມທ້າ
ທາຍຕໍ່ປະທານາທິບໍດີໂຈ ໄບເດັນ ຜູ້ທີ່ນັບແຕ່ໄດ້ ເຂົ້າຮັບຕຳແໜ່ງເມື່ອວັນທີ 20 ມັງກອນ
ຜ່ານມາ ໄດ້ຕ່າວປີ້ນນະໂຍບາຍຄົນເຂົ້າເມືອງຈຳນວນນຶ່ງຂອງອະດີດປະທານາທິບໍດີດໍ
ໂນລ ທຣໍາ.

ໃນຂະນະທີ່ທ່ານມາຢໍກາສໄດ້ໃຫ້ຂໍ້ສັງເກດວ່າ ການເພີ້ມຂຶ້ນຂອງພວກຍົກຍ້າຍຖິ່ນຖານ ຢູ່ທາງຊາຍແດນພາກໃຕ້ຂອງສະຫະລັດ ໄດ້ເລີ້ມແຕ່ປີກາຍນີ້ ໃນລະຫວ່າງຊຸມ ເດືອນສຸດທ້າຍຂອງລັດຖະບານທ່ານທຣໍາ ສະມາຊິກພັກຣີພັບບລິກັນໄດ້ຢືນຢັດ ວ່າ ສະຖານະການໄດ້ເພີ້ມຄວາມຮ້າຍແຮງຂຶ້ນ ໃນລະຫວ່າງທີ່ຢູ່ພາຍໃຕ້ການດູ ແລຂອງທ່ານໄບເດັນ.

ສະມາຊິກສະພາສູງພັກຣີພັບບລິກັນ ທ່ານຣອບ ພອດແມນ ກ່າວວ່າ “ວິກິດ ການໃນທຸກ
ມື້ນີ້ ບໍ່ເຄີຍມີມາກ່ອນ ຂີ້ຮ້າຍຫຼາຍກວ່າປີກາຍນີ້ ແລະຂີ້ຮ້າຍກ່ອນ |ປີ 2019 ອີກ ເວລາທີ່
ທຸກຄົນໄດ້ພິຈາລະນາວ່າເປັນວິກິດການນັ້ນ.”

ສະມາຊິກສະພາສູງພັກຣີພັບບລິກັນ ທ່ານຣອນ ຈອນສັນ ກ່າວວ່າ “ຂ້າພະເຈົ້າ ມັກເວົ້າວ່າ ບາດກ້າວທຳອິດໃນການແກ້ໄຂບັນຫາໃດໆນັ້ນ ກໍຄືຮັບຮູ້ວ່າທ່ານ ມີບັນຫາ. ແລະມັນເບິ່ງຄືກັບວ່າ ພວກເຮົາຢູ່ໃນສະພາບທີ່ປະຕິເສດ.” ໃນຂະນະທີ່ທ່ານໄດ້ເວົ້າເຖິງການປັບປຸງໃຫ້ດີຂຶ້ນ ກ່ຽວກັບເລື້ອງເວລາໃນການປະກອບເອກກະສານໃຫ້ແກ່ພວກຍົກຍ້າຍຖິ່ນຖານຊາວໜຸ່ມແຕ່ທ່ານມາຢໍກາສ ກໍກ່າວວ່າ ລັດຖະບານໄດ້ເພັ່ງເລັງໃສ່ການແກ້ໄຂໄລຍະຍາວຕໍ່ປາກົດການໃນການຍົກຍ້າຍຖິ່ນຖານທີ່ບໍ່ສາມາດຄວບຄຸມໄດ້

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG