ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະ​ສັນຕະປາປາ ຮ້ອງ​ຂໍ​ໃຫ້​ພວກ​ສັດທາ​ ຈົ່ງ​ມອງ​ເບິ່ງ ຄວາມໝາຍແທ້ຈິງ ຂອງວັນຄຣີສມາສ


ພວກສະແຫວງບຸນແລະນັກທ່ອງທ່ຽວ ສະເຫຼີມສະຫຼອງວັນຄຣີສມາສທີ່ ວັດໃຫຍ່ Nativity ເມືອງ Bethlehem ເຂດ West Bank
ພວກສະແຫວງບຸນແລະນັກທ່ອງທ່ຽວ ສະເຫຼີມສະຫຼອງວັນຄຣີສມາສທີ່ ວັດໃຫຍ່ Nativity ເມືອງ Bethlehem ເຂດ West Bank

ໃນ​ຂະນະ​ທີ່​ຊາວ​ຄຣີສຕຽນ​ຫຼາຍໆລ້ານ​ຄົນຢູ່​ໃນ​ທົ່ວ​ໂລກ​ພາກັນ​ຕຽມ​ສະ​ເຫຼີມສະຫຼອງ
ວັນປະສູດຂອງ​ພະ​ເຍຊູເມື່ອ​ຫລາຍ​ກວ່າ​ສອງ​ພັນ​ປີ​ມາ​ແລ້ວ​ນັ້ນ ພະ​ສັນຕະປາປາ​ເບ​ເນ​ດິກ
ອອກ​ມາ​ປະນາມ​ການ​ສວຍ​ໃຊ້ວັນ​ຄຣີສມາສ​ທີ່ ​ເນັ້ນໜັກ​ໄປ​ໃນ​ທາງ​ການ​ຄ້າ​ຫລາຍ​ຂຶ້ນ
ນັບ​ມື້​ນັນ.

ໃນ​ແລງ​ຂອງ​ວັນ​ກ່ອນ​ບຸນ​ຄຣີສມາສຄື​ວັນ​ເສົາ​ວານ​ນີ້ ​ໃນ​ພິທີ​ທາງ​ສາສະໜາທີ່​ພະ​ວິຫານ
St Peter ທີ່​ເຕັມ​ໄປ​ດ້ວຍ​ຝຸງ​ຊົນ​ນັ້ນ ພະ​ສັນຕະປາປາໄດ້​ຮ້ອງ​ຂໍ​ໃຫ້​ພວກ​ສັດທາ​ທັງ
ຫລາຍ​ຈົ່ງ​ມອງ​ເບິ່ງຜ່ານແສງ​ສະທ້ອນ​ດ້ານ​ນອກ ​ເພື່ອຄົ້ນ​ຫາ​ຄວາມ​ໝາຍ​ແທ້​ຈິງ​ຂອງ​ມັນ.

ໃນ​ຂະນະ​ນີ້ພວກ​ສະ​ແຫວ​ງບຸນແລະ​ພວກ​ນັກ​ທ່ອງ​ທ່ຽວ​ຫລາຍສິບ​ພັນ​ຄົນ ເລິ່ມທະ​ຍອຍ
ເດີນທາງ​ໄປ​ເຖິງ​ເມືອງ Bethlehem ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອ​ສະຫຼອງວັນ​ຄຣີສມາສ​ໃນ
ເມືອງ​ທີ່​ເຊື່ອ​ວ່າ​ເປັນ​ສະຖານ​ທີ່​ປະສູດ​ຂອງ ພະ​ເຍຊູ.

ການ​ສະ​ເຫຼີມສະຫຼອງ​ໃນ​ຄໍ່າ​ຄືນກ່ອນວັນຄຣີສມາສທີ່​ເມືອງ​ Bethlehem ​ໃນ​ເຂດ West
Bank ​ສິ້ນ​ສຸດ​ລົງດ້ວຍ​ພິທີ​ທາງ​ສາສະໜາ​ໃນ​ຕອນ​ທ່ຽງ​ຄືນ​ທີ່​ວັດໃຫຍ່​ Nativity.

XS
SM
MD
LG