ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ຜູ້ຊາຍອາຍຸ 112 ປີ ທີ່ລອດຊີວິດ ຈາກສົງຄາມໂລກ ​ຖືກ​ຮັບ​ຮູ້​ວ່າ ​​ມີ​ອາຍຸ​ຍືນ​ທີ່​ສຸດ​​ ໃນ​ໂລກ.


ຣູບພາບນີ້ ສະໜອງໂດຍ Guinness World Records ທ່ານ Marco Frigatti ຫົວໜ້າເກັບກຳປະຫວັດ ຂອງ Guinness World Records ມອບໃບປະກາດ ໃຫ້ແກ່ພໍ່ຕູ້ Israel Krista ທີ່ເປັນຜູ້ຊາຍ ມີອາຍຸຍືນທີ່ສຸດໃນໂລກ.

ປະຊາຊົນ​ອິສຣາ​ແອ​ລຄົນ​ໜຶ່ງ ທີ່​ລອດ​ຊີວິດ​ມາ​ໄດ້ຈາກ​ສົງຄາ​ມ
​ໂລກ ​ແລະການ​ກໍ່​ຄວາມຮຸນ​ແຮງ​ທີ່​ໂຫດ​ຮ້າຍ​ສຸດຕໍ່ມະນຸດຊາດ
ແລະ​ຄວາມ​ທຸກທໍລະມານ ​ໄດ້​ຖືກ​ຮັບ​ຮູ້​ວ່າ​ເປັນ​ຜູ້​ຊາຍ ​ທີ່​ມີ​ອາຍຸ
​ຍືນ​ທີ່​ສຸດໃນ​ໂລກ ​ໃນວັນ​ສຸກ​ວານ​ນີ້​ ໂດຍປື້ມສະ​ຖິຕິ​ໂລກ ຫລື
Guinness Book of World Records.

ພໍ່​ຕູ້ Israel Kristal ອາຍຸ 112 ປີ​ ກ່າວ​ວ່າ ລາວບໍ່​ມີ​ຄວາມ​ລັບ
ໃດໆ​ກ່ຽວ​ກັບ ການ​ມີ​ຊີວິດ​ຢູ່​ຍືນນານ. “ຂ້ອຍ​ເຊື່ອ​ວ່າ ທຸກ​ສິ່ງ​ທຸ​ກ
ຢ່າງ​ ໄດ້​ຖືກ​ກຳນົດ​ມາ​ແລ້ວ ຈາກເບື້ອງບົນ ​ແລະ​ພວກ​ເຮົາ​ຈະ​ບໍ່
​ຮູ້ວ່າ ​ເປັນ​ດ້ວຍເຫດຜົນ​ໃດ​.”

ພໍ່​ຕູ້ Kristal ​ເກີດ​ທີ່​ປະ​ເທດ Poland ໃນ​ປີ 1903 ​ແລະ​ໄດ້​ເຮັດ​ວຽກກ່ຽວ​ກັບ ​ທຸລະ​ກິດ
ຂາຍ​ເຂົ້າໜົມ​ຂອງ​ຄອບຄົວກ່ອນທີ່​ພວກ​ນາ​ຊີ​ຂອງ Hitler ໄດ້ເຂົ້າ​ຍຶດ​ເອົາ Poland.

ພໍ່​ຕູ້ Kristal ​ແລະ​ຄອບຄົວ​ຂອງ​ລາວ ​ໄດ້​ຖືກ​ບັງຄັບ​ໃຫ້​ໄປ​ຢູ່ຄຸ້ມ​ທຸກ​ຍາກ​ທີ່​ມີ​ຊື່ ສຽງ​ບໍ່​ດີ ​
​ໃນນະຄອນ Warsaw ບ່ອນ​ທີ່​ຫລາຍ​ພັນ​ຄົນ​ທີ່​ເປັນ​ຊາວ​ຢີວ ​ໄດ້​ຖືກ​ກັກ​ຂັງ​ ກ່ອນເກືອບ
​ທັງ​ໝົດ​ໄດ້​ຖືກ​ສົ່ງ​ໄປ​ສູນມໍລະນະຂອງ​ພວກ​ນາ​ຊີ​ເຢຍຣະມັນ.

ພໍ່​ຕູ້ Kristal ​ໄດ້​ຖືກ​ນຳ​ຂັງໄວ້​ຢູ່​ຄຸກ Auschwitz ​ແລະ​ມີ​ນໍ້າໜັກ​ພຽງ 37 ກິ​ໂລ ເວລາ​ລາວ
ຖືກປ່ອຍ. ພັນ​ລະ​ຍາ​ແລະ​ພວກ​ລູກ​ຂອງ​ລາວ​ໄດ້​ຖືກ​ຂ້າ​ຕາຍໝົດ.

ພໍ່​ຕູ້ Kristal ​ໄດ້​ຍ້າຍໄປ​ຢູ່​ອິສຣາແອ​ລ ​ແຕ່ງງານໃໝ່ ​ແລະ​ໄດ້​ເລີ້​ມທຸລະ​ກິດ​ເຮັດ​ເຂົ້າໜົມ
ຂາຍ​ຢ່າງ​ເປັນ​ຜົນສຳ​ເລັດ. ລູກ​ສາວ​ຂອງພໍ່​ຕູ້ Kristal ກ່າວ​ວ່າ ພໍ່ຂອງ​ນາງ​ເຫັນ​ວ່າ ​ມັນ
​ເປັນ​ກຽດ​ທີ່​ໄດ້​ມີ​ອາຍຸ​ຍືນ​ຍາວເຖິງ​ຂະໜາດ​ນີ້.

ປື້ມສະຖິຕິ Guiness ກ່າວ​ວ່າ ຜູ້​ຍິງ​ທີ່​ມີ​ອາຍຸ​ຍືນ​ທີ່​ສຸດ​ໃນ​ໂລກ ​ແລະ​ເປັນ​ບຸກ ຄົນ​ທີ່​ມີອາ
ຍຸ​ຍືນທີ່​ສຸດ 116 ປີ ​ແມ່ນ​ແມ່ຕູ້ Susannah Mushatt Jones ​ຊຶ່ງເປັນ​ຄົນ​ອາ​ເມຣິກັນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG