ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ​ເດດ​ດາຣາ ຫັດສະດີ ເຈົ້າຂອງຮ້ານອາຫານ Hollywood Bistro


ທ່ານ ເດດດາຣາ ຫັດສະດີ
ທ່ານ ເດດດາຣາ ຫັດສະດີ

ລາຍການຊີວິດຊາວລາວໃນຕ່າງແດນມື້ນີ້ ວັນນນະສອນຈະນຳບົດສຳພາດກັບເຈົ້າ ຂອງຮ້ານອາຫານ Hollywood Bistro ທີ່ໂດ່ງດັງ ໃນລັດ Florida ມາສະເໜີທ່ານ.

ທ່ານເດດດາຣາ ຕ້ອນຮັບແຂກທີ່ເຂົ້າຮ້ານ
ທ່ານເດດດາຣາ ຕ້ອນຮັບແຂກທີ່ເຂົ້າຮ້ານ

ອາຫານ​ເອ​ເຊຍ​ໂດຍ​ສະ​ເພາະ ອາຫານ​ລາວ, ອາຫານ​ໄທ ​ແລະ​ອາຫານ​ຫວຽດນາມ ​
ເປັນ​ທີ່​ຮູ້ຈັກ​ແລະ​ພໍ​ໃຈ​ຂອງ​ແຂກ​ຕ່າງ​ຊາດ​ນັບຕັ້ງແຕ່ຊາວເອເຊຍໄດ້ອົບພະຍົບເຂົ້າມາ
ໃນສະຫະລັດ ຕັ້ງແຕ່ຊຸມປີ 1970 ພຸ້ນ ​ເພາະສະ​ນັ້ນ ຊາວ​ລາວ​ຫຼາຍໆ​ຄົນ​ຈຶ່ງ​ໄດ້​ມາ​
ອາ​ໄສເປີດຮ້ານ​ອາຫານ​ເອ​ເຊຍ, ມື້​ນີ້ ທ່ານ​ເດດ​ດາຣາ ຫັດສະດີ ​ໄດ້ໂອ້​ລົ​ມກັບ VOA ​
ແລະ​ໄດ້​ເລົ່າ​ໃຫ້​ຟັງ​ເຖິງ ຊີວິດ​ເບື້ອງ​ຫຼັງ​ຄວາມ​ເປັນ​ມາ ກ່ອນ​ທີ່​ຈະ​ກາຍ​ມາ​ເປັນ ພໍ່ຄົວ​
ທີ່​ມີ​ປະສົບ​ການ​ນານກ​ວ່າ 30 ປີ ຂໍ​ເຊີນ ຮັບ​ຟັງ​ບົດ​ສໍາພາດ​ ຂ້າງເທິງ ຂວາມື.

ອາຫານຈານເດັດ
ອາຫານຈານເດັດ

ຖ້າຫາກທ່ານມີຄໍາຖາມແລະຢາກຊາບລາຍລະອຽດເພີ່ມຕື່ມ ກະລຸນາຕິດຕໍ່
ທ່ານ ຫັສດີ ໄດ້ ທີ່ dhatsady@gmail.com

hollywoodbistrodining.com

XS
SM
MD
LG