ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Weinstein ຖືກໄລ່ອອກຈາກ Hollywood ກ່ຽວກັບ ການກ່າວຫາ ລ່ວງລະເມີດ ທາງເພດ


ທ່ານ Harvey Weinstein ເດີນທາງຮອດພິທີມອບລາງວັນ Oscars, ໂຮງລະຄອນ Dolby, ນະຄອນ Los Angeles. 2 ມີນາ, 2014.
ທ່ານ Harvey Weinstein ເດີນທາງຮອດພິທີມອບລາງວັນ Oscars, ໂຮງລະຄອນ Dolby, ນະຄອນ Los Angeles. 2 ມີນາ, 2014.

ຂ່າວອື້ສາວໃນຮໍລີວູດ ທີ່ພົວພັນກັບຜູ້ຜະລິດຮູບເງົາ ທີ່ມີທິພົນທ່ານ Harvey
Weinstein ພວມແພ່ລາມອອກໄປຕື່ມ. ອົງການທີ່ກຳກັບນຳເລື່ອງມອບລາງວັນ
ອັອສກາ ຂອງ Academy of Motion Pictures Arts and Sciences ໄດ້ຖອນສິດ
ເປັນສະມາຊິກຂອງທ່ານ Weinstein ຍ້ອນຂໍ້ກ່າວຫາເລື່ອງລວນລາມທາງເພດ.

ສະພາຜູ້ປົກຄອງ ປະກອບດ້ວຍສະມາຊິກ 54 ທ່ານ ໄດ້ປະຊຸມກັນໃນວັນເສົາວານນີ້
ເພື່ອສົນທະນາກັນ ກ່ຽວກັບ ຂໍ້ກ່າວຫາທີ່ວ່ານັ້ນ ແລະ ລົງຄະແນນສຽງຢ່າງຖ້ວມລົ້ນໃຫ້
“ໄລ່ອອກທັນທີ” ເສດຖີຄົນດັ່ງກ່າວ ຍ້ອນອັນເປັນທີ່ຮູ້ກັນວ່າ ຊຸກຍູ້ໃຫ້ເອົາຮູບເງົາ
ເລື່ອງນ້ອຍໆ ທີ່ຖ່າຍທຳໄດ້ດີເຂົ້າແຂ່ງຂັນ ເອົາລາງວັນອັອສກາ.

ໃນຖະແຫລງການສະບັບນຶ່ງນັ້ນ ສະພາດັ່ງກ່າວເວົ້າວ່າ ການຕັດສິນໃຈໄລ່ທ່ານ
Weinstein ອອກແມ່ນ “ໄດ້ຮັບຄະແນນສຽງຢ່າງຖ້ວມລົ້ນ ຫຼາຍກວ່າ 2 ສ່ວນ 3 ທີ່
ຕ້ອງການ”. ນອກນັ້ນເຂົາເຈົ້າຍັງກ່າວວ່າ ການໄລ່ອອກ ແມ່ນເປັນການສະແດງໃຫ້
ເຫັນເຖິງຍຸກແຫ່ງຄວາມອັບອາຍຂາຍໜ້າ ຂອງຄວາມປະພຶດໃນທາງເພດ ທັງຍັງ
ແຈ້ງໃຫ້ຊາບວ່າ ການຮາວີລົບກວນໃນອຸດສາຫະກຳຂອງພວກເຮົາໄດ້ສິ້ນສຸດລົງ
ແລ້ວ.”

ຖະແຫຼງການນັ້ນໄດ້ເອີ້ນຂໍ້ກ່າວຫາດັ່ງກ່າວວ່າ ການແລກປ່ຽນທາງເພດໃນອາຊີບ
“ເປັນບັນຫາລົບກວນຈິດໃຈທີ່ຮ້າຍແຮງທີ່ສຸດ ທີ່ບໍ່ຄວນມີຢູ່ໃນສັງຄົມຂອງພວກເຮົາ.”

ການໄລ່ທ່ານ Weinstein ອອກໄດ້ມີຂຶ້ນລຸນຫຼັງ ຂໍ້ກ່າວຫາຕ່າງໆທີ່ໂຜ່ໂຕຂຶ້ນວ່າ ທ່ານ
Weinstein ໄດ້ຮາວີລົບກວນ ຫຼື ລວນລາມທາງເພດຕໍ່ແມ່ຍິງນັບເປັນຫຼາຍໆຄົນເປັນ
ເວລາດົນນານມາເຖິງສາມທົດສະວັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Observers Looking to Hollywood to Take Lead on Sexual Harassment
please wait

No media source currently available

0:00 0:02:30 0:00

XS
SM
MD
LG