ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄດ້
ແຕ່ງຕັ້ງນາຍົກລັດຖະ ມົນຕິີຄົນໃໝ່ ເຂົ້າຮັບໜ້າທີ່ແທນ
ຄົນເກົ່ານຶ່ງມື້ຫລັງຈາກ ພັກສັງຄົມນິຍົມ ຊຶ່ງ ເປັນພັກລັດ
ຖະບານປົກຄອງປະເທດ ຢູ່ໃນເວລານີ້ໄດ້ເສຍໄຊຢ່າງ
ໜັກໃນການເລືອກຕັ້ງທ້ອງຖິ່ນ ໃນເຂດເທດສະບານ
ຕ່າງໆ ທົ່ວປະເທດ.
ຜູ້ນຳຝຣັ່ງ ໃນວັນຈັນວານນີ້ ໄດ້ເລືອກເອົາລັດຖະມົນຕີ
ກະຊວງພາຍໃນ ຊຶ່ງເປັນທີ່ນິຍົມພາຍໃນປະເທດຄືທ່ານ
Manuel Valls ເປັນນາຍົກຄົນໃໝ່ແທນນາຍົກລັດຖະ
ມົນຕີ Jean-Marc Ayrault ຜູ້ທີ່ໄດ້ລາອອກຫລັງຈາກ
ພັກໄດ້ ເສຍໄຊໃນການເລືອກຕັ້ງ.
ບັນດາຜູ້ມີສິດປ່ອນບັດໃນທົ່ວປະເທດຝຣັ່ງ ໄດ້ພາກັນປະຕິເສດ ຕໍ່ບັນດາຜູ້ສະ ມັກຂອງພັກສັງຄົມນິຍົມ ໃນການເລືອກຕັ້ງເມື່ອວັນອາທິດທີ່ຜ່ານມາ ຊຶ່ງເປັນການປ່ອນ
ບັດທີ່ສຳຄັນເທື່ອທຳອິດ ນັບຕັ້ງແຕ່ ທ່ານ Hollande ໄດ້ຖືກເລືອກເຂົ້າຮັບໜ້າທີ່ໃນປີ 2012. ລັດຖະບານຂອງທ່ານ ໄດ້ສູນເສຍຄວາມນິຍົມຢ່າງ ໃຫຍ່ ຍ້ອນເສດຖະກິດ
ຝຣັ່ງ ທີ່ອ່ອນແອ ມີຄົນຫວ່າງງານສູງ ແລະລະດັບການເປັນຢູ່ຫຼືມາດຕະຖານການຄອງ
ຊີບຫລຸດຕ່ຳລົງ ສຳລັບຫລາຍໆຄົນ.
ພັກສັງຄົມນິຍົມ ໄດ້ສູນເສຍການປົກຄອງຢູ່ໃນ 155 ຫົວເມືອງນ້ອຍແລະໃຫຍ່ ໃຫ້ແກ່ບັນດາຜູ້ສະມັກຈາກພັກຝ່າຍຄ້ານທີ່ເປັນກາງອຽງຂວາ ແລະອີກ 11 ຫົວເມືອງໃຫ້ແກ່
ພັກຂວາຈັດ FN.