ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ເດີນທາງ ໄປປະເທດຣັດເຊຍ ໃນວັນພະຫັດມື້ນີ້ ເຊິ່ງເປັນສ່ວນໜຶ່ງໃນຄວາມ ພະຍາ ຍາມທີ່ຈະສ້າງພັນທະມິດທົ່ວໂລກ ເພື່ອເພີ້ມທະວີການຕໍ່ສູ້ ກັບພວກລັດ ອິສລາມ ອັນເປັນຜົນເນື່ອງມາຈາກການໂຈມຕີທີ່ຮ້າຍ ແຮງໃນນະຄອນ ຫຼວງ ປາຣີ.
ທ່ານ Hollande ຈະພົບປະກັບປະທານາທິບໍດີ Vladimir Putin ໃນນະຄອນຫຼວງມົສກູ ເຊິ່ງເປັນການສືບຕໍ່ການເດີນທາງທີ່ໄດ້ ເຮັດໃຫ້ທ່ານໄດ້ຮັບການສະໜັບສະໜູນຈາກບັນດາຜູ້ນຳຂອງ ສະຫະລັດ ອັງກິດ ແລະ ເຢຍຣະມັນ.
ກຸ່ມລັດອິສລາມ ເຊິ່ງຄວບຄຸມພື້ນທີ່ສ່ວນໃຫຍ່ໃນປະເທດ ອີຣັກ ແລະ ຊີເຣຍ, ໄດ້ອ້າງເອົາ ຄວາມຮັບຜິດຊອບໃນການໂຈມຕີແບບມີການປະ ສານງານກັນດ້ວຍປືນ ແລະ ລະເບີດທີ່ນະ ຄອນຫຼວງ ປາຣີ ໃນວັນທີ 13 ພະຈິກທີ່ຜ່ານມາ, ເຊິ່ງເຮັດໃຫ້ 130 ຄົນເສຍຊີວິດ.
ຝຣັ່ງ ໄດ້ເປັນສ່ວນໜຶ່ງຂອງພັນທະມິດຫຼືແນວໂຮມພາຍໃຕ້ການນຳພາໂດຍ ສະຫະລັດ ທີ່ ແນເປົ້າໂຈມຕີໃສ່ພວກຫົວຮຸນແຮງ, ແຕ່ຜູ້ນຳ ຝຣັ່ງ ໄດ້ຖືກກົດດັນຢ່າງໜັກ ໃຫ້ເຮັດວຽກຕື່ມ ອີກເພື່ອຈະເອົາຊະນະອົງການກໍ່ການຮ້າຍດັ່ງກ່າວ ຫຼັງຈາກການໂຈມຕີຢູ່ ປາຣີ.
ມັນຍັງບໍ່ທັນກະຈ່າງແຈ້ງເທື່ອວ່າທ່ານ Hollande ສາມາດຊັກຈູງທ່ານ Putin ໄດ້ຫຼາຍປານໃດ ເພື່ອໃຫ້ເຂົ້າຮ່ວມໃນປະຕິບັດການຕໍ່ຕ້ານພວກ ລັດອິສລາມ. ຄວາມຫວັງດັ່ງກ່າວນັ້ນ ໄດ້ຫຼຸດເຫຼືອໜ້ອຍລົງ ຫຼັງຈາກເຮືອບິນຮົບຂອງ ຣັດເຊຍ ໄດ້ຖືກຍິງຕົກໂດຍ ເທີກີ ເຊິ່ງເປັນ ພັນທະມິດຂອງອົງການ NATO.
ເຮືອບິນຮົບ ຣັດເຊຍ ໄດ້ເຂົ້າຮ່ວມໃນການໂຈມຕີຢູ່ໃນປະເທດ ຊີເຣຍ ເຊິ່ງມີເປົ້າໝາຍແນໃສ່ ເພື່ອຮັບປະກັນການຢູ່ລອດ ຂອງລັດຖະບານປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad, ໂດຍສ່ວນໃຫຍ່ແລ້ວແມ່ນໂຈມຕີກຸ່ມຕໍ່ຕ້ານລັດຖະບານ ທີ່ໜູນຫຼັງໂດຍປະເທດ ຕາເວັນ ຕົກ.
ລັດຖະສະພາຝຣັ່ງ ໄດ້ລົງຄະແນນສຽງໃນວັນພຸດວານນີ້ເພື່ອຂະຫຍາຍ ການໂຈມຕີທາງອາ ກາດໃສ່ພວກລັດອິສລາມ.
ສະພາສູງໄດ້ລົງຄະແນນສຽງ 325 ຕໍ່ 0 ໂດຍມີ 21 ຄົນບໍ່ອອກສຽງ ໃຫ້ຂະຫຍານເວລາການ ໂຈມຕີທາງອາກາດໃນ ຊີເຣຍ ກາຍຕົ້ນເດືອນມັງກອນປີໜ້າ. ສ່ວນສະພາຕ່ຳກ່ອນໜ້ານີ້ໄດ້ ລົງຄະແນນສຽງ 515 ຕໍ່ 4 ຕໍ່ການສະໜັບສະໜູນການປະຕິບັດງານດັ່ງກ່າວ.