ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Hollande ກຳນົດຈະກ່າວ ຄຳປາໄສ ຕໍ່ສະຖາບັນ ວັດທະນະທຳ ອາຣັບ


ທ່ານ Francois Hollande ປະທານາທິບໍດີໃໝ່ຂອງຝຣັ່ງ ວັນທີ 15 ພຶດສະພາ 2012.
ທ່ານ Francois Hollande ປະທານາທິບໍດີໃໝ່ຂອງຝຣັ່ງ ວັນທີ 15 ພຶດສະພາ 2012.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ຄາດ​ວ່າ​
ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ອົງການ​ວັດທະນະທຳ​ອາຣັບ​ໃນ​ວັນ​ພະຫັດ
​ມື້​ນີ້ ຫຼັງ​ຈາກ​ປະກາດ ວ່າ ວາລະສານ​ຕະຫລົກ Charlie Heb
do ຈະ​ດຳ​ເນີນ​ກິດຈະການ​ຕໍ່​ໄປ ​ເຖິງ​ແມ່ນໄດ້​ເກີດ​ເຫດການຍິງ
ຜູ້​ຄົນ​ຕາຍ​ຢ່າງໂສກ​ເສົ້າ​ສະຫລົດ​ໃຈ​ໃນ​ສັບປະດາ​ແລ້ວ​ນີ້​ກໍ​ຕາມ.

ອົງການ​ຂ່າວ​ຝຣັ່ງ ອ້າງ​ຄຳ​ເວົ້າ​ຂອງ​ທ່ານ Hollande ທີ່​ກ່າວ​ໃນ
​ແລງ ວັນ​ພຸດ​ວານ​ນີ້ ວ່າ “​ເຈົ້າ​ສາມາດ​ສັງຫານ​ພວກ​ຜູ້​ຊາຍ​
ແລະ​ແມ່ຍິງ​ໄດ້ ​ແຕ່​ເຈົ້າ​ບໍ່​ສາມາດ​ສັງຫານ​ແນວ​ຄິດ​ຂອງ​
ເຂົາ​ເຈົ້າ​ໄດ້​ຈັກ​ເທື່ອ.”
ຖ້ອຍ​ຖະແຫຼ​ງຂອງ​ທ່ານ ​ມີ​ຂຶ້ນ​ໃນ​ມື້​ດຽວ
​ກັນ​ກັບ​ວະລະ​ສານ​ Charlie Hebdo ສະບັບ​ທຳ​ອິດ​ນັບ​ແຕ່​ໄດ້
ມີການ​ໂຈມ​ຕີ ​ບ່ອນວາງຈຳໜ່າຍ ຢູ່ຕາມຮ້ານຂາຍໜັງສືພິມຕ່າງໆ​ໂດຍ​ລົງ​ໜ້າ​ປົກດ້ວຍ
​ການ​ບັນ​ລະ​ຍາຍຮູບ cartoon ຂອງພະ​ສາດສະດາ Muhammad ຮ້ອງ​ໄຫ້ພາຍ​ໃຕ້​ຫົວ ຂໍ້​ຂ່າວ” ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ອາ​ໄພໄປແລ້ວ.” ວາລະສານ​ສະບັບ​ນີ້ ​ໄດ້​ຂາຍ​ອອກ​ຢ່າງ
​ໄວ​ໃນ​ທົ່ວປະ​ເທດ​ຝຣັ່ງ.

ທ່ານ Hollande ມີ​ກຳນົດ​ທີ່​ຈະ​ໄປ​ມີໜ້າ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ສະ​ຖາ​ບັນ​ໂລກ​ອາຣັບ ຫຼື Arab World Institute ທີ່​ປາຣີ ຊຶ່ງ​ຈະ​ສົ່ງ​ເສີມສາຍ​ພົວພັນ​ທີ່​ໃກ້ຊິດ​ຂຶ້ນລະຫວ່າງຝຣັ່ງ ກັບ​ໂລກ​ອາຣັບ.

​ໃນ​ວັນ​ພະຫັດ​ມື້​ນີ້​ເຊັ່ນ​ກັນ ຈະ​ມີ​ພິທີ​ສົ່ງສະການ​ສຳລັບ​ພວກ​ທີ່​ເສຍ​ຊີວິດ 2 ຄົນ​ໃນ​ສັບປະ
ດາ​ແລ້ວ​ນີ້ ຊຶ່ງ​ເປັນ​ພິທີ​ຫລ້າສຸດ ​ແຫ່ງ​ການ​ທຳ​ພິທີ​ສົ່ງສະການ​ທາງ​ສາສະໜາ​ຂອງ​ພວກ​ທີ່​ເສຍ​ຊີວິດ​ທີ່ມີມາເປັນລຳດັບນັ້ນ.

Reaction Is Mixed in Russia to Paris Attacks
please wait

No media source currently available

0:00 0:02:51 0:00

​ໃນ​ຂະນະ​ດຽວ​ກັນ ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ຈະ​ເດີນ
ທາງ​ໄປ​ຍັງ​ປາຣີ​ໃນ​ວັນ​ສຸກ​ມື້​ອື່ນ ​ເພື່ອ​ໄປ​ພົບ​ປະ​ກັບ ປະທານາທິບໍດີ Hollande ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງອື່ນໆ​ອີກ.

​ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ຟິມວີ​ດີ​ໂອ ທີ່ ສາຂາ​ນຶ່ງ​ຂອງ​ເຄືອ​ຂ່າຍ​ອາລກາ​ອິດາໃນເຢເມນ​ອ້າງ​ວ່າ ຕົນ​ເປັນ​ຜູ້​ຮັບ ຜິດຊອບ​ໃນການ​ໂຈມ​ຕີ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ ​ໃນ​ຫ້ອງການ​ຕ່າງໆ​ທີ່​ປາຣີ ຂອງວາລະສານ Charlie Hebdo ວ່າ “​ເປັນ​ຂອງ​ແທ້ຈິງ”.

FRANCE TERROR SOTVO
please wait
Embed

No media source currently available

0:00 0:00:57 0:00

ຮູບ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ທາງ​ຄອມ​ພີ​ວ​ເຕີ​ໃນ​ວັນ​ພຸດ​ວານ​ນີ້ ຊາຍ​ຄົນ​ນຶ່ງ​ທີ່​ຢັ້ງຢືນ​ວ່າ ແມ່ນນາຍ Nasr al-Ansi ​ເປັນ​ຫົວໜ້າ​ສູງ​ສຸດ​ຂອງ​ເຄືອ​ຂ່າຍອາລກາ​ອິດາ​ໃນ​ແຫຼມ​ອາ
ຣາ​ເບຍ ກ່າວ​ວ່າ ກຸ່ມ​ຂອງ​ລາວ​ໄດ້​ວາງແຜນ ​ແລະ​ໃຫ້ເງິນສະໜັບສະໜຸນ​ການ​ໂຈມ​ຕີ ທີ່​ພວກ​ມື​ປືນ​ສອງ​ຄົນ​ໄດ້​ສັງຫານພວກ​ຜູ້​ຄົນ 12 ຄົນນັ້ນ.

France's Charlie Hebdo Publishes Defiant Edition
please wait

No media source currently available

0:00 0:02:50 0:00

XS
SM
MD
LG