ສະພາຕໍ່າສະຫະລັດໄດ້ລົງຄະແນນສຽງໃນວັນພະຫັດວານນີ້ ຖືວ່າລັດຖະມົນຕີກະຊວງຍຸຕິ
ທຳສະຫະລັດທ່ານ Eric Holder ໝິ່ນປະໝາດຕໍ່ລັດຖະສະພາຍ້ອນປະຕິເສດບໍ່ຍອມມອບ
ເອກກະສານຕ່າງໆກ່ຽວກັບແຜນການຈັດສົ່ງອາວຸດລະຫວ່າງສະຫະລັດກັບເມັກຊິໂກທີ່ປະ
ສົບກັບຄວາມລົ້ມແຫຼວນັ້ນ ໃຫ້ແກ່ສະພາ.
ການລົງຄະແນນສຽງ ໄດ້ດຳເນີນໄປຕາມສາຍພັກ ຄືມີສະມາຊິກສະພາຕໍ່າ 255 ຄົນເຫັນ
ພ້ອມແລະ 67 ຄົນຄັດຄ້ານ.
ແຕ່ສະມາຊິກສ່ວນໃຫຍ່ ຂອງພັກເດໂມແຄຣັທ ໄດ້ພາກັນຍ່າງອອກຈາກຕຶກສະພາບໍ່ຍອມ
ເຂົ້າຮ່ວມການລົງຄະແນນສຽງ. ພວກທ່ານເວົ້າວ່າ ການລົງຄະແນນສຽງທີ່ວ່ານີ້ແມ່ນການ
ສະແດງແບບໂລດໂຜນ ທີ່ໄດ້ຫັນເຫຄວາມສົນໃຈ ໄປຈາກອັນທີ່ພວກທ່ານເອີ້ນວ່າ ບັນຫາ
ທີ່ສຳຄັນກວ່ານີ້.
ນອກນັ້ນທຳນຽບຂາວຍັງໄດ້ປະນາມການລົງຄະແນນສຽງດັ່ງກ່າວວ່າ ເປັນລະຄອນການ
ເມືອງ ແລະໄດ້ກ່າວປ້ອງກັນທ່ານ Holder ວ່າ ເປັນລັດຖະມົນຕີກະຊວງຍຸຕິທຳ ທີ່ດີເດັ່ນ.
ຖະແຫຼງການຍັງໃຫ້ຂໍ້ສັງເກດວ່າ ກະຊວງຍຸຕິທຳໄດ້ມອບເອກກະສານຕ່າງໆ 7,600 ໜ້າ
ໃຫ້ແກ່ຄະນະສືບສວນຂອງສະພາໄປແລ້ວແລະເວົ້າວ່າບໍ່ມີຫຼັກຖານໃດໆທີ່ສະແດງໃຫ້ເຫັນ
ວ່າ ທ່ານ Holder ໄດ້ພົວພັນ ໃນແຜນການຈັດສົ່ງປືນດັ່ງກ່າວນີ້.
ສະມາຊິກຂອງພັກຣີພັບບລີກັນຫຼາຍໆທ່ານ ເວົ້າວ່າ ຕົນເຊື່ອວ່າທຳນຽບຂາວໄດ້ປົກປິດ
ຂໍ້ມູນທີ່ສຳຄັນໄວ້ ກ່ຽວກັບແຜນການສົ່ງປືນແລະເວົ້າວ່າ ພວກເຈົ້າໜ້າທີ່ອະວຸໂສຂອງກະ
ຊວງຍຸຕິທຳ ອາດໄດ້ທຳການຕົວະໃນສິ່ງທີ່ພວກເຂົາເຈົ້າຮູ້.
ທ່ານ Holder ເປັນລັດຖະມົນຕີຄົນທຳອິດທີ່ຍັງກຳຕຳແໜ່ງຢູ່ທີ່ໄດ້ຖືກຖືວ່າໝິ່ນປະໝາດ
ຕໍ່ລັດຖະສະພາ. ທ່ານເອີ້ນການລົງຄະແນນສຽງ ໃນມື້ວານນີ້ວ່າ ເປັນທີ່ໜ້າເສຍໃຈແລະ
ເປັນການເຂົ້າໃຈຜິດ. ທ່ານ Holder ເວົ້າວ່າ ແຜນການຈັດສົ່ງປືນດັ່ງກ່າວເລີ່ມຂຶ້ນໃນລັດ
ຖະບານຊຸດກ່ອນຂອງປະທານາທິບໍດີ George W. Bush ແລະທ່ານ Holder ເອງໄດ້
ສັ່ງໃຫ້ຍຸຕິແຜນການດັ່ງກ່າວ ເວລາທ່ານຮູ້ຈັກກ່ຽວກັບເລື່ອງນີ້.