ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ຕັ້ງຂໍ້ຫາ ໝິ່ນປະໝາດ ຕໍ່ລັດຖະມົນຕີ ຍຸຕິທໍາ ສຫລ


ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ ທີ່ຖືກກໍາມະການສະພາສະຫະລັດ ກ່າວຫາວ່າ ໝິ່ນປະໝາດສະພາ
ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາສະຫະລັດ ທີ່ຖືກກໍາມະການສະພາສະຫະລັດ ກ່າວຫາວ່າ ໝິ່ນປະໝາດສະພາ

ກໍາມະ​ການ​ຄະນະ​ນຶ່ງຂອງ​ສະພາຕໍ່າ​ສະຫະລັດ​ ໄດ້​ລົງ​ຄະ​ແນນ​ສຽງ​ວ່າ ທ່ານ Eric Holder ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ສະຫະລັດ ໝິ່ນປະໝາດ​ລັດຖະສະພາສະຫະລັດ​ ໂດຍ​ບໍ່​ຍອມ​ມອບ​ເອກະສານ​ຕ່າງໆກ່ຽວ​ກັບ ​
ກໍລະ​ນີ​ແຜນ​ລັບ​ເລຶ່ອງການ​ສົ່ງປືນ​ທີ່​ລົ້ມ​ແຫຼວນັ້ນ.

ຄະນະ​ກໍາມະການດັ່ງກ່າວ​ໄດ້​ລົງ​ຄະ​ແນນ​ສຽງໄປ​ຕາມ​ເສັ້ນສາຍ​ຂອງ​ພັກ ເມື່ອ​ວັນ​ພຸດ​ວານ​ນີ້ ຄື​ພັກຣີພັບ​ບລິ​ກັນ​ມີ 23 ສຽງ ​ທີ່​ລົງ​ຄະ​ແນນ​ວ່າໝິ່ນ ປະໝາດ ​ແລະພັກ​ເດ​ໂມແຄຣັດມີ 17 ສຽງ​ທີ່​ຄັດຄ້ານ. ສະພາ​ຊິກ​ສະພາ​ຕໍ່າ​ຄົບ​ຄະນະ​ຈະ​ນໍາ​ເອົາ​ເລຶ່ອງດັ່ງກ່າວ​ມາ​ພິ​ຈາລະ​ນາ​ໃນ​ອາທິດ​ໜ້າ​ນີ້. ​ແຕ່​ບໍ່​ຊົງ​ວ່າ​ທ່ານ Holder ຈະ​ປະ​ເຊີນ​ກັບຂໍ້​ຫາ​ດ້ານ​ອາຍາໃດໆ.

ຄະນະ​ກໍາມະການ​ໄດ້​ລົງ​ຄະ​ແນນ​ສຽງທັງໆ​ທີ່ຫຼັງຈາກ​ປະທານາທິບໍດີໂອ ບາ​ມາ​ໄດ້​ນຳໃຊ້​ສິດ​ພິ​ເສດຄະນະ​ບໍລິຫານ ຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວຂອງ​ປະທານາທິບໍດີ​ທີ່​ບໍ່​ຄ່ອຍ​ມີ ​ເພື່ອ​ພະຍາຍາມ​ປົກ​ປິດລາຍ​ລະອຽດ​ທີ່​ສໍາຄັນ​ບາງ​ຢ່າງ​ກ່່ຽວ​ກັບ​ການປະຕິບັດ​ງການ​ຂອງ​ລັດຖະບານ ບໍ່​ໃຫ້​ເປັນ​ທີ່​ເປີດ ​ເຜີຍ​ນັ້ນ.

ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄ​ຣັທ ທີ່​ຄັດຄ້ານ​ຕໍ່​ການ​ລົງ​ຄະ​ແນນ​ສຽງ​ກ່ຽວ ກັບ​ການ​ໝິ່ນປະໝາດ​ລັດຖະ​ສະພາ​ສະຫະລັດ​ນັ້ນ ​ເອີ້ນ​ການ​ເຄື່ອນ​ໄຫວ​ນີ້ ວ່າ​ເປັນ​ການ​ເຄຶ່ອນ​ໄຫວທາງ​ການ​ເມືອງ ​ທີ່​ແນ​ໃສ່ເພື່ອພະຍາຍາມສ້າງ​ຄວາມ​ອັບອາຍຂາຍໜ້າ​ໃຫ້​ແກ່​ປະທານາທິບໍດີຫຼາຍກວ່າ. ພັກຣີພັບ​ບລິ​ກັນ​ກ່າວວ່າ ພວກ​ເຂົາ​ເຈົ້າ​ເຊຶ່ອວ່າ​ທໍານຽບຂາວ​ປົກ​ປິດຂໍ້​ມູນ​ສໍາຄັນ​ຕ່າງໆ​ໄວ້.

ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບຂໍ້​ຫາ​ໝິ່ນປະໝາດ ​ແມ່ນ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນກັບ​ໂຄງການ​ນຶ່ງ​ທີ່​ລົ້ມ​ແຫຼວທີ່​ມີ​ຊື່ວ່າ ​ໄວ​ແລະ​ຮຸນ​ແຮງ ທີ່ບັນດາ​ ສາຍ​ລັບ​ລັດຖະບານ​ກາງ​ອະນຸຍາດໃຫ້​ມີ​ການ​ລັກລອບ​ສົ່ງປືນເຂົ້າ​ໄປ​ໃນ​ປະ​ເທດ​ແມັກ​ຊິ​ໂກ ​ທີ່​ຫວັງ​ວ່າ ​ຈະ​ນຳພາ​ພວກ​ເຂົາ​ເຈົ້າ​ໄປ​ສູ່ພວກ​ລັກລອບ​ຂົນ​ສົ່ງ​ອາວຸດ​ນັ້ນ.

​ແຕ່​ສາຍ​ລັບ​ລັດ​ຖະບານ​ກາງ ສູນເສຍ​ຂໍ້​ມູນ​ວ່າ​ອາວຸດ​ປືນ​ດັ່ງກ່າວ​ນັ້ນ​ໄປ ຕົກ​ຢູ່​ໃສ​ແທ້ ​ແລະ​ຄວາມ​ລັບ​ໄດ້​ຖືກ​ເປີດ​ເຜີຍ​ຂຶ້ນ ​ເວລາ​ປືນ​ສອງ​ກະບອກ​ໃນ​ຈໍານວນນັ້ນຖືກ​ໃຊ້​ຍິງ​ສັງຫານ​ເຈົ້າໜ້າ​ທີ່​ຮັກສາ​ຊາຍ​ແດນ​ສະຫະລັດ​ຄົນ​ນຶ່ງ.

XS
SM
MD
LG