ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Hmong-Toyata Trial


ຜູ້​ພິພາກສາ​ສານ​ທ່ານນື່ງ ທີ່ເມືອງ Saint Paul ​ລັດ Minisota ໄດ້ສັ່ງ ປ່ອຍອອກ​ຈາກ​ຄຸກ​ ​ຊາຍ​ຊາວ​ມົ້ງຄົນ​ນຶ່ງ​ ທີ່​ຕິດ​ຄຸກ​ໃນ​ປີ 2007​ ໃນ​ຂໍ້​ຫາ​ຂັບລົດ Toyota ​ຂອງລາວຕຳລົດອີກຄັນນຶ່ງ ເຮັດໃຫ້​ຄົນ​ຕາຍ ​3 ຄົນ. ແລະຜູ້​ພິພາກສາ​ສານສັ່ງໃຫ້ຍົກເອົາຄະດີຂອງນາຍ Koua Fong Lee ​ຂຶ້ນມາພິຈາລະນາ​ໃໝ່ ແຕ່ທະນາຍຄວາມຂອງລັດ Minnesota ກ່າວວ່່າ ລາວ​ຈະ​ບໍ່​ດະ​ເນີນ​ຄະດີ​ນີ້​ອີກແລ້ວ.

ນາຍ Koua Fong Lee​ ອົບ​ພະຍົບຊາວ​ມົ້ງໄດ້ກະໂດດຂຶ້ນລົງແລະ ໂອບກອດເມຍຂອງລາວດ້ວຍຄວາມດີໃຈ ເພາະນັ້ນໝາຍ​ຄວາມ​ວ່າ​ລາວ​ຈະ​ເປັນ​ອິດ​ສະລະ​ແລ້ວ.

ຜູ້​ພິພາກສາ​ສານ​ຕັດສິນວ່າ ຫຼັກ​ຖານ​ໃໝ່ທີ່ຖືກນໍາມາສະເໜີໃນການພິ ຈາລະນາຄະດີຂອງນາຍ Lee ອັນໂຮມທັງຄຳ​ໃຫ້ການ​ຈາກ​ເຈົ້າ​ຂອງ​ລົດ Toyata ຫລາຍຄົນ ທີ່ວ່າ​ ລົດ Toyota ຂອງເຂົາເຈົ້າ​ໄດ້​ເລ່ງ​ຄວາມ​ໄວຂຶ້ນຕາມ​ລຳພັງ ໂດຍທີ່ເຂົາເຈົ້າບໍ່ໄດ້ຢຽນຄັນເລ່ງເລີຍນັ້ນ.

ນາຍ Koua Fong Lee​ ຖືກ​ໂທດ​ຈໍາຄຸກ​ເປັນ​ເວລາ 8 ປີ ​ໃນ​ຖານ​ຂ້າຄົນຕາຍ ເວລາລົດ​ໂຕ​ໂຍຕາ ​ແຄມ​ເມີ​ຣີ ຂອງ​ລາວພຸ່ງເຂົ້າ​ຕຳລົດ​ທີ່​ຈອດຢູ່​ແຄມທາງ​ອອກທາງຫຼວງ​ໃຫ່ຽສາຍນຶ່ງ ຊຶ່ງພາ​ໃຫ້​ສາມ​ຄົນ​ເສຍ​ຊີ ວິດ ​ອັນ​ມີ​ເດັກຊາຍອາຍຸ 10 ປີ​ແລະ​ເດັກ​ຍິງ​ອາຍຸ 6 ​ປີ​ນຳ.

ນາຍ Lee​ ​ ໄດ້​ຢືນຢັນມາ​ຕະຫລອດ​ວ່າ​ລາວ​ພະຍາຍາມ​ຢຽບ​ຄັນ​ຫ້າມ​ຈົນ​ຈຳ​ຫລາຍຫົນແລ້ວ ແຕ່ກໍຍັງ​ບໍ່​ສາມາດຢຸດລົດ​ໄດ້.

ຜູ້​ພິພາກສາ​ສານຍັງ​ກ່າວ​ຕື່ມ​ວ່າ ທະນາຍຄວາມຂອງຜູ້ກ່ຽວ​ ໄດ້ເຮັດ ວຽກ​ຢ່າງບົກຜ່ອງ ເພາະບໍ່​ໄດ້ນໍາສະເໜີຈົດໝາຍຈາກຜູ້​ຊຽ່ວຊານທີ່ ກ່າວວ່າ ນາຍລີ​ໄດ້ພະຍາ​ຍາມ​ຫ້າມ​ລົດ​ຂອງ​ລາວ​ຈົນ​ເຖິງ​ທີ່​ສຸດແທ້.

XS
SM
MD
LG