ແມ່ຍິງອາເມຣິກັນເຊື້ອສາຍມົ້ງ ທ່ານນາງ ຊາແມນຕ້າ ແວງ ໄດ້ສາບານຕົວເຂົ້າຮັບຕຳແໜ່ງສະມາຊິກ ສະພາຕໍ່າລັດມິນເນໂຊຕ້າເປັນສະໄໝທີສາມເມື່ອຕອນບ່າຍຂອງວັນອັງຄານວານນີ້. ທ່ານນາງເປັນຜູ້ແທນ ໃຫ້ເຂດທີ 38B, ເຊິ່ງແມ່ນເຂດ Brooklyn Center ແລະ Brooklyn Park.
ທ່ານນາງ ຊາແມນຕ້າ ຮຽນຈົບມະຫາວິທະຍາໄລລະດັບປະລິນຍາຕີ ສາຂາລັດຖະສາດ, ແລະ ປະລິນຍາ ຕີສາຂາການຄົມມະນາຄົມ ຢູ່ວິທະຍາໄລ ກຸສຕາວັສ ອາໂດລຟັສ. ໃນການຮັບຕຳແໜ່ງຄືນຄັ້ງນີ້ທ່ານນາງ ໄດ້ກ່າວສະແດງຄວາມດີໃຈຕໍ່ວີໂອເອວ່າ “ຂ້າພະເຈົ້າຕື່ນເຕັ້ນ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ຖືກເລືອກຮັບ ຕຳແໜ່ງຄືນສຳລັບສະໄໝທີສາມ ແລະ ຂ້າພະເຈົ້າຕື່ນເຕັ້ນ, ພວກເຮົາໄດ້ທຳການປະຊຸມທີ່ໜ້າຕື່ນເຕັ້ນ, ບ່ອນທີ່ພວກເຮົາໄດ້ທຳການຕໍ່ສູ້ ເພື່ອຫຼາຍບູລິມະສິດໃນ 4 ປີທີ່ຜ່ານມາ ທີ່ຂ້າພະເຈົ້າໄດ້ຢູ່ໃນຕໍາແໜ່ງ. ພວກເຮົາຕື່ນເຕັ້ນຫຼາຍທີ່ພວກເຮົາສາມາດທຳການເຄື່ອນໄຫວ ເພື່ອດຳເນີນໄປໜ້າກັບບູລິມະສິດຂອງປະ ຊາຊົນ ໃນລັດມິນເນໂຊຕ້ານີ້. ຂ້າພະເຈົ້າຕື່ນເຕັ້ນ ແລະ ພ້ອມແລ້ວທີ່ຈະເຮັດວຽກ.”
ທ່ານນາງ ຊາແມນຕ້າ ໄດ້ເປັນຜູ້ໃຫ້ການສະໜັບສະໜູນ ໃນຮ່າງກົດໝາຍຫຼາຍສະບັບໃນການດຳລົງຕຳ ແໜ່ງຄັ້ງທີ່ຜ່ານມາ, ແລະ ໃນຄັ້ງນີ້ບູລິມະສິດຂອງທ່ານນາງແມ່ນຮັບປະກັນວ່າໂຮງຮຽນທັງຫຼາຍ ຈະໄດ້ຮັບທຶນຊ່ວຍເຫຼືອເປັນຢ່າງດີ, ຮັບປະກັນວ່າພະນັກງານຈະໄດ້ຮັບຄ່າຈ້າງດີ, ປົກປ້ອງພະນັກງານ ໃຫ້ໄດ້ຮັບຄ່າຈ້າງ ໃນລະຫວ່າງການພັກງານປິ່ນປົວສຸຂະພາບ ແລະ ອີກຫຼາຍໆອັນ.
ທ່ານນາງ ຊາແມນຕ້າ ເປັນສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດ, ທ່ານນາງໄດ້ເອົາຊະນະທ່ານ ໂຣເບີດ ມາວິນ ສັງກັດພັກຣີພັບບລີກັນ ດ້ວຍຄະແນນ 72.7 ເປີເຊັນ ຕໍ່ 27.1 ເປີເຊັນໃນການເລືອກຕັ້ງເມື່ອວັນທີ 8 ພະຈິກ 2022 ທີ່ຜ່ານມາ.