ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍລາວຟ້ອງລັດຖະບານສະຫະລັດ


ພົນເມືອງລາວທີ່ມີອາຍຸສູງແລະສຸຂະພາບບໍ່ດີຄົນນຶ່ງທີ່​ອາ​ໃສ
ຢູ່ເຂ​ດ​ເມືອງ Visalia, ໃກ້ໆ​ກັບ​ເມືອງ Frensno ລັດ
California ກຳລັງຟ້ອງລັດຖະ ບານສະຫະລັດ ໃຫ້ມອບ
ໜັງສືເດີນທາງຄືນໃຫ້ແກ່ລາວ ເພື່ອວ່າລາວອາດສາມາດ
ເດີນທາງກັບຄືນໄປລາວ ແລະຢູ່ກັບຄອບຄົວຂອງລາວ
ກ່ອນທີ່ລາວຈະ ຕາຍ.

ທະນາຍຄວາມຂອງນາຍ XIONG ກ່າວວ່າລູກຄວາມ
ທີ່ມີອາຍຸ88 ປີ ຂອງລາວບໍ່ມີໜັງສືເດີນທາງ ນັບຕັ້ງແຕ່
ເຈົ້າໜ້າທີ່ສະຫະລັດໄດ້ຢຶດເອົາໄວ້ໃນ ປີ 2008 ເວລາ
ລາວຍື່ນຄຳຮ້ອງຂໍລີ້ໄພການເມືອງຢູ່ໃນສະຫະລັດ.

ນາຍ XIONG ເຄີຍຖືກຄຸກຢູ່ລາວມາແລ້ວ ຍ້ອນໃຫ້ການຮ່ວມມືກັບທະຫານອະເມລິກັນ
ໃນລະຫວ່າງສົງຄາມວຽດນາມ ທີ່ໄດ້ແຜ່ລາມເຂົ້າໄປໃນລາວ ແລະກຳປູເຈຍນຳດ້ວຍ.
ຫລັງຈາກນັ້ນ ລາວໄດ້ໃຊ້ເວລາຫລາຍໆປີຫລົບລີ້ເພື່ອບໍ່ໃຫ້ເປັນທີ່ສົນໃຈຂອງລັດຖະບານ
ລາວ ກ່ອນຈະໄດ້ຮັບວີຊ່າເດີນທາງມາສະຫະລັດໃນປີ 2007.

ໃນປີຕໍ່ມາລາວໄດ້ຂໍລີ້ໄພການເມືອງແຕ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງ ສະຫະລັດ
ກ່າວວ່າ ​ເຂົາ​ເຈົ້າຕົນໄດ້ພົບເຫັນມີການຂັດແຍ້ງກັນກ່ຽວກັບເລື່ອງຂອງນາຍ XIONG
ຈຶ່ງໄດ້ຢຶດໜັງສືເດີນທາງຂອງລາວໄວ້ ເພື່ອຈະໄດ້ສືບສວນເບິ່ງເລື່ອງດັ່ງກ່າວ.ທະນາຍ
ຄວາມຂອງນາຍ XIONG ເວົ້າວ່າຜູ້ຊາຍລາວຄົນນີ້ອາດຈະບໍ່ສາມາດມີຊີວິດຢູ່ລອດໄດ້
ຖ້າລາວຫາກຖືກບັງຄັບໃຫ້ລໍຖ້າດົນເກີນໄປ ກ່ອນທີ່ເລື່ອງນີ້ຈະໄດ້ຮັບການແກ້ໄຂ.

XS
SM
MD
LG