ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາປົວ HIV ທີ່ຮີບຮ້ອນ ເພື່ອໃຫ້ຮັບຮູ້ ເມື່ອ 25 ປີກ່ອນ ໄດ້ມີການຕໍ່ສູ້ກັນ ຄືນໃໝ່


ຮູບພາບວັນທີ 10 ພຶດສະພາ 2012 ທີ່ສະແດງໃຫ້ເຫັນກ້ອງຢາ Truvada ທີ່ເມືອງ San Francisco.
ຮູບພາບວັນທີ 10 ພຶດສະພາ 2012 ທີ່ສະແດງໃຫ້ເຫັນກ້ອງຢາ Truvada ທີ່ເມືອງ San Francisco.

ນັກເຄື່ອນໄຫວຕໍ່ຕ້ານໂຣກ AIDS ທ່ານແລຣີ ເຄຣມເມີ ເຄີຍໃສ່ແຫວນສີຂຽວ ເທີຄອຍ (turquoise) ເປັນຮູບສີ່ຫລ່ຽມໃຫຍ່ ຢູ່ເບື້ອງຊ້າຍນີ້ວມືຂອງລາວ ທີ່ ມີສີຂຽວອື່ນໆແຕກ
ຕ່າງກັນໄປ. ແຫວນສີເທີຄອຍອີກວົງນຶ່ງ ຢູ່ນີ້ວມືທີສອງຂອງ ລາວ. ແຫວນໃຫຍ່ອີກສອງ
ວົງສີເທີຄອຍເອ້ຢູ່ອີກມືເບື້ອງນຶ່ງ.

ເວລາທ່ານເຄຣມເມີ ໄດ້ຍ້າຍໄປຢູ່ ນະຄອນນິວຢອກ ໃນຊຸມປີ 1970 ໝໍມໍໄດ້ບອກທ່ານ
ວ່າ “ຕ້ອງໃສ່ແນວໃດແນວນຶ່ງເລື້ອຍໆທີ່ເປັນສີເທີຄອຍເພື່ອຮັກສາສຸ ຂະພາບຂອງທ່ານ.”
ທ່ານໄດ້ເຊື່ອໃນເລື້ອງໂຊກລາງ ໂດຍລອດຊີວິດມາຈາກ ພະຍາດຕັບຊະນິດ B ແລະ
ການປ່ຽນຕັບ ແລະຕໍ່ສູ້ກັບການຕິດເຊື້ອ HIV ມາ ເປັນເວລາກວ່າ 30 ປີ.

“ພະເຈົ້າຮູ້ວ່າເປັນຢ່າງໃດ” ທີ່ທ່ານເຄຣມເມີ ກ່າວຕໍ່ການໃຫ້ສໍາພາດກັບ ວີໂອເອ ເທື່ອ
ສຸດທ້າຍ ກ່ອນທີ່ທ່ານໄດ້ເສຍຊີວີດຍ້ອນໂຣກປອດບວມໃນວັນທີ 27 ພຶດສະພາຜ່ານ
ມາ ບໍ່ຮອດນຶ່ງເດືອນກ່ອນວັນເກີດຄົບຮອບ 85 ປີ ຂອງທ່ານ.

ຜົນປະໂຫຍດກ່ຽວກັບສຸຂະພາບຂອງເທີຄອຍພິສູດບໍ່ໄດ້ ແຕ່ວ່າການປ່ຽນແປງ ຂຶ້ນມາ
ຂອງຍຸກສະໄໝໃໝ່ຂອງຢາທີ່ຕ້ານຢາເຊື້ອໄວຣັສ ຊຶ່ງມີຂຶ້ນເປັນເທື່ອທຳອິດ ໄດ້ສຶກສາ
ແລະຮັບຮູ້ເມື່ອ 25 ປີກ່ອນ ທີ່ໄດ້ຊ່ວຍຮັກສາໃຫ້ທ່ານເຄຣມເມີ ແລະຫຼາຍລ້ານຄົນອື່ນໆ
ທີ່ຕິດເຊື້ອ HIV ໃຫ້ມີຊີວິດຢູ່ໄດ້ຫຼາຍທົດສະວັດ.

ກ່ອນປະສົບຜົນສຳເລັດນັ້ນ ການຊອກຫາການປິ່ນປົວທີ່ເປັນຜົນດີໄດ້ຮັບມາເປັນເວລາ
ກວ່າທົດສະວັດ ແລະໄດ້ເຮັດໃຫ້ເກີດການປະເຊີນໜ້າກັນຢ່າງຮ້າຍແຮງລະຫວ່າງຊາວ
ອາເມຣິກັນ ແລະລັດຖະບານຂອງເຂົາເຈົ້າ ໃນຊ່ວງໄລຍະນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG