ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ອະນຸຍາດ ໃຫ້​ໃຊ້ຢາ​ Truvada ​ເພື່ອຫຼຸດ​ ຄວາມ​ສ່ຽງ ຕໍ່​ການຕິດເຊື້ອ HIV


ຕົວ​ຢາ​ແນວ​ໃໝ່​ທີ່​ໃຊ້​ເພື່ອ​ລຸດຜ່ອນ​ເຊື້​ອ HIV
ຕົວ​ຢາ​ແນວ​ໃໝ່​ທີ່​ໃຊ້​ເພື່ອ​ລຸດຜ່ອນ​ເຊື້​ອ HIV

ທາງ​ການ​ສະຫະລັດ​ໄດ້​ອະນຸຍາດໃຫ້​ໃຊ້​ໃນ​ອັນພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ຢາ​ຊະນິດ​ທໍາ​ອິດທີ່​ນຳ​ອອກ​ຈຳໜ່າຍ ໃນ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງຕໍ່​ການຕິດເຊື້ອ HIV ໃນຈໍາ ພວກທີ່ປອດຈາກ​ເຊື້ອ​ໄວຣັສທີ່​ພາ​ໃຫ້​ເປັນໂຣກ AIDS ນັ້ນ.

ອົງການອາຫານແລະຢາຂອງສະຫະລັດ ຫຼື FDA ໄດ້ກ່າວໃນວັນຈັນວານນີ້ວ່າ ໃນປະຈຸບັນນີ້​ຢາ Truvada ສາມາດນຳ​ໃຊ້​ປະຈໍາວັນໄດ້ ຄວບຄູ່ກັບການມີເພດ ສໍາພັນແບບປ້ອງກັນ ເພື່ອລຸດຜ່ອນຄວາມສ່ຽງ ຕໍ່ການຕິດ​ເຊື້ອ ​ HIV ທີ່ຜ່ານ ການຮ່ວມເພດໃນບັນດາຜູ້ໃຫຍ່ທີ່​ມີ​ຄວາມ​ສ່ຽງສູງນັ້ນ.

ໃນຖະ​ແຫຼງການ​ທີ່​ນຳ​ອອກ​ເຜີຍ​ແຜ່ສະບັບ​ນຶ່ງນັ້ນ ທ່ານນາງ Margaret Hamburg ກຳມາ​ທິດາ​ນຂອງອົງການ FDA ໄດ້ກ່າວວ່າ ການ​ອະນຸມັດ ດັ່ງກ່າວ ແມ່ນຂີ​ດໝາຍ​ອັນ​ສຳຄັນໃນການຕໍ່ສູ້ຕ້ານ​ເຊື້ອ HIV. ທ່ານນາງ ຍັງກ່າວເພີ່ມຕື່ມວ່າ ໃນແຕ່ລະປີໄດ້ມີຜູ້ໃຫຍ່ແລະຊາວໜຸ່ມປະມານອາ​ເມຣິກັນ 50,000 ຄົນ ໄດ້ກວດພົບວ່າຕິດເຊື້ອດັ່ງກ່າວນີ້.

ທ່ານນາງ Debra Birnkrant ຜູ້ອຳນວຍການ​ຝ່າຍ​ຕໍ່ຕ້ານ​ເຊື້ອ​ໄວຣັສຂອງອົງ ການ FDA ກ່າວວ່າ ຢານີ້ສາມາດຊ່ອຍປ່ຽນຕ່າວ​ປີ້ນກະ​ແສ​ຟອງ​ຂອງ​ການ​ແຜ່ ລະ​ບາດ​ຂອງ​ເຊື້ອ HIV ​ແຕ່​ທ່ານ​ນາງ​ກໍ​ກ່າວ​ຢໍ້າວ່າ ຢານີ້​ແມ່ນ​ໃຊ້​ສຳ​ຫຼັບພວກ​ທີ່ ມີ​ຄວາມ​ສ່ຽງ​ສູງ​ທໍ່​ນັ້ນ.

XS
SM
MD
LG