ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລອດຊີວິດ ຊາວຮິນດູ ພະຍາຍາມ ຍ້າຍຈາກ ປະເທດມຽນມາ


ແມ່ຍິງຊາວຮິນດູສາມຄົນ ທີ່ລອດຊີວິດ ຈາກຄວາມຮຸນແຮງຢູ່ລັດ ຣາໄຄນ໌ ສອງສາມຊົ່ວໂມງ ຫຼັງຈາກເຂົາເຈົ້າເດີນທາງ ໄປຮອດປະເທດ ບັງກລາແດັສ. 28 ສິງຫາ 2017.
ແມ່ຍິງຊາວຮິນດູສາມຄົນ ທີ່ລອດຊີວິດ ຈາກຄວາມຮຸນແຮງຢູ່ລັດ ຣາໄຄນ໌ ສອງສາມຊົ່ວໂມງ ຫຼັງຈາກເຂົາເຈົ້າເດີນທາງ ໄປຮອດປະເທດ ບັງກລາແດັສ. 28 ສິງຫາ 2017.

ຊາວ ຮິນດູ ຜູ້ທີ່ໄດ້ຫຼົບໜີອອກຈາກປະເທດ ມຽນມາ ນັບຕັ້ງແຕ່ທ້າຍເດືອນສິງຫາທີ່
ຜ່ານມາ ແລະ ໄດ້ລີ້ໄພຢູ່ໃນປະເທດ ບັງກລາແດັສ ພ້ອມກັບຊາວ ມຸສລິມ ໂຣຮິງຢາ
ກ່າວວ່າ ເຂົາເຈົ້າບໍ່ເຕັມໃຈ ທີ່ຈະເດີນທາງກັບໄປບ້ານຂອງເຂົາເຈົ້າໃນລັດ ຣາໄຄນ໌
ຍ້ອນວ່າ ເຂົາເຈົ້າຢ້ານ ຈະເກີດຄວາມຮຸນແຮງຄືນອີກ.

ອົບພະຍົບ ຮິນດູ ໃນປະເທດ ບັງກລາແດັສ ໄດ້ກ່າວວ່າ ເຂົາເຈົ້າຢາກຍ້າຍໄປປະເທດ
ອິນເດຍ ຖ້າອຳນາດການປົກຄອງ ມຽນມາ ບໍ່ຊ່ວຍເຂົາເຈົ້າຕັ້ງຖິ່ນຖານໃນຂົງເຂດ
ຕ່າງໆຂອງປະເທດທີ່ມີປະຊາຊົນນັບຖືສາສະໜາພຸດອາໄສຢູ່ເປັນສ່ວນໃຫຍ່ນັ້ນ.

ທ້າວ ໂລລີໂມຮານ ຊິລ ອາຍຸ 52 ປີ, ຊ່າງຕັດຜົມຈາກເມືອງ ໂບລີບາຊາ ໄດ້ກ່າວຕໍ່
ວີໂອເອວ່າ “ບ້ານຂອງພວກເຮົາໃນລັດ ຣາໄຄນ໌ ບໍ່ມີຄວາມປອດໄພສຳລັບຊາວຮິນດູ
ອີກຕໍ່ໄປແລ້ວ. ຖ້າລັດຖະບານ ມຽນມາ ຊ່ວຍພວກເຮົາຍ້າຍໄປນະຄອນ ຢ່າງກຸ້ງ
ພວກເຮົາກໍພ້ອມທີ່ຈະເດີນທາງໄປຫັ້ນ. ຖ້າ ມຽນມາ ບໍ່ສາມາດຊ່ວຍພວກເຮົາໃຫ້ອາ
ໄສຢູ່ໃນບ່ອນທີ່ມີຄວາມປອດໄພ ແລະ ສະຫງົບຂອງປະເທດ ພວກເຮົາຢາກຍ້າຍໄປ
ປະເທດ ອິນເດຍ. ອິນເດຍ ຄວນຊ່ວຍເຫຼືອພວກເຮົາ.”

ນຶ່ງເດືອນຫຼັງຈາກພວກກະບົດຊາວ ໂຣຮິງຢາ ໄດ້ໂຈມຕີດ່ານຕຳຫຼວດ 30 ແຫ່ງ ແລະ
ຄ້າຍທະຫານແຫ່ງນຶ່ງ ທີ່ໄດ້ສັງຫານຢ່າງໜ້ອຍ 12 ຄົນນັ້ນ, ມັນໄດ້ກະຕຸ້ນໃຫ້ພວກ
ທະຫານ ທຳການປາບປາມຢ່າງເປັນຂະບວນຕໍ່ໝູ່ບ້ານຂອງຊາວ ໂຣຮິງຢາ, ບັນດາ
ເຈົ້າໜ້າທີ່ ມຽນມາ ໄດ້ລາຍງານການຄົ້ນພົບສົບຂອງຊາວບ້ານ ຮິນດູ 45 ຄົນ ໃນຂຸມ
ຝັງສົບລວມຂະໜາດໃຫຍ່ສາມແຫ່ງ.

ບັນດາເຈົ້າໜ້າທີ່ ມຽນມາ ໄດ້ກ່າວວ່າ ມັນແມ່ນພວກຫົວຮຸນແຮງ ໂຣຮິງຢາ ທີ່ໄດ້ຂ້າ
ຊາວ ຮິນດູຫຼາຍກວ່າ 90 ຄົນ, ລວມທັງຜູ້ທີ່ຊາກສົບຂອງເຂົາເຈົ້າໄດ້ຖືກກອບກູ້ຈາກ
ຂຸມຝັງສົບຂະໜາດໃຫຍ່ນັ້ນ. ແນວໃດກໍຕາມ, ກຸ່ມກະບົດ ກອງທັບກູ້ໄພອາຣາຄານ
ຂອງຊາວ ໂຣຮິງຢາ ຫຼື ARSA ໄດ້ປະຕິເສດການຂ້າຊາວ ຮິນດູ, ໂດຍກ່າວວ່າ ພວກ
ເຂົາບໍ່ໄດ້ແນເປົ້າໃສ່ພົນລະເຮືອນໃດໆ.

ນັບຕັ້ງແຕ່ວັນທີ 25 ເດືອນສິງຫາເປັນຕົ້ນມາ, ຊາວມຸສລິມ ໂຣຮິງຢາ ຫຼາຍກວ່າ
600,000 ຄົນໄດ້ຫຼົບໜີອອກຈາກ ມຽນມາ ແລະ ໄດ້ຂ້າມເຂົ້າໄປໃນປະເທດ
ບັງກລາແດັສ. ຊາວຮິນດູປະມານ 800 ຄົນກໍໄດ້ຫຼົບໜີອອກຈາກ ມຽນມາ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG