ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ ວັດຮິນດູ ຖືກຟັນຕາຍ ຢູ່ ບັງກລາແດັສ ຂະນະທີ່ໄປຍ່າງ


ພະນັກງານ​ຄົນ​ນຶ່ງ​ ຂອງ​ວັດ​ສາສະໜາ​ຮິນ​ດູ​ໃນ​ບັງ​ກລາ​ແດັສ ​ໄດ້​ຖືກ​ຟັນ​ຈົນ​ຕາຍ​ໃນຂະ ນະທີ່​ລາວ​ໄປ​ຍ່າງ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ​ໃນ​ອັນ​ທີ່​ຕຳຫຼວດທ້ອງ​ຖິ່ນ​ກ່າວວ່າ ​ເປັນ​ການ​ໂຈມ​ຕີ​ທີ່​ໂຫດ​ຫ້ຽມເທື່ອ​ຫລ້າ​ສຸດ ທີ່​ມີ​ມາ​ເປັນ​ລຳດັບຕໍ່​ພວກ​ສາສະໜາ​ກຸ່ມ​ນ້ອຍ​ຢູ່​ໃນ​ທົ່ວ​ປະ​ເທດ.

ທ່ານ Nityaranjan Pande ອາຍຸ 62 ປີ ກຳລັງ​ຍ່າງ​ຢູ່​ທີ່​ເມືອງ Pabna ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ເວລາ​ພວກ​ຄົນ​ຮ້າຍ​ທີ່​ບໍ່​ຊາບ​ຝ່າຍ​ກຸ່ມ​ນຶ່ງໄດ້​ຟັນ​ຜູ້ກ່ຽວ​ຈົນ​ເສຍ​ຊີວິດ​ຄາ​ທີ່.

​ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອໃນ​ການ​ສັງຫານ​ຄັ້ງນີ້ກໍ​ຕາມແຕ່​ຕຳຫຼວດ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ມີ​ລັກສະນະຄ້າຍຄື​ກັນ​ກັບ​ການ​ໂຈມ​ຕີ​ທີ່​ໄດ້​ກະທຳ​ໂດຍ​ພວກ​ອິລາມ​ຫົວ​ຮຸນ​ແຮງ.

ມີ​ຫລາຍ​ກວ່າ 40 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນນັ້ນ ​ໃນ​ຮອບ​ 3 ປີ​ທີ່​ຜ່ານ​ມາ ​ແລະ​ໃນ​ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ຄວາມ​ຮຸນ​ແຮງ​ແມ່ນ​ໄດ້ເພີ້ມທະວີ​ຂຶ້ນ. ພະ​ຂອງ​ສາສະໜາ​ຮິນ​ດູ​ອົງ​ນຶ່ງ​ກໍ​ໄດ້​ຖືກ​ຟັນ​ຈົນ​ຕາຍ​ໃນ​ມື້ວັນ​ອັງຄານ​ຜ່ານ​ມານີ້ ​ໃນ​ຂະນະ​ທີ່​ເພິ່ນພວມ​ໄປ​ວັດ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ຂອງ​ພວກ​ຮັກ​ຮ່ວມ​ເພດ ອາຈານ​ສອນ​ຫົວ​ເສລີແລະ​ພວກ​ຂຽນ​ຂ່າວ​ລົງອິນ​ເຕີ​ແນັດ ​ທີ່​ບໍ່​ຝັກ​ໄຝ່​ໃນ​ສາສະໜາ ​ກໍ​ຮວມຢູ່​ໃນ​ບັນດາພວກ​ເຄາະ​ຮ້າຍ​ທີ່​ເສຍ​ຊີວິດ.

ມີ​ພວກ​ອິສລາມ​ຫົວ​ຮຸນ​ແຮງ 3 ຄົນ​ມີ​ລາຍ​ງານ​ວ່າ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທະ​ກັບ​ຕຳ ຫຼວດ ທີ່​ນະຄອນຫລວງ​ດາ​ກາ​ໃນ​ວັນ​ອັງຄານ​ຜ່ານ​ມາ ​ໃນ​ຂະນະ​ທີ່​ກຳລັງຕຳຫຼວດ​ແຫ່ງ​ຊາດ​ພະຍາຍາມ​ທຳ​ການ​ປາບ​ປາມ​ພວກ​ຫົວ​ຮຸນ​ແຮງ​ທີ່​ມີ​ການຖິ້ມ​ໂທດ​ໃສ່​ວ່າ​ເປັນ​ຜູ້​ຮັບ ຜິດຊອບ​ກ່ຽວ​ກັບ​ການ​ໂຈມ​ຕີ​ເຫລົ່ານີ້.

ກຸ່ມ​ລັດ​ອິສລາມ​ແລະ​ອາລກາ​ອີ​ດາໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອ​ບ​ໃນ​ການ​ໂຈມ​ຕີ​ຈຳນວນ​ນຶ່ງ ​ແຕ່​ເຈົ້າໜ້າ​ທີ່​ບັງ​ກລາ​ແດັສຍັງ​ສືບ​ຕໍ່​ຢືນ​ຢັດ​ວ່າ ບໍ່​ມີ​ກຸ່ມກໍ່​ການ​ຮ້າຍຕ່າງປະ​ເທດ​ປະຕິ ບັດ​ງານ​ ຢູ່​ໃນ​ບັງ​ກລາ​ແດັສ. ພວກ​ເຈົ້າໜ້າ​ທີ່​ໄດ້​ຖິ້ມ​ໂທດ​ໃສ່ ​ກຸ່ມຫົວ​ຮຸນ​ແຮງ​ໃນ​ທ້ອງ​ຖິ່ນ ຫລື​ບໍ່​ກໍ​ກຸ່ມ​ການ​ເມືອງຝ່າຍ​ຄ້ານ​ເປັນ​ຜູ້​ຮັບຜິດຊອບ​ແທນ.

​ເຖິງ​ແມ່ນ​ວ່າ​ໃນ​ທາງ​ການ​ແລ້ວບັງ​ກລາ​ແດັສ​ເປັນ​ປະ​ເທດ​ທີ່​ບໍ່​ຝັກ​ໄຝ່​ໃນ​ທາງ​ສາສະໜາ​ ກໍຈິງ ​ແຕ່​ປະມານ 90 ​ເປີ​ເຊັນ​ຂອງ​ຊາວ​ບັງ​ກລາ​ແດັສ​ແມ່ນ​ເປັນ​ຊາວ​ມຸສ ລິ​ມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Bangladesh Attack
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG