ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ໄດ້ເຂົ້າ ໂຮງໝໍຍ້ອນເລືອດກ້າມ ລຸນຫລັງ
ທີ່ໄດ້ເປັນລົມລົ້ມຫົວຟາດພື້ນ ແລ້ວສະຫລົບໄປເມື່ອໄວໆມານີ້.
ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ທ່ານໝໍຂອງທ່ານ
ນາງໄດ້ພົບເລືອດກ້າມ ໃນການກວດຕິດຕາມເບິ່ງສຸຂະພາບ
ໃນວັນອາທິດວານນີ້.
ຂະນະນີ້ ທ່ານນາງຄລິນຕັນ ກໍາລັງໄດ້ຮັບການປິ່ນປົວໂດຍໃຊ້
ຢາຕ້ານເລືອດກ້າມຢູ່ທີ່ ໂຮງໝໍ Presbyterian ທີ່ລັດນີວຢອກ.
ເປັນທີ່ຄາດຄະເນວ່າ ທ່ານນາງຈະພັກຮັກສາໂຕ ຢູ່ໂຮງໝໍທີ່
ນັ້ນເພື່ອຕິດຕາມເບິ່ງອາການ ເປັນເວລາສອງອາທິດຕໍ່ໜ້ານີ້.
ຖະແຫລງການຂອງກະຊວງການຕ່າງປະເທດເວົ້າວ່າ ບັນດານາຍແພດຂອງທ່ານນາງ ຈະສືບຕໍ່ປະເມີນເບິ່ງອາການຂອງທ່ານນາງ ເພື່ອຈະລົງຄວາມເຫັນວ່າ ຈະຕ້ອງເຮັດອັນ ໃດອີກບໍ່ ເພື່ອປິ່ນປົວນາງ.
ທ່ານນາງຄລິນຕັນ ລົ້ມປ່ວຍໃນລະຫວ່າງສອງສາມອາທິດຜ່ານມານີ້ ຍ້ອນເຈັບທ້ອງ ເນື່ອງມາຈາກມີເຊື້ອໄວຣັສຢູ່ໃນກະເພາະ ທີ່ບັງຄັບໃຫ້ທ່ານນາງຕ້ອງໄດ້ຍົກເລີກການ ປາກົດໂຕຢູ່ໃນສັງຄົມ ແລະແຜນການເດີນທາງບາງແຜນ. ໃນວັນທີ 21 ທັນວາ ທ່ານ ນາງມີອາການອ່ອນເພຍຢ່າງແຮງ ຍ້ອນຂາດນໍ້າ ແລະເປັນລົມໄປ ຊຶ່ງເຮັດໃຫ້ ທ່ານນາງ ລົ້ມລົງຫົວຟາດພື້ນ ແລະສະຫລົບໄປ. ທ່ານນາງໄດ້ນອນພັກຮັກສາໂຕຢູ່ເຮືອນ ຈົນກະ
ທັ່ງວັນອາທິດວານນີ້.
ປະມວນພາບກ່ຽວກັບ ທ່ານນາງຄລິນຕັນ: