ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ ຄຼິນຕັນ ຢ້ຽມຢາມສປປ ລາວ ນຶ່ງວັນ


ທ່ານ​ນາງ ຮິ​ລ​ແລຣີ ຄຼິນຕັນ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ອາ​ເມຣິກາ ຈັບມືກັບທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໃນໂອກາດທີ່ທ່ານນາງເດີນທາງຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ເປັນ ​ເວລາ 1 ວັນ ໃນວັນພຸດມື້ນີ້ ທີ 11, ກໍລະກົດ, 2012
ທ່ານ​ນາງ ຮິ​ລ​ແລຣີ ຄຼິນຕັນ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ອາ​ເມຣິກາ ຈັບມືກັບທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໃນໂອກາດທີ່ທ່ານນາງເດີນທາງຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ເປັນ ​ເວລາ 1 ວັນ ໃນວັນພຸດມື້ນີ້ ທີ 11, ກໍລະກົດ, 2012

ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ ໂດຍມີເປົ້າ ໝາຍເພື່ອຈະ​ເສີມ​ສ້າງ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດຫຼາຍ​ຂຶ້ນທັງ​ກັບລາວ ​ແລະ​ກັບ​ກຸ່ມ​ອາ​ຊ່ຽນ.

ທ່ານ​ນາງ ຮິ​ລ​ແລຣີ ຄຼິນຕັນ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ອາ​ເມ
ຣິກາ ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ວຽງ​ຈັນ​ໃນ​ວັນ​ທີ່ 11 ​ເດືອນ​ກໍລະກົດ​ນີ້ ​ເພື່ອ​ຢ້ຽມຢາມ
ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ເປັນ ​ເວລາ 1 ວັນ ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ທອງ
​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ
​ໂດຍ​ມີ​ເປົ້າໝາຍ​ທີ່​ຈະ​ເສີມ​ສ້າງສາ​ຍພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ສະຫະ
ລັດໃຫ້ຫຼາຍ​ຂຶ້ນ.

ທັງ​ນີ້​ ​ທ່ານ​ນາງ ຮິ​ລ​ແລຣີ ຄຼິນຕັນ ນັບ​ວ່າເປັນ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຂອງ
​ສະຫະລັດ​ຜູ້​ທໍາ​ອິດ ​ທີ່​ໄດ້​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງການ ນັບ​ຈາກ​ທີ່​ທັງ​ສອງ
​ປະ​ເທດ​ໄດ້​ສະ​ຖາປະນາ​ຄວາມ​ສໍ​າພັນ​ທາງ​ການ​ທູດລະ​ຫວ່າງ​ກັນ ​ຢ່າງ​ເປັນ​ທາງ​ການ​ເມື່ອ
​57 ປີກ່ອນ ຊຶ່ງ​ການ​ຢ້ຽມຢາມ​ລາວ​ໃນ​ຄັ້ງ​ນີ້ ນອກຈາກ​ທ່ານ​ນາງ ຮີ​ລ​ແລຣີ ຄຼິນຕັນ ຈະ​ໄດ້
​ພົບ​ປະ​ເຈລະຈາ​ຢ່າງ​ຄົບ​ຄະນະ​ຮ່ວມ​ກັບ​ທ່ານ​ທອງ​ລຸນ​ແລ້ວ ທ່າ​ນນາງກໍ​ຍັງ​ໄດ້​ພົບ​ປະ​ເຈລະ
ຈາ​ກັບ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວອີກ​ດ້ວຍ.

ທ່ານ ທອງ ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ ພົບກັບທ່ານນາງ ຮິ​ລ​ແລຣີ ຄຼິນຕັນ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ ເນື່ອງໃນໂອກາດທີ່ທ່ານ ເດີນທາງຢ້ຽມຢາສະຫະລັດຢ່າງເປັນທາງການ ໃນປີ 2010
ທ່ານ ທອງ ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ ພົບກັບທ່ານນາງ ຮິ​ລ​ແລຣີ ຄຼິນຕັນ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ ເນື່ອງໃນໂອກາດທີ່ທ່ານ ເດີນທາງຢ້ຽມຢາສະຫະລັດຢ່າງເປັນທາງການ ໃນປີ 2010

ປັດຈຸບັນ​ນີ້ ທາງ​ການ​ລາວ​ແລະ
​ສະຫະລັດ​ໄດ້​ໃຫ້​ຄວາມ​ສໍາຄັນ
​ຢ່າງ​ຍິ່ງ ຕໍ່ການເສີມ​ສ້າງ​ການ
​ຮ່ວມ​ມື​ໃນ​ດ້ານ​ການ​ພັດທະນາ
​ເພື່ອ​ລົບ​ລ້າງ​ບັນຫາ​ຄວາມ​ຍາກ
​ຈົນ​ໃນ​ລາວ ຊຶ່ງ​ນັບ​ຈາກ​ປີ
1993 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ
ຈຸບັນ​ນີ້ ລັດຖະບານ​ສະຫະລັດ​
ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼື​ອລາວ​
ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ
50 ລ້ານ​ໂດ​ລາ ​ແລະ​ຍັງ​ຈະ​ເພີ່ມ
​ຂຶ້ນຢ່າງ​ຕໍ່​ເນຶ່ອງ​ ​ໂດຍ​ສະ​ເພາະ
​ແມ່ນ​ການ​ຊ່ວຍ​ເຫຼືອ​ດ້ານ​ສາທາ
ລະນະ​ສຸກ ການ​ສຶກສາ ການ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ (UXO) ​ເປັນ​ຕົ້ນ ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ນັ້ນ​ກໍ​ໄດ້​ໃຫ້ການ​ຮ່ວມ​ມື​ກັບ​ທາງ​ການ ສະຫະລັດ​ໃນ​ການ​ຊອກ​ຫາ​ຊາກ​ກະ​ດູກ​ແລະສິ່ງ​ເສດ​ເຫຼືອ​ຂອງ​ທະຫານ​ອາ​ເມ ຣິກັນ ທີ່​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນ​ໄປ​ໃນ​ປາງ​ສົງຄາມ​ອິນ​ໂດ​ຈີນ. ນອກ ຈາກ​ນີ້ ທັງ​ສອງ​ຝ່າຍ​ກໍ​ຍັງ​ແນ​ໃສ່​ການ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ອາ​ຊ່ຽນ​ແລະ ລະດັບ​ສາກົນ​ດ້ວຍ.

ທາງ​ດ້ານ​ທ່ານ ສຸ​ຣິນ ພິດ​ສະ​ວັນ ​ເລ​ຂາ​ທິການ​ອາ​ຊ່ຽນ ກໍ​ໄດ້ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ອາ​ຊ່ຽນ​ກັບ​ສະຫະລັດ​ສາມາດ​ທີ່​ຈະ​ເສີມ​ຂະຫຍາ​ຍການ​ຮ່ວມ​ມື​ລະຫວ່າງ​ກັນ​ໄດ້​ອີກ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ຄວາມ​ຮ່ວມ​ມື​ທາງ​ເສດຖະກິດ ດ້ວຍ​ການ​ເປີດ​ເສລີທາງ​ການ​ຄ້າ ການ​ລົງທຶນ ​ແລະ​ການ​ບໍລິການ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ດັ່ງ​ທີ່​ທ່ານ ສຸຣິນ ​ໄດ້​ກ່າວ​ເນັ້ນ​ຍໍ້າວ່າ:

​ທ່ານ ສຸ​ຣິນ ພິດ​ສະ​ວັນ ​ເລ​ຂາ​ທິການ​ອາ​ຊ່ຽນ
​ທ່ານ ສຸ​ຣິນ ພິດ​ສະ​ວັນ ​ເລ​ຂາ​ທິການ​ອາ​ຊ່ຽນ

“ທີ່​ສໍາຄັນ​ທີ່​ສຸດ ກໍ​ຄື​ສະຫະລັດ​
ອາ​ເມຣິກາ​ສົນ​ໃຈ​ແລະ​ໃຫ້
​ຄວາມ​ສໍາຄັນ​ກັບ​ອົງການ​ໃນ
​ພູມິ​ພາກ​ຢ່າງ​ອາ​ຊ່ຽນ ​ເພາະ
​ເຫັນ​ວ່າ​ອາ​ຊ່ຽນ​ນັ້ນ ສາມາດ
​ທີ່​ຈະ​ມີ​ບົດບາດ​ໃນ​ການ​ທີ່​ຈະ
​ສ້າງ​ເຄືອ​ຂ່າຍ​ຂອງ​ຄວາມ​
ຮ່ວມ​ມື​ໃນ​ພູມີ​ພາກ​ເອ​ເຊຍ
​ຕາເວັນ​ອອກ ບໍ່​ສະ​ເພາະ​ແຕ່
ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ
​ໃຕ້ ​ເພາະ​ຂະບວນການ ​ແລະ
​ເຄືອ​ຂ່າຍ​ຂອງ​ການ​ທໍາ​ງານຂອງ​ອາ​ຊ່ຽນ​ນັ້ນ ​ເຮົາ​ຈະ​ມີ​ລະບົບ​ທີ່​ເຮົາເອີ້ນ​ວ່າ​ປະ​ເທດ​ຄູ່​ເຈ
ລະຈາ​ ເພາະສະ​ນັ້ນ​ເຄືອ​ຂ່າຍ​ຂອງ​ເຮົາ​ນັ້ນ​ຄອບ​ຄຸມ​ທັງ​ໂລກ.”

ອີງ​ຕາມ​ລາຍ​ງານ​ຂອງ​ສະພາ​ທຸລະ​ກິດ​ສະຫະລັດ​ອາ​ຊ່ຽນ (US-ASEAN Business
Council) ໄດ້​ລະບຸ​ວ່າການ​ລົງທຶນ​ຂອງ​ບັນດາ​ນັກທຸ​ລະ​ກິດ​ຈາກ​ສະຫະລັດ​ໃນ​ອາ​ຊ່ຽນ​ ມີ​
ມູນ​ຄ່າ​ລວມຫຼາຍ​ກວ່າ 170,000 ລ້ານໂດ​ລາ ​ໃນ​ປັດຈຸບັນ​ນີ້ ຊຶ່ງ​ກໍ​ຖື​ວ່າ​ເປັນ​ມູນ​ຄ່າ​ການ​ລົງ
ທຶນ​ລວມທີ່​ຫຼາຍ​ກວ່າ ການ​ລົງທຶນ​ຂອງ​ສະຫະລັດ​ໃນ​ຈີນ​ເຖິງ 3 ​ເທົ່າ ຍິ່ງ​ໄປ​ກວ່າ​ນັ້ນ ລັດ​ຖະ
ບານ​ສະຫະລັດ​ກໍ​ຍັງ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ກັບ​ອາ​ຊ່ຽນ ​ໃຫ້​ໄດ້​ສູງ​ຂຶ້ນຈາກ
2 ​ແສນ​ລ້ານ​ໂດ​ລາ​ ໃນ​ປັດຈຸບັນເປັນ​ບໍ່​ໜ້ອຍ​ກວ່າ 1,000 ຕື້ໂດ​ລາ​ພາຍ​ໃນ 5 ປີ​ຕໍ່ໜ້າ​ອີກ​
ດ້ວຍ.

ສ່ວນ​ທ່ານ​ອອນ​ສີ ບຸດ​ສີ​ວົງ​ສັກ ປະທານ​ສະມາຄົມ​ອຸດສາຫະກໍາ​ຜະລິດ​ເສື້ອຜ້າສໍາ​ເລັດ​ຮູບ​ໃນ
​ລາວ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ ສະ​ພາວະ​ການ​ຄ້າ​ລະຫວ່າງລາວ​ກັບ​ສະຫະລັດ​ອາເມຣິກາ​ໄດ້​
ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນຶ່ອງ ນັບ​ຈາກ​ທີ່​ສະຫະລັດ​ໄດ້​ໃຫ້​ສະຖານະ​ທາງ​ການ​ຄ້າ​ລະດັບ​
ປົກກະຕິ ຫລື NTR ​ແກ່ລາວ​ ໃນ​ປີ 2005 ​ເປັນ​ຕົ້ນ​ມາ ຊຶ່ງ​ກໍເປັນ​ຜົນ​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ
​ລະຫວ່າງ​ລາວ​ກັບ​ສະຫະລັດ​ເພີ່ມ​ຂຶ້ນ​ເກີນ​ກວ່າ 10 ​ເທົ່າ​ ​ເມື່ອ​ທຽບ​ລະຫວ່າງ​ປີ 2005 ກັບ​ປີ​ທີ່
2011 ທີ່​ຜ່ານ​ມາ ​ໂດຍ​ສິນຄ້າ​ທີ່​ລາວ​ສົ່ງ​ໄປສະຫະລັດ​ສ່ວນ​ໃຫຍ່​ກໍ​ຄື​ເສື້ອ​ຜ້າ​ສໍາເລັດ​ຮູບ ​ໄມ້​
ແປ​ຮູບ ​ແຜ່ນ​ແພ ​ເບຍ ​ແລະຢາ​ຮັກສາ​ໂຣກ ຕາມ​ລໍາດັບ.

XS
SM
MD
LG