ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຮ້ອງທ່ານ Trump ວ່າ 'ບໍ່ເໝາະສົມ' ທີ່ຈະເປັນ ປະທານາທິບໍດີ


ពុទ្ធសាសនិកនៅ​ថ្ងៃ​បុណ្យ​ភ្ជុំបិណ្ឌ ក្នុង​វត្ត​មួយ​នៅ​ជាយ​ក្រុង​ភ្នំពេញ​⁠ កាល​ពី​ថ្ងៃ​អង្គារ ទី​០៩ ខែ​តុលា ឆ្នាំ​២០១៨។⁠ (ណឹម សុភ័ក្រ្តបញ្ញា/VOA)
ពុទ្ធសាសនិកនៅ​ថ្ងៃ​បុណ្យ​ភ្ជុំបិណ្ឌ ក្នុង​វត្ត​មួយ​នៅ​ជាយ​ក្រុង​ភ្នំពេញ​⁠ កាល​ពី​ថ្ងៃ​អង្គារ ទី​០៩ ខែ​តុលា ឆ្នាំ​២០១៨។⁠ (ណឹម សុភ័ក្រ្តបញ្ញា/VOA)

ຜູ້​ທີ່​ວ່າຈະ​ໄດ້​ຮັບ​ການສະ​ເໜີຊື່​ແຕ່ງຕັ້ງ​ເປັນຜູ້​ສະໝັກປະທາ​ນາ​ທິບໍດີສະຫະລັດ ຂອງພັກ ຣີ​ພັບ​ບລິ​ກັນ ທ່ານ Donald Trump ​ໄດ້​ສະ​ແດ​ງປະຕິກິລິຍາ​ຕອບຢ່າງ​ແຮງ ​ໃນຕອນ​ຄໍ່າ ວັນພະຫັດ​ວານ​ນີ້ ຕໍ່​ຄຳ​ປາ​ໄສອັນ​ໜັກ​ແໜ້ນ​ ກ່ຽວ​ກັບນະ​ໂຍບາຍ​ຕ່າງປະ​ເທດ ​ໂດຍຜູ້​ສະ ໝັກ​ເປັນ​ປະທານາທິບໍດີ​ ທີ່ມີ​ຄະ​ແນນ​ນຳ​ໜ້າ ຂອງພັກ​ເດ​ໂມ​ແຄຣັດທ່ານ​ນາງ Hillary Clinton ທີ່ໄດ້​ກ່າວ​ກ່ອນ​ໜ້ານັ້ນ​ໃນ​ມື້ວານນີ້ ຊຶ່ງ​ທ່ານ​ນາງ​ໄດ້​ໂຈມ​ຕີ ທ່ານ Trump ​ໂດຍກ່າວ​ວ່າ ທ່ານ “ມີ​ອາລົມທີ່​ຫຸນຫັນ​ພັນ​ແລ່ນ ບໍ່​ເໝາະ​ສົມ​ ທີ່ຈະ​ຢູ່​ໃນ​ຕຳ​ແໜ່​ງ ທີ່​ຕ້ອງການ ຄວາມຮູ້ ມີຄວາມໝັ້ນຄົງ ​ແລະ​ຄວາມ​ຮັບຜິດຊອບ​ສູງ.”

Clinton Calls Trump 'Temperamentally Unfit' For President
please wait

No media source currently available

0:00 0:02:08 0:00

ທ່ານ Trump ​ໄດ້​ຕອບ​ໂຕ້ ​ຢູ່​ໃນ​ຄຳ​ຖະ​ແຫລ​ງ​ຂອງ​ທ່ານ ໃນ​ຕອນ​ແລງ​ວານີ້ຢູ່​ທີ່​ເມືອງ San Jose ລັດ California ວ່າ “ອາລົມ​ຂອງ​ຂ້າ​ພະ​ເຈົ້າ​ໜັກ​ແໜ້ນ​ ດີກ່ອນ​ທ່ານ​ນາງອີກ.” ທ່ານ​ກ່າວ​ອີກ​ວ່າ “Hillary ທີ່ຂີ້​ຕົວະ ບໍ່​ຊື່ສັດ” ​ໄດ້​ເສກ ສັນປັ້ນ​ແຕ່ງ ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງ​ປະ​ເທດຂອງ​ທ່ານ.

ຜູ້ຍິງຄົນນຶ່ງ ຍົກປ້າຍສະໜັບສະໜູນ ທ່ານນາງ Hillary Clinton ໃນຂະນະທີ່ ຖືກບອກໃຫ້ອອກໜີ ຈາກບ່ອນໂຄສະນາຫາສຽງ ຂອງທ່ານ Donald Trump ທີ່ເມືອງ San Jos ລັດ California.
ຜູ້ຍິງຄົນນຶ່ງ ຍົກປ້າຍສະໜັບສະໜູນ ທ່ານນາງ Hillary Clinton ໃນຂະນະທີ່ ຖືກບອກໃຫ້ອອກໜີ ຈາກບ່ອນໂຄສະນາຫາສຽງ ຂອງທ່ານ Donald Trump ທີ່ເມືອງ San Jos ລັດ California.

ບໍ່​ເທົ່າ​ໃດຊົ່ວໂມງ​ກ່ອນ​ໜ້າການ​ກ່າວ​ຄຳ​ປາ​ໄສຂອງ​ທ່ານ Trump ນັ້ນທ່ານ​ນາງ Clinton ​ໄດ້​ເນັ້ນ​ໜັກ​ໃສ່​ປະສົບ​ການ​ຂອງ​ທ່ານນາ​ງ​ໃນ​ຖານະ​ສະຕີ​ໝາຍເລກ​ນຶ່ງ ຊະ​ມາ​ຊິກ​ສະພາ​ສູງ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ ​ໂດ​ຍກ່າວ​ວ່າ ທ່ານ​ຈະ​ເຮັດ​ໃຫ້ການ​ທູດ ​ມີ​ຄວາມ​ໝັ້ນ ຄົງທີ່​ປະ​ເທດ​ຊາດ​ຕ້ອງການ. ທ່ານ​ນາງ​ກ່າວ​ວ່າ “ມັນ​ບໍ່​ຍາກ​ຊາ ທີ່​ຈະ​ເຫັນ​ທ່ານ Donald Trump ນຳພາ​ພວກ​ເຮົາ​ເຂົ້າ​ໄປ​ສູ່​ສົງຄາມ ຍ້ອນ​ວ່າ​ເປັນ​ບຸກຄົນ​ທີ່​ບໍ່​ສາມ​າດຮັບ​ເອົາ​ການ​ຕ້ອງ​ຕິ​ໄດ້​ນັ້ນ.”

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບຕົນເອງກັບບັນດາຜູ້ສະໜັບສະໜູນ.
ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບຕົນເອງກັບບັນດາຜູ້ສະໜັບສະໜູນ.

ໃນ​ການ​ຕອບ​ໂຕ້ ມະຫາ​ເສດຖີ​ອະສັງຫາລິມະ​ຊັບ ກ່າວວ່າ ຄຳຖະ​ແຫລ​ງຂອງ​ທ່ານ​ນາງ Clinton ທີ່​ວ່າ​ນັ້ນ “ຍາກ​ທີ່​ຈະບໍ່​ນອນ” ລະຫວ່າງ​ຖະ​ແຫລ​ງການ​ຂອງ​ທ່ານ​ນາງ ​ແລະ​ກ່າວ ​ເພີ້​ມອີກ​ວ່າ ທ່ານ​ນາງ Clinton ສາມາດ​ເຮັດ​ເງິນ​ໄດ້​ຫລາຍ ຖ້າ​ຫາກ​ນາງ​ກ່າວ​ຖະ​ແຫລ​ງຕໍ່​ພວກອຶດ​ນອນ.

​ໃນ​ຂະນະ​ທີ່ການ​ຢັ່ງ​ສຽງ​ຂອງ​ປະຊາຊົນສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່​ການ​ຮ້າຍ​ແມ່ນຄວາມ ​ເປັນ​ຫ່ວງ​ທີ່​ສຳຄັນ ໃນ​ໝູ່ຊາວ​ອາ​ເມຣິກັນ ທ່ານ​ນາງ Clinton ​ໄດ້ແນ​ເປົ້າ​ໝາຍ​ໃສ່​ທ່າ​ທີ​ ຂອງ​ທ່ານ Trump ກ່ຽວ​ກັບ​ບັນຫາ​ດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG