ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ຄລິນຕັນ ໃຊ້ເວລາ ເປັນທິດ “ບໍ່ຢາກອອກ ຈາກເຮືອນເລີຍ”


ທ່ານນາງ Hillary Clinton ເອົາມືວາງລົງໜ້າເອິກ ຂະນະທີ່ຍ່າງຂຶ້ນເວທີ ເພື່ອກ່າວຄຳປາໄສ ຢູ່ທີ່ງານສະເຫຼີມສະຫຼອງ ​ທີ່​ຈັດ​ຂຶ້ນ​ໂດຍໂຄງການເອົາຊະນະ ສິ່ງທີ່ ເປັນໄປບໍ່ໄດ້ ຫຼື Beat the Odds ຂອງກອງທຶນເພື່ອປ້ອງກັນເດັກນ້ອຍ ໃນຕຶກ Newseum ຢູ່່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ພະຈິກ 2016.
ທ່ານນາງ Hillary Clinton ເອົາມືວາງລົງໜ້າເອິກ ຂະນະທີ່ຍ່າງຂຶ້ນເວທີ ເພື່ອກ່າວຄຳປາໄສ ຢູ່ທີ່ງານສະເຫຼີມສະຫຼອງ ​ທີ່​ຈັດ​ຂຶ້ນ​ໂດຍໂຄງການເອົາຊະນະ ສິ່ງທີ່ ເປັນໄປບໍ່ໄດ້ ຫຼື Beat the Odds ຂອງກອງທຶນເພື່ອປ້ອງກັນເດັກນ້ອຍ ໃນຕຶກ Newseum ຢູ່່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ພະຈິກ 2016.

ອະດີດຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວວ່າ ສິ່ງທີ່ທ່ານນາງຢາກເຮັດຫຼາຍທີ່ສຸດ ໃນສັບປະດາທີ່ຜ່ານມານັ້ນ ກໍແມ່ນວ່າ “ນອນອ່ານປຶ້ມດີໆ ໂດຍມີໝາຢູ່ຄຽງຂ້າງ ແລ້ວບໍ່ອອກໄປຈາກບ້ານ ອີກເລີຍ.”

ທ່ານນາງ Clinton ໄດ້ອອກມາປາກົດໂຕຕໍ່ສາທາລະນະ​ຊົນຄັ້ງທຳອິດ ໃນແລງ ວັນພຸດວານນີ້ ຢູ່ທີ່ວໍຊິງຕັນ ຫຼັງຈາກການຍອມຮັບຄວາມພ່າຍແພ້ ​ໃນການເລືອກຕັ້ງ ປະທານາທິບໍດີຕໍ່ທ່ານ Donald Trump ຈາກພັກຣີພັບບລີກັນ ເມື່ອສັບປະດາ
ທີ່ຜ່ານມາ.

ທ່ານນາງໄດ້ອອກໄປປາກົດໂຕ ຢູ່​ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໂດຍໂຄງການເອົາຊະນະ ສິ່ງທີ່ ເປັນໄປບໍ່ໄດ້ ຫຼື Beat the Odds ຂອງກອງທຶນເພື່ອປ້ອງກັນເດັກນ້ອຍ ຊຶ່ງເປັນ
ການ​ໃຫ້​ກຽດ​ ແກ່ຊາວໜຸ່ມ 5 ຄົນ ຜູ້ທີ່ໄດ້ຜ່ານຜ່າອຸປະສັກທີ່ໂສກເສົ້າ ແລະ ກາຍມາ ເປັນນັກຮຽນດີເລີດ ແລະ ກຳລັງມຸ້ງໜ້າໄປໃນເສັ້ນທາງ ວຽກງານອາຊີບ ທີ່ໂດດເດັ່ນ.

Clinton Children
please wait
Embed

No media source currently available

0:00 0:01:39 0:00

ທ່ານນາງ ຄລິນຕັນ ໄດ້ຍອມຮັບວ່າ ການມາ​ຮ່ວມ​ພິທີນີ້ “ບໍ່ແມ່ນເລື່ອງງ່າຍດາຍ ສຳລັບຂ້າພະເຈົ້າ.” ແຕ່ທ່ານນາງ ໄດ້ກ່າວວ່າ ພວກໜຸ່ມນ້ອຍຊາຍ ແລະຍິງ 5 ຄົນນີ້ ທີ່ກອງທຶນດັ່ງກ່າວຍົກຍ້ອງ ກໍເພາະວ່າ ພວກເຂົາເຈົ້າບໍ່​ເຄີຍຍອມແພ້ ເຖິງແມ່ນວ່າ ຈະປະເຊີນໜ້າກັບ ຄວາມຮຸນແຮງ ຄວາມທຸກຍາກ ແລະການຖືກປະຖິ້ມ ກໍຕາມ.

ທ່ານນາງຄລິນຕັນ ໄດ້ຮ້ອງພິທີ​ຂອງໂຄງການ Beat the Odds ນີ້ ເປັນຄ່ຳຄືນ ທີ່ “ສະເທືອນໃຈ” ຫຼາຍ ສຳລັບທ່ານນາງ ໂດຍໃຫ້ຂໍ້ສັງເກດວ່າ ມັນເປັນງານທຳອິດ ທີ່ທ່ານນາງ ແລະ ອະດີດປະທານາທິບໍດີ Bill Clinton ໄດ້ເຂົ້າຮ່ວມ ຫຼັງຈາກທີ່ທ່ານ ໄດ້ຊະນະການເລືອກຕັ້ງ ເປັນປະທານາທິບໍດີ ໃນປີ 1992.

ປະທານ ກອງທຶນເພື່ອປ້ອງກັນເດັກນ້ອຍ ຫຼື Children’s Defense Fund ທ່ານນາງ Marian Wright Edelman ໄດ້ຮ້ອງພິທີ ໃນວັນພຸດວານນີ້ ເປັນງານລ້ຽງທີ່ “ຮັກຫອມ” ສຳລັບຄອບຄົວຄລິນຕັນ ເພາະວ່າ ການປະກອບສ່ວນຕໍ່ອົງການ ແລະ ການອຸທິດຕົນ ຕະຫຼອດຊີວິດ ຂອງທ່ານນາງ ກໍເພື່ອສະຫວັດດີການ ຂອງເດັກນ້ອຍ.

ເຖິງແມ່ນ​ໄດ້​ຮູ້ ຜົນການເລືອກຕັ້ງທີ່ອອກມາເມື່ອສັບປະແລ້ວນີ້ກໍຕາມ ທ່ານນາງ Edelman ໄດ້ຊີ້ໃຫ້ເຫັນ ວ່າ ທ່ານນາງ ຄລິນຕັນ ໄດ້ຊະນະຄະແນນສຽງປະຊາຊົນ
ແລະ ໄດ້ເອີ້ນທ່ານນາງ ວ່າ “ປະທານາທິບໍດີຂອງປະຊາຊົນ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Clinton: Disappointed About Election, But Says Campaign About Building Hopeful America
please wait

No media source currently available

0:00 0:00:26 0:00

XS
SM
MD
LG