ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນ້ອງ​ຊາຍ​ຫລ້າຂອງ ທ່ານ​ນາງ​ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ເສຍ​ຊີ​ວິດ


​ຮູບ​ພາບ​ວັນ​ທີ 22 ເມ​ສາ 2016 ທີ່​ເຫັນ​ອ້າຍ​ນ້ອງ​ຂອງ​ທ່ານ​ນາງ​ຮິ​ລ​ແລ​ຣີ ຄ​ລິນ​ຕັນ ຄື​ທ່ານ​ໂທ​ນີ ຣອດ​ແຮມ ແລະ​ທ່ານ ​ຮີວ​ ຣອດ​ແຮມ ຢູ່ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ.
​ຮູບ​ພາບ​ວັນ​ທີ 22 ເມ​ສາ 2016 ທີ່​ເຫັນ​ອ້າຍ​ນ້ອງ​ຂອງ​ທ່ານ​ນາງ​ຮິ​ລ​ແລ​ຣີ ຄ​ລິນ​ຕັນ ຄື​ທ່ານ​ໂທ​ນີ ຣອດ​ແຮມ ແລະ​ທ່ານ ​ຮີວ​ ຣອດ​ແຮມ ຢູ່ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ.

ອະ​ດີດ​ສະ​ມາ​ຊິກ​ສະ​ພາສູງ ສະ​ຫະ​ລັດ, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ, ສະ​ຕີ​ໝາຍ​ເລກ​ນຶ່ງ
ແລະ​ ຜູ້ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ໄດ້​ປະ​ກາດ
​ໃນ​ວັນ​ເສົາ​ວານ​ນີ້​ ​ທາງ​ທວິດ​ເຕີວ່າ ​ນ້ອງ​ຊາຍ​ຫລ້າ​ຂອງ​ທ່ານນາງ ​ຄື ທ່ານ​ ໂທ​ນີ ຣອດ
​ແຮມ ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ທ່ານ​ນາງ​ ຄ​ລິນ​ຕັນ ໄດ້​ລະ​ນຶກ​ເຖິງ​ນ້ອງ​ຊາຍ​ຂອງ​ເພິ່ນ​ວ່າ ເປັນ​ຄົນ​ໃຈດີ ແລະ ​ເ​ເອື້ອ
​ເຟຶ້ອ ເພື່ອ​ແຜ່, ຜູ້ທີ່​ຍ່າງ​ເຂົ້າ​ມາ​ໃນ​ຫ້ອງ​ແລ້ວ “ໄຟ​ຈະ​ສະຫວ່າງຂຶ້ນດ້ວຍ​ສຽງ​ຫົວ” ທ່ານ​
ນາງ​ບໍ່​ໄດ້​ກ່າວ​ວ່າ ທ່ານ​ເສຍ​ຊີ​ວິດແນວ​ໃດ ແຕ່​ກ່າວ​ວ່າ ທ່ານ​ຣອດ​ແຮມ​ ມີສະ​ມາ​ຊິກ
​ຄອບ​ຄົວ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ຄື ພັນ​ລະ​ຍາ ຍາ​ນາງ​ ເມ​ແກນ ແລະ​ ລູກ​ສາມ​ຄົນ.

ທ່ານ​ ຣອດ​ແຮມ ເກີດ​ໃນ​ປີ 1954 ແລະ​ເ​ຕີບ​ໃຫຍ່​ຢູ່​ຊານ​ເມືອງ​ ຊິ​ຄາ​ໂກ ພ້ອ​ມ​ດ້ວ​ຍ
ເອື້ອຍອ້າຍຄື ທ່ານ​ນາງ​ ຮິ​ລ​ລາ​ຣີ ແລະ​ ທ່ານ ​ຮິວ​ ​ຣອດ​ແຮມ.

ທ່ານ​ເຮັດ​ວຽ​ກ​ຫຼາຍ​ຢ່າງ​ ຮວມ​ທັງ​ການ​ເປັນຄົນ​ຍາມ​ຄຸກ ຂາຍ​ປະ​ກັນ​ໄພ ຜູ້​ນຳ​ຫາ​ສິ່ງ​
ຂອງທີ່​ບໍ່​ຖືກ​ໃຊ້​ຄືນ ແລະ ​ນັກ​ສືບ​ສ່ວນ​ໂຕ.

ທ່ານ​ຍັງ​ໄດ້​ເຮັດ​ວຽກໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ພັກ​ເດ​ໂມ​ແຄ​ຣັດ​ແຫ່ງ​ຊາດ ຊ່ວຍ​ເອື້ອຍ​
ຂອງ​ທ່ານ​ໂຄ​ສະ​ນາ​ຫາ​ສຽງ​ການ​ເມືອງ ແລະ ​ກ່ອນ​ໜ້າ​ນັ້ນ​ໄດ້​ແຕ່ງ​ງານ​ກັບ​ລູກ​ສາວ​ຂອງ​
ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ​ນາງ ​ບາ​ບາ​ຣາ ​ບັອກ​ເຊີ​ຣ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG