ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ Hillary Clinton ພ້ອມແລ້ວ ທີ່ຈະເຂົ້າຮ່ວມ ການສົນທະນາ


ທ່ານນາງ Hillary Clinton ກ່າວທີ່ ​ສະມາ​ຄົມແມ່ຍິງ​ຊາວໄອຣິສ ​ເພື່ອສະຫລອງວັນ Saint Patrick ​ທີ່​ເມືອງ Scranton ລັດ Pennsylvania.
ທ່ານນາງ Hillary Clinton ກ່າວທີ່ ​ສະມາ​ຄົມແມ່ຍິງ​ຊາວໄອຣິສ ​ເພື່ອສະຫລອງວັນ Saint Patrick ​ທີ່​ເມືອງ Scranton ລັດ Pennsylvania.

ອະດີດ​ຜູ້​ສະໝັກ​ປະທານາທິບໍດີສະຫະລັດ ທ່າ​ນນາງ Hillary Clinton ກ່າວ​ວ່າ
ທ່ານນາງ​ພ້ອມ​ແລ້ວ ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການສົນ​ທະນາ​ຢ່າງ​ເປີດ​ເຜີຍ ກ່ຽວ​ກັບ​ການ
​ການ​ປ່ຽນ​ແປງ​ໃນ​ບັນຍາກາດທາງ​ການ​ເມືອງ​ຂອງ​ປະ​ເທດ ນັບ​ແຕ່​ການ​ເລືອກ​ຕັ້ງ
ປະທານາທິບໍດີໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ.

ທ່ານ​ນາງ​ໄດ້​ກ່າວໃນ​ວັນ​ສຸກ​ວານ​ນີ້ ໃນ​ງານ​ຮັບ​ປະທານ​ອາຫານ​ຄ່ຳຂອງ​ສະມາ​ຄົມ
​ແມ່ຍິງ​ຊາວ​ໄອຣິສ ​ເພື່ອສະຫລອງວັນ Saint Patrick ປະຈຳ​ປີ​ຄັ້ງ​ທີ 19 ທີ່​ເມືອງ
Scranton ລັດ Pennsylvania.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງ Clinton ​ໄດ້​ກ່າວ​ເພີ້​ມວ່າ “ຂ້າພະ​ເຈົ້າ​ບໍ່​ເຊື່ອ​ວ່າ ພວກ
ເຮົາ​ສາມາດ​ປ່ອຍ​ໃຫ້ການ​ແບ່ງ​ແຍກ​ການ​ເມືອງ​ໜັກ​ເຂົ້າ​ຈົນ​ກາຍ​ເປັນ​ການ​ແບ່ງ​ແຍກ
​ດ້ານ​ສ່ວນ​ໂຕ. ພວກ​ເຮົາ​ບໍ່​ສາມາດ​ພຽງ​ແຕ່​ຈະບໍ່​ຫົວຊາ ຫລື​ເຮັດ​ບໍ່​ຮູ້ບໍ່​ເຫັນ ​ເພາະວ່າ​
ພວກ​ເຮົາ​ບໍ່ເຫັນ​ພ້ອມນຳ​ທາງການ​ເມືອງ. ພວກ​ເຮົາ​ຕ້ອງ​ຟັງ​ ກັນ​ແລະ​ກັນ ​ແລະ​ຮຽນ
​ຮູ້​ຈາກ​ກັນ​ແລະ​ກັນ.”

ທ່ານ​ນາງ Clinton ກ່າວ​ວ່າ “ຂ້າພະ​ເຈົ້າ​ຕຽມ​ພ້ອມ​ແລ້ວ ​ທີ່​ຈະ​ອອກ​ມາ​ຈາກ​ປ່າດົງ
​ເພື່ອເຮັດ​ໃຫ້​ມີແສງ​ສະຫວ່າງໃນອັນ​ທີ່​ກຳລັງເກີດ​ຂຶ້ນຢູ່ອ້ອມ​ແອ້ມ​ໂຕະກິນ​ເຂົ້າ​ແລງ
ຂອງ​ພວກ​ເຮົາ ​ເພື່ອ​ຊ່ວຍ​ເສີມກຳລັງໃຫ້​ແກ່​ທຸກ​ຄົນກ້າວ​ໄປ​ໜ້າ.”

ທ່ານ​ນາງ Clinton ​ມີ​ຄົນເຫັນ​ຍ່າ​ງຢູ່​ໃນ​ປ່າ ​ໃກ້​ກັບ​ເຮືອນ​ຂອງ​ທ່ານ ​ໃນ​ເມືອງ
Chappaqua ທີ່ລັດ New York ບໍ່​ດົນ​ຫຼັງ​ຈາກ​ທ່ານ​ເສຍ​ໄຊແບບ​ບໍ່​ໜ້າ​ເຊື່ອ ໃນ​
ການເລືອກ​ຕັ້ງ​ປະທານາທິບໍ​ດີ. ທ່ານ​ນາງ​ໄດ້ໄປປາກົດ​ໂຕ​ຢູ່ໃນ​ສາທາລະນະພຽງ
​ແຕ່​ສອງ​ສາມ​ເທື່ອ​ຕັ້ງ​ແຕ່​ນັ້ນ​ມາ.

ມີ​ຂ່າວ​ລື​ວ່າ ທ່າ​ນນາງ​ກຳລັງຈະ​ພິຈາລະນາ​ ທີ່​ຈະສະໝັກ​ເປັນ​ເຈົ້າຄອງ​ນະຄອນ
New York ​ແຕ່​ຜູ້​ຊ່ວຍ​ຂອງທ່ານ​ນາງ​ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ເລື່ອງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Hillary Clinton
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG