ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປື້​ມ Hard Choice ຂອງທ່ານນາງ Clinton ​ອອກວາງ ຕະຫຼາດແລ້ວ ​(ວີດີໂອ)


Hillary Clinton Launches Book Tour
please wait

No media source currently available

0:00 0:02:42 0:00
ອະດີດ​ສະຕີ​ໝາຍ​ເລກ​ນຶ່ງ ສະມາຊິກ​ສະພາ​ສູງ ລັດຖະມົນຕີ​ການ
​ຕ່າງ​ປະ​ເທດຂອງ​ສະຫະລັດ​ໄດ້​ເປີດ​ຕົວ​ປື້​ມຄວາ​ມຊົງຈຳຂອງ​
ທ່ານ​ນາງ ຕໍ່ນາໆຊາດ ທີ່ມີຊື່ວ່າ “Hard Choice ຫຼື ການ​ເລືອກ
​ທີ່​ລຳບາກ”
​ໃນ​ວັນ​ອັງຄານ​ວານ​ນີ້.

ທ່ານ​ນາງ Clinton ​ໄດ້​ເລີ່​ມການເດີນທາງເພື່ອໂຄສະນາເຜີຍແຜ່
ປື້​ມຂອງທ່ານນາງ ​ທີ່​ຮ້ານ​ໜັງສື Barnes & Noble ໃນ​ນະຄອນ​
ນິວຢ໋ອກ ບ່ອນ​ທີ່​ທ່ານ​ນາງ​ ໄດ້​ຖາມ​ໄຖ່ສະບາຍດີ ​ບັນດາແຂກ
ທີ່ກະຕືລື​ລົ້ນ ​ຢາກໄດ້ລາຍເຊັນຂອງທ່ານນາງ.

ພວກ​ນັນຊ່ຽວຊານດ້ານການ​ເມືອງແລະ​ພວກ​ຂ່າວ ກ່າວວ່າ ປື້​ມດັ່ງກ່າວ​ນີ້​ ເບິ່ງ​ຄື​ວ່າມີ​ຄວາມ​ເຊື່ອມ​ໂຍງກັບການ​ລົງ​ສະ​ມັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ໃນ​ປີ 2016 ​ເຖິງ​ແມ່ນ​ວ່າທ່ານ​ນາງ
​ຍັງ​ບໍ່​ທັນ​ໄດ້​ປະກາດ​ວ່າ ທ່ານ​ນາງ​ຈະ​ລົງ​ສະມັກ​ຫຼື​ບໍ່.

ປື້​ມຄວາມ​ຊົງ​ຈຳ “Hard Choice ຫຼື ການ​ເລືອກ​ທີ່​ລຳບາກ” ​ໄດ້ເນັ້ນ​ເຖິງ​ການ​ຕັດ​ສິນ​ໃຈຂອງ​ການ​ເປັນລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສະຫະລັດ ​ແລະ​ສຳຫລວດ​ຢ່າງ​ໃກ້​ຊິດ
ເບິ່ງສາເຫດອັນສຳຄັນສຳລັບນັກ​ການ​ທູດ​ ຈາ​ກ​ການ​ຈະ​ເລີ​ນ​ເຕີບ​ໂຕຢ່າງຊ້າໆ​ຂອງ​ຄວາມ​ຍາກຈົນ ​ເພື່ອສ້າງໂອກາດ​ອັນກ້າວໜ້າ ສຳ​ຫຼັບ​ພວກ​ແມ່​ຍິງ.

ປື້​ມຄວາມ​ຊົງ​ຈຳເຫຼັ້ມ​ຫຼ້າ​ສຸດຂອງທ່ານ​ນາງ Clinton ​ໄດ້​ມີ​ຍອດ​ຂາຍ​ເຖິງ 40,000 ​ເຫຼັ້ມ
ພາຍ​ໃນ 24 ຊົ່ວ​ໂມງ. ຜູ້​ຄົນ​ທີ່​ໃກ້ຊິດ​ກັບ​ອະດີດລັດຖະມົນຕີ​ການ​ຕ່າງ​ປະ​ເທດສະຫະລັດ
ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຫວັງວ່າ ​ຍອດ​ຂາຍຂອງ​ເຫຼັ້ມ​ນີ້ຈະ​ກາຍ​ເຫຼັ້ມ​ທີ່​ແລ້ວ ຊຶ່ງ​ເປັນຮ່ອງ
ຮອຍ​ຂອງ​ການ​ສະໜັບສະໜຸນ​ຢ່າງ​ກວ້າງຂວາງຕໍ່ທ່ານນາງນັ້ນ.
XS
SM
MD
LG