ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ນາງ Clinton ​​ລະບຸໃນ twitter ວ່າ ຂ້າພະ​ເຈົ້າ​ຕ້ອງການ​ທີ່​ຈະ​ໃຫ້​ສາທາລະນະຊົນ​ເຫັນ email ພວກ​ນີ້


Hillar Clinton Emails VO
please wait

No media source currently available

0:00 0:00:51 0:00

ອະດີດ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary
Clinton ທີ່ກຳລັງຢູ່​ໃນ​ການ​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ໜັກ ກ່ຽວ​ກັບ
​ການ​ນຳ​ໃຊ້ email ສ່ວນ​ຕົວ ​ໃນ​ການ​ປະຕິບັດ​ພາລະກິດທາງ
​ລາດຊະ​ການ ​ໃນ​ຂະນະ​ທີ່​ທ່ານ​ນາງ​ຍັງ​ດຳລົງ​ຕຳ​ແໜ່​ງເປັນ
ນັກ​ການ​ທູດ​ຂັ້ນ​ສູງ​ຂອງ​ສະຫະລັດ​ນັ້ນ ​ກ່າວ​ວ່າ ທ່ານ​ນາງ​
ໄດ້​ຮຽກຮ້ອງ​ໃຫ້​ທາງກະຊວງ​ການ​ຕ່າງປະ​ເທດ ເປີດເຜີຍບັນດາ
emails ທັງຫຼາຍ​ຂອງ​ທ່ານ​ນາງ.

ທ່ານ​ນາງ Clinton ໄດ້ຂຽນ​ຂໍ້ຄວາມລົງໃນ Twitter ເມື່ອ​ແລງວັນ​ພຸດ​ວານ​ນີ້ວ່າ “ຂ້າພະ​ເຈົ້າ​ຕ້ອງການ​ທີ່​ຈະ​ໃຫ້​ສາທາລະນະຊົນ​ເຫັນ email ພວກ​ນີ້." ຂ້າພະ​ເຈົ້າ​ຂໍ​ໃຫ້​ທາງກະຊວງ​ການ​ຕ່າງເປີດເຜີຍ email ດັ່ງກ່າວ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະທົບທວນເບິ່ງ email ນີ້ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Marie Harf ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ທີ່ກ່າວ​ວ່າ ທາງກະຊວງ​ຈະ​ທົບທວນ​ເບິ່ງ email ຂອງ​ທ່ານ​ນາງ Clinton ຕາມ​ຂັ້ນຕອນແບບ​ປົກກະ​ຕິ ​ແລ້ວ​ຈຶ່ງຈະນຳອອກເປີດເຜີຍ.

ທ່ານ​ນາງ Clinton ​ໄດ້​ອອກ​ມາ​ຖະແຫຼງກ່ຽວກັບເລື້ອງນີ້ ຫຼັງຈາກ​ທີ່​ທາງໜັງສືພິມ New York Times ​ໄດ້ພິມ​ເຜີຍ​ແຜ່​ການ​ນຳໃຊ້ email ສ່ວນ​ຕົວ ​ໃນ​ການ​ປະຕິບັດ​ພາລະກິດທາງ​ລາດຊະ​ການ ຊຶ່ງ​ກ່າວຕື່ມວ່າ ທ່ານນາງອາດລະ​ເມີດ​ກົດ​ໝາຍ​ ວ່າ​ດ້ວຍການ​ເກັບ​ກຳບັນທຶກ
ຂໍ້​ມູນຂອງລັດຖະບານກາງ ທີ່​ບັງຄັບ​ໃຫ້​ເກັບ​ກຳເອກ​ກະສານໄວ້ໃຫ້ເປັນສົມ​ບັດ​ຂອງ​ລັດຖະ
ບານ​ນັ້ນ.

​ເລື້ອງ​ລາວ​ດັ່ງກ່າວ​ນີ້ ​ໄດ້​ເກີດ​ມີ​ມຸມ​ມອງອີກ​ດ້ານ​ນຶ່ງ ​ໃນ​ວັນ​ພຸດ​ວານ​ນີ້ ເວລາ​ເລື້ອງ​ດັ່ງກ່າວ​ຖືກ​ພິມ​ເຜີຍ​ແຜ່ ​ໂດຍອົງການຂ່າວ Associated Press ທີ່​ໄດ້​ລະບຸ​ວ່າ ທ່ານ​ນາງ Clinton ໄດ້​ນຳໃຊ້ email ສ່ວນ​ຕົວ ທີ່ໃຊ້ Server ຢູ່​ໃນ​ບ້ານເຮືອນຂອງ​ທ່ານ​ນາງເອງ ທີ່ New York ນັ້ນ.

ການ​ເປີດ​ເຜີຍ ດັ່ງ​ກ່າວ​ນີ້ ​ໄດ້ພາໃຫ້ປະທານ​ຄະນະ​ກຳມາ​ທິການ​ພິ​ເສດ​ຂອງ​ສະພາ​ຕ່ຳ ທີ່ທຳ​ການ​ສືບສວນ​ສອບ​ສວນ ກ່ຽວກັບການ​ໂຈມ​ຕີໃນປີ 2012 ຕໍ່​ສະຖານ​ທີ່​ການ​ທູດ​ສະຫະລັດ​ໃນເມືອງ Benghazi ​ປະ ເທດ Libya ນັ້ນ ອອກໝາຍຮຽກ ​ເອົາ​ຂໍ້​ມູນໃນ email ​ຂອງທ່ານ
ນາງ Clinton ທີ່​ກ່ຽວ​ຂ້ອງ​ກັບ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ນັ້ນ.

XS
SM
MD
LG