ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Hillary Clinton ປະກາດ ສະໝັກເລືອກຕັ້ງ ປະທານາທິບໍດີ ສຫລ


Hillary Clinton Says She Will Run for President
please wait

No media source currently available

0:00 0:03:01 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ
Hillary Clinton ​ໄດ້​ປະກາດ​ເຂົ້າ​ແຂ່ງຂັນ​ເລືອກ​ຕັ້ງ​ປະທາ
ນາ ທິບໍດີ​ສະຫະລັດ ປີ 2016 ຢ່າງ​ເປັນ​ທາງ​ການ​ແລ້ວ ​ແລະ
ກໍ​ເປັນ​ຜູ້​ທີ່​ໃຜໆ​ກໍ​ຄາດ ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພັກ​ເດ​ໂມ
​ແຄຣັດຢ່າງ​ແນ່ ນອນ. ນັກ​ຂ່າວ​ວີ​ໂອ​ເອ Michael Bowman
ລາຍ​ງານ​ວ່າ ບັນດາ​ສະມາຊິກ​ພັກຣີພັບ​ບລິ​ກັນ ທີ່​ສະມັກ​ເຂົ້າ​
ແຂ່ງຂັນ​ເຊັ່ນ​ກັນ ​ໄດ້​ພາກັນ​ເລີ້ມ​ແນ​ເປົ້າ​ການ​ໂຈມ​ຕີ​ໃສ່​ທ່ານ
​ນາງ Clinton ອະດີດ​ສະມາຊິກ​ສະພາ​ສູງ​ ແລະ​ສະຕີ​ໝາຍ​
ເລກ​ນຶ່ງ​ຂອງ​ສະຫະລັດ ຊຶ່ງໃນ​ໄວ 67 ປີ ກຳລັງ​ພະຍາຍາມ​
ຈະ​ເຂົ້າ​ໄປຢູ່ໃນ​ທຳນຽບຂາວ ​ເປັນ​ເທື່ອ​ທີ​ສອງ. ດາຣາມີ​ລາຍ
ລະອຽດ​ມາສະ​ເໜີ​ທ່ານ.


ທ່ານ​ນາງ Hillary Clinton ​ໄດ້​ເຮັດ​ໃຫ້​ເປັນ​ທາງ​ການ​ແລ້ວ ​
ໂດຍ​ໄດ້​ເອົາ​ວີ​ດີ​ໂອຄຳປະກາດຂອງ​ທ່ານ​ນາງ ​ໂພສລົງ​ທາງ​ເວັບ​ໄຊ້ ທີ່​ມີ​ເນື້ອ​ໃນ​ເນ້ນ​ໜັກ
ໃສ່ການດິ້ນຮົນ​ຕໍ່ສູ້ ​ແລະ​ຄວາມໃຝ່ຝັນ​ຂອງ ​ພົນລະ​ເມືອງອາ​ເມຣິກັນ​ທຳ​ມະ​ດາ​ສາມັນ
ແລະປະກາດ​ຄວາມ​ປາດ​ຖະໜາ​ຢາກ​ທຳ​ງານ​ ເພື່ອ​ເຂົາ​ເຈົ້າ ຂອງ​ທ່ານ​ນາງ.

ທ່ານ​ນາງ Hillary Clinton ກ່າວ​ວ່າ “ຊາວ​ອາ​ເມຣິກັນ​ທຳ​ມະ​ດາ​ສາມັນ
​ແມ່ນ​ຕ້ອງການ​ແຊມ​ປ້ຽນ ກໍ​ຄື​ຄົນ​ຕໍ່ສູ້​ເພື່ອ​ເຂົາ​ເຈົ້າ ​ແລະ​ຂ້າພະ​ເຈົ້າ​ກໍ​
ຢາກ​ເປັນ​ແຊມ​ປ້ຽນຄົນ​ນັ້ນ.”


ພັນ​ລະ​ຍາ​ຂອງ​ອະດີດ​ປະທານາທິບໍດີ Bill Clinton ສຸມ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ
ນາງ ​ໃສ່​ເລື້ອງຄວາມ​ເປັນ​ຫ່ວງ​ຢູ່​ພາຍ​ໃນ​ປະ​ເທດ. ​ແຕ່​ວ່າການ​ດຳລົງ​ຕຳ​ແໜ່​ງ​ເປັນ​ນັກການ​
ທູດ​ຂັ້ນ​ສູງ​ສຸດ​ຂອງ​ອາ​ເມຣິກາ ​ໃນ​ລະຫວ່າງ​ລັດຖະບານ​ຊຸດ​ທຳ​ອິດ​ຂອງ​ປະທານາທິບໍດີ
Barack Obama ນັ້ນ ຈະ​ພາ​ໃຫ້​ມີ​ການ​ເພ່ງ​ເລັງ​ໃສ່​ກິດຈະກຳ​ຕ່າງໆທ່ານ​ນາງ ອັນ​ໂຮມທັງ
ການ​ໃຊ້​ອີ​ເມລສ່ວນ​ຕົວ​ຂອງ​ທ່ານ​ນາງ​ເອງ ສົ່ງ​ຈົດໝາຍ​ຕ່າງໆ​ທີ່​ກ່ຽວ​ກັບ​ວຽກທາງການ ​
ແລະ​ການ​ດຳ​ເນີນ​ການຕັດສິນ​ໃຈ​ຂອງ​ກະຊວງຕ່າງປະ​ເທດ ກ່ອນ​ເກີດ​ເຫດການໂຈມ​ຕີ​ບໍລິ
​ເວນສະຖານທູດ​ຂອງ​ສະຫະລັດ ​ໃນ​ເມືອງ Benghazi ປະ​ເທດ​ລີ​ເບຍ ​ທີ່​ພາ​ໃຫ້ມີ​ຄົນ​ເສຍ​
ຊີວິດ ຮວມທັງ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ເມື່ອ​ປີ 2012 ນັ້ນ.

ເບິ່ງວີດີໂອ ປະກາດເຂົ້າແຂ່ງຂັນເລືອກຕັ້ງຂອງທ່ານນາງ Hillary Clinton:

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ທາງບັນດາ​ສະມາຊິກ​ພັກຣີພັບ​ບລິ​ກັນນັ້ນ ກໍ​ແມ່ນ​ໄດ້​ພາກັນ​ເວົ້າ​ເຍາະ​ເຍີ້​ຍ ປະຫວັດແລະ
ວິ​ທີ​ການບໍລິຫານ ຂອງ​ທ່ານ​ນາງ Clinton ​ແລ້ວ ​ເຊັ່ນ​ໃນວີ​ດີ​ໂອ​ໂຄສະນາ​ອັນ​ນີ້ຂອງສະມາ
ຊິກ​ສະພາ​ສູງ Rand Paul ທີ່​ໄດ້​ປະກາດ​ສະມັກເຂົ້າ​ແຂ່ງຂັນ​ເອົາ​ການ​ແຕ່ງ​ຕັ້ງ​ໃຫ້ເປັນ​ຜູ້​
ສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີສະຫະລັດ ຂອງ​ພັກ​ຣີພັບ​ບລິ​ກັນ.

ສຽງ​ໂຄສະນາ​ເວົ້າ​ວ່າ “ທ່ານ​ນາງ Hillary Clinton ​ແມ່ນ​ເປັນ​ເຄື່ອງ​ຈັກ​ກົນ​ໄກ​
ທີ່​ຂີ້ຮ້າຍ​ທີ່​ສຸດ​ຂອງ​ວໍ​ຊິງ​ຕັນ ​ເປັນຄວາມ​ຈອງ​ຫອງ​ໂອ​ຫັງຂອງ​ອຳນາດ ການ​ສໍ້
ລາດ​ບັງ​ຫລວງ​ແລະ​ການ​ປົກ​ປິດ ການ​ຂັດ​ແຍ້​ງ ກັນຂອງ​ຜົນ​ປະ​ໂຫຍ​ດ ​ແລະ​
ການ​ນຳພາ​ທີ່​ລົ້ມ​ແຫລວ ທີ່​ສົ່ງ​ຜົນ​ສະທ້ອນ​ອັນ​ເສົ້າ​ສະຫລົດ​ໃຈ.”


ສ່ວນ​ປະທານາທິບໍດີ Obama ມີ​ແຕ່​ຄຳ​ຊົມ​ເຊີຍ ສຳ​ຫລັບ​ທ່ານ​ນາງ Clinton.

ທ່ານ Obama ກ່າວ​ວ່າ “ທ່ານ​ນາງ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ທີ່​ພິ​ເສດ​
ໂດດ​ເດັ່ນ ​ເປັນ​ໝູ່​ຂອງ​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ນາງຈະ​ເປັນ
ປະທານາທິບໍດີ ທີ່​ດີ​ເລີດ​ຄົນ​ນຶ່ງ.”


ທາງ​ນັກວິ​ເຄາະ​ການ​ເມືອງ Charlie Cook ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ ​ເລື້ອງ​ອີ​ເມລ ຫລື​ເລື້ອງ Benghazi ຈະ​ເປັນ​ບັນຫາ​
ຮ້າຍ​ແຮງ​ທີ່ຈະ​ທັບ​ມ້າງ​ຄວາມ​ພະຍາຍາມ​ຂອງ​ທ່ານ​ນາງຄລິນ​ຕັນ.”


ທ່ານ Cook ກ່າວ​ຕື່ມ​ວ່າ ທ່ານ​ນາງ Hillary Clinton ​ແມ່ນ​ນຶ່ງ​ໃ​ນບັນດາ​ບຸກຄົນສາທາລະ
ນະ​ຂອງ​ອາ​ເມຣິກາ ທີ່​ຜູ້​ຄົນຮູ້​ຈັກ​ກັນ​ດີ​ທີ່​ສຸດ ຈະ​ໃນ​ທາງ​ທີ່​ດີ​ຫລື​ບໍ່​ດີ​ກໍ​ຕາມ. ທ່ານ​ນາງ​ມີ
ພາລະກິດທີ່​ພິ​ເສດໜັກໜ່ວງ​ບໍ່​ຄື​ຂອງ​ໃຜ ຂວາງ​ໜ້າ​ຢູ່ ຍ້ອນ​ວ່າ​ມາຮອດ​ດຽວ​ນີ້ ກໍ​ຍັງ​ບໍ່​ມີ
ຄົນ​ໃດ​ຈາກພັກເດ​ໂມ​ແຄຣັດ ກ້າວ​ອອກ​ມາ​ທ້າ​ທາຍ​ທ່ານ​ນາງ.

ທ່ານ Cook ກ່າວ​ວ່າ “ທ່ານ​ນາງ Hillary Clinton ​ແມ່ນ​ຈະ​ແຂ່ງຂັນ​ກັບ​
ຕົວ​ທ່ານ​ນາງ​ເອງ. ທ່ານ​ນາງ​ຈະ​ຕ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ​
ຍັງ​ທັນ​ກັບສັດຕະຫວັດ​ທີ່ 21 ນີ້​ຢູ່ ​ແລະ​ຈະ​ຕ້ອງ​ມອງ​ໄປ​ຍັງ​ອະນາຄົດ
ຫລາຍກ່ວາ​ອະດີດ.”


​ແລະ​ທ່ານ​ນາງ​ຈະ​ຕ້ອງ​ຢືນ​ຢູ່​ດ້ວຍ​ຕົນ​ເອງ ​ເຖິງ​ແມ່ນເປັນ​ພັນ​ລະ​ຍາ​ຂອງ​ອະດີດປະທານາ
ທິບໍດີ ​ແລະ​ໄດ້​ຮັບ​ໃຊ້​ລັດຖະການ​ໃນ​ລັດຖະບານຊຸດ​ນຶ່ງ ທີ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຕ່າງໆ
ນາໆ ນັບຈາກ​ຢູ​ເຄຣນ​ໄປ​ຫາ​ເຢ​ເມັນ. ​ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ໃນ​ການ​ປະກາດ​ລົງສະໝັກ
​ເລືອກ​ຕັ້ງ​ນັ້ນ​ ທ່ານ​ນາງ Hillary Clinton ​ໄດ້ພະຍາຍາມທີ່​ຈະ​ແນະ​ນຳຕົວ​ເອງ​ຄືນ​ໃໝ່ ຕໍ່
ປະຊາຊົນ​ອາ​ເມຣິກັນ ທີ່ມີ​ຄວາມ​ມຸດ​ມັດ​ເຫລືອ​ອົກ​ເຫລືອ​ໃຈ​ ນຳ​ອຳນາດ​ປົກຄອງ​ໃນວໍ​ຊິງ​ຕັນ ​
ແລະ​ພວກ​ມີ​ສິດປ່ອນ​ບັດ​ທີ່ເກືອບ​ວ່າ ບໍ່​ເຄີຍ​ເລີຍທີ່​ຈະມອບ​ທຳນຽບຂາວ ​ໃຫ້​ແກ່​ພັກ​ການ
ເມືອງ​ພັກ​ດຽວ ສາມ​ສະ​ໄໝ​ລຽນຕິດ​ຈັກ​ເທື່ອ.

XS
SM
MD
LG